ເຈົ້າແຂວງ ເຊກອງ ໄດ້ເຄື່ອນໄຫວເຮັດວຽກງານຢູ່ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່

SA Game

ຂປລ. 

ເຈົ້າແຂວງ ​ແຂວງເຊກອງ ພ້ອມຄະນະ ລົງຢ້ຽມ​ຢາມຊຸກຍູວຽກງານຢູ່ເຂື່ອນໄຟຟ້າ

​ອີງ​ຕາມແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າແຂວງ ເຊກອງ ທ່ານ ເຫລັກໄຫລ ສີວິໄລພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ໂດຍມີ ທ່ານ ສັນຕິສຸກ ສີພັນດອນ ອໍານວຍການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ພ້ອມຄະນະ, ພະນັງານ-ກໍາມະກອນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສັນຕິສຸກ ສີພັນດອນ ຜູ້ອໍານວຍການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ໄດ້ໃຫ້ຮູ້ວ່າ: ເຂື່ອນໄຟຟ້າຫ້ວຍ ລໍາພັນໃຫຍ່ ຕັ້ງຢູ່ບ້ານສະທົວໃຕ້ເມືອງທ່າແຕງ ແຂວງເຊກອງ ກໍ່ສ້າງໃນປີ 2010 ແລະ ສໍາເລັດໃນປີ 2015 ໂດຍ ແມ່ນລັດວິສາຫະກິດໄຟຟ້າເປັນເຈົ້າຂອງໂຄງການ 100% ໃນມູນຄ່າການລົງທຶນ 200 ກວ່າລ້ານໂດລາສະຫະລັດ ເຊິ່ງພາຍຫລັງສໍາເລັດລັດວິສາຫະກິດໄຟຟ້າ ໄດ້ມອບໂອນຊັບສິນທັງໝົດ ໃຫ້ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້

SA Game
ຂປລ.

ສັນເຂື່ອນເປັນແບບຫີນຖົມ ແກນກາງເປັນດິນໜຽວ ຍາວ 557,3 ແມັດ, ສູງ 75,6 ແມັດ, ສັນເຂື່ອນກວ້າງ 8 ແມັດ, ຮາກຖານເຂື່ອນກວ້າງ 195 ແມັດ, ທໍ່ສົ່ງນໍ້າ (Penstock) ປະກອບດ້ວຍສອງ ແບບຄື: ແບບເປີດເທິງໜ້າດິນຍາວ 2.134 ແມັດ, ທໍ່ສົ່ງນໍ້າທາງຕັ້ງ (Vertical Shaft) ຍາວ 90 ແມັດ, ທໍ່ສົ່ງ ນໍ້າໃຕ້ດິນຍາວ 1.696,5 ແມັດ, ທໍ່ສົ່ງນໍ້າແຍກເຂົ້າຫາເຄື່ອງຈັກຍາວ 35,5 ແມັດ ລວມກໍາລັງການຕິດຕັ້ງ ທັງໝົດ 88 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໂດຍສະເລີຍໄດ້ 480 ກິກາວັດໂມງຕໍ່ປີ ເຊິ່ງກະແສໄຟຟ້າທີ່ຜະລິດໄດ້ ທັງໝົດແມ່ນຂາຍຍົກໃຫ້ລັດວິສາຫະກິດໄຟຟ້າລາວ.

ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະພັກ-ຄະນະອໍານວຍການ ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ກໍາມະກອນ ເປັນປົກກະຕິ ແລະ ຕໍ່ ເນື່ອງ; ສືບຕໍ່ຄຸ້ມຄອງການຜະລິດກະແສໄຟຟ້າໃຫ້ໄດ້ຕາມແຜນການທີ່ວາງໄວ້; ຄຸ້ມຄອງອ່າງເກັບນໍ້າ ແລະ ນໍາໃຊ້ ນໍ້າໃຫ້ເກີດປະໂຫຍດສູງສຸດ; ປະສານສົມທົບກັບອົງການປົກຄອງບ້ານປົກປັກຮັກສາປ່າໄມ້ ແລະ ຟື້ນຟູປ່າໄມ້; ປະຕິ ບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍຢ່າງເຂັ້ມງວດ; ປະຕິບັດພັນທະຕ່າງໆຕໍ່່ພັກ-ຕໍ່ລັດ ໂດຍສະເພາະແມ່ນ ການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ

SA Game
ຂປລ.

ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງທ່ສແຕງ ກໍຄື ແຂວງເຊກອງ ໃຫ້ຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້ ທ່ານເຈົ້າແຂວງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ສໍາເລັດທີ່ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ສາມາດຍາດໄດ້ໃນໄລຍະຜ່ານມາ ໂດຍສະເພາະແມ່ນການປະກອບສ່ວນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍ ໃນແຂວງເຊກອງໃຫ້ນັບມື້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.