ກວດກາ ບັນດາໂຄງການ ເຊົ່າ ແລະ ສຳປະທານທີ່ດິນ ໃນ ສ​ປ​ປ ລາວ

SA Game

ຂປລ.

ລັດຖະບານ ສ​ປ​ປ ລາວ ​ເລັ່ງກວດກາຄືນ ໂຄງການ ເຊົ່າ ແລະ ສຳປະທານທີ່ດິນພາຍ​ໃນ ສ​ປ​ປ ລາວ

ໄດ້ມີ​ການດຳເນີນການກວດກາ ແລະ ປະເມີນຄືນ ບັນດາໂຄງການເຊົ່າ ແລະ ສຳປະທານທີ່ດິນ ໂດຍລັດຖະບານ ຢູ່ພາຍນະຄອນຫລວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະ ເທດ ເປັັນຕົ້ນ ໂຄງການ ທີ່ບໍ່ມີສັນຍາເຊົ່າ ແລະ ສໍາປະ ທານ, ໂຄງການທີ່ບໍ່ມີການພັດທະນາ ຫລື ມີການພັດທະນາແຕ່ບໍ່ຖືກເປົ້າໝາຍ ຫລື ມີການພັດທະນາ ແຕ່ບໍ່ມີປະສິດທິ ພາບ ແລະ ບໍ່ມີປະສິດທິຜົນ.

ໃນວັນທີ 7 ທັນວາ ຜ່ານມານີ້, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ໃຫ້ຄວາມສົນໃຈຕໍ່ກັບບັນຫາດັ່ງກ່າວ ໂດຍໃຫ້ຮູ້ວ່າ ຜ່ານມາ, ລັດຖະບານ ໄດ້ດຳ ເນີນການເກັບກໍາຂໍ້ມູນການເຊົ່າ ແລະ ສໍາປະທານທີ່ດິນ ໃນຂອບເຂດທົ່ວປະເທດ ເຂົ້າໃນຖານຂໍ້ມູນໄດ້ ຈໍານວນ 2.031 ໂຄງການ.

ໃນນັ້ນ, ໂຄງການກະສິກໍາ 800 ໂຄງ ການ, ໂຄງການໄຟຟ້າ 313 ໂຄງການ, ໂຄງການບໍ່ແຮ່ 899 ໂຄງການ ແລະ ໂຄງການອື່ນໆ 19 ໂຄງການ. ປັດຈຸບັນ ກຊ ສ ໄດ້ສໍາເລັດການລົງເກັບກໍາຂໍ້ມູນ ເນື້ອທີ່ເຊົ່າ-ສໍາປະທານຄືນ ໃນ 6 ແຂວງ ມີຈໍານວນ 101 ໂຄງການ ແລະ ໄດ້ສໍາເລັດການແກ້ໄຂ ລົບລ້າງໂຄງການ ທີ່ບໍ່ມີຕົວຕົນໄປແລ້ວ 74 ໂຄງການ ມີເນື້ອທີ່ 26.064,7 ເຮັກຕາ, ລຶບຊື່ໂຄງການອອກຈາກບັນຊີເຊົ່າ-ສໍາປະທານດິນລັດ 110 ໂຄງການ

SA Game
ຂປລ.

ຍົກເລີກໂຄງການ ທີ່ບໍ່ມີການເຄື່ອນໄຫວ ແລະ ໝົດອາຍຸ ຈໍານວນ 170 ໂຄງການ ມີເນື້ອທີ່ 79.097,7 ເຮັກຕາ, ຍົກ ເລີກໂຄງການ ທີ່ບໍ່ແມ່ນການເຊົ່າ-ສໍາປະທານ ທີ່ດິນຂອງລັດ ຈໍານວນ 13 ໂຄງການ ມີເນື້ອທີ່ 311,2 ເຮັກຕາ, ໂຄງ ການມີຂໍ້ຂັດແຍ່ງ 3 ໂຄງການ ມີເນື້ອທີ 82,4 ເຮັກຕາ, ໂຄງການກໍາລັງສືບຕໍ່ ຫລື ກວດກາຄືນດ້ານນິຕິກໍາ ແລະ ການປະຕິບັດພັນທະດ້ານສິ່ງແວດລ້ອມ ຈໍານວນ 66 ໂຄງການ ມີເນື້ອທີ 22.635,6 ເຮັກຕາ.

ພ້ອມນີ້, ກໍາລັງຄົ້ນຄວ້າສະ ເໜີຍົກເລີກ ການໂອນທີ່ດິນລັດ ມາເປັນທີ່ດິນຂອງບຸກຄົນ ຈໍານວນ 2 ໂຄງການ ມີເນື້ອທີ່ 86,9 ເຮັກຕາ.

ທ່ານລັດຖະມົນຕີ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດ ຍັງມີຂໍ້ຫຍຸ້ງຍາກ ໂດຍສະເພາະ ຜົນການກວດກາ ຈໍານວນ 438 ໂຄງການເຊົ່າ-ສໍາປະທານທີ່ດິນ ຈະມີການປະເມີນສະພາບບັນຫາ ຂອງແຕ່ລະໂຄງການ ແລະ ສະເໜີມາດຕະການແກ້ໄຂ, ແຕ່ການລົບລ້າງ ແລະ ການຍົກເລີກບັນດາ ໂຄງການທີ່ມີບັນຫາຕ່າງໆ ຍັງບໍ່ທັນໄດ້ປະ ຕິບັດໄດ້ທັງໝົດ

ການປະສານງານໃນຂັ້ນຕອນການອະນຸ ຍາດໂຄງການລະຫວ່າງ ຂະແໜງການກ່ຽວຂ້ອງ ຢູ່ຂັ້ນສູນ ກາງ, ທ້ອງຖິ່ນ ຍັງບໍ່ທັນກົມກຽວກັນເທົ່າທີ່ຄວນ ຈຶ່ງເຮັດໃຫ້ການສັງລວມ ແລະ ເກັບກໍາຂໍ້ມູນ ຍັງບໍ່ຄົບຖ້ວນ, ເປັນລະບົບ ແລະ ຍັງບໍ່ໄດ້ລວມສູນໃນຂະແໜງ ແຜນການ ແລະ ການລົງທຶນ (ຫ້ອງການບໍລິການການລົງທຶນປະຕູດຽວ)

ຊຶ່ງເປັນສາເຫດເຮັດໃຫ້ມີຫລາຍໂຄງການ ບໍ່ສາມາດເກັບຄ່າເຊົ່າ-ສໍາປະທານ ແລະ ອາກອນໄດ້, ເຮັດໃຫ້ການຕິດຕາມ ກວດກາ ແລະ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການ ພາຍຫລັງການອະນຸຍາດໃຫ້ເຊົ່າ ແລະ ສໍາປະ ທານທີ່ດິນຂອງລັດ ບໍ່ທັນໄດ້ດີ ຈຶ່ງເຮັດໃຫ້ພົບຄວາມຫຍຸ້ງ ຍາກໃນການເກັບກຳຂໍ້ມູນ ແລະ ບໍ່ມີຂໍ້ມູນຄົບຖ້ວນ

ການພິຈາລະນາໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ມີຫລາຍໂຄງການບໍ່ທັນສອດຄ່ອງກັບຂັ້ນຕອນ ທີ່ກຳນົດໄວ້ໃນກົດໝາຍ, ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດ ລ້ອມແບບຮອບດ້ານ ແລະ ແຜນພັດທະນາເສດຖະກິດ- ສັງຄົມ ຄືດັ່ງ ສສຊ ໄດ້ຍົກຂຶ້ນມາ, ບໍ່ໄດ້ມີການສໍາຫລວດພື້ນທີ່ຕົວຈິງກ່ອນການອະນຸມັດ ຈຶ່ງເກີດມີບັນຫາ ພື້ນທີ່ທັບຊ້ອນ.

SA Game
ຂປລ.

ນອກຈາກນີ້, ບາງໂຄງການໄດ້ດໍາເນີນ ການຈັດຕັ້ງປະຕິບັດໄປແລ້ວ ແຕ່ຍັງບໍ່ມີການສຶກສາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ບາງໂຄງການມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແລ້ວ ແຕ່ບໍ່ປະຕິບັດຕາມມາດຕະການຫລຸດຜ່ອນ ທີ່ກໍານົດໃນແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມທໍາມະຊາດ ແລະ ສິ່ງແວດລ້ອມສັງ ຄົມ

ຈຶ່ງເຮັດໃຫ້ເກີດມີຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຕາມມາ ຊຶ່ງບັນຫາເຫລົ່ານີ້ ທາງລັດຖະ ບານ ຈະມີການຊອກຫາວິທີ ແລະ ມາດຕະການແກ້ໄຂສະ ເພາະໃນຕໍ່ໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.