ຄະນະຜູ້ແທນມົງໂກລີ ເຂົ້າຢ້ຽມຂໍ່ານັບນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສ​ປ​ປ ລາວ

SA Game

ຂ​ປ​ລ

ນາຍົກລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກລີ

ໃນວັນທີ 9 ທັນວາ2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ ໄຊຄັງບາຢາຣ໌ ກູຣ໌ເສັດ ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກລີ ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ໃນ ສ​ປ​ປ ລາວ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ພົນໂທ ໄຊຄັງບາຢາຣ໌ ກູຣ໌ເສັດ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຢູ່ທີ່ ກະຊວງປ້ອງກັນປະເທດ ສປປ ລາວ ໂດຍທ່ານໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນມົງໂກລີ ໃນຄັ້ງນີ້

SA Game
ຂ​ປ​ລ

ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ສອງພັກ, ລັດຖະບານ, ປະຊາຊົນສອງຊາດ ກໍຄື ສອງກອງທັບ ລາວ-ມົງໂກລີ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ, ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຂົງເຂດສາທາລະນະສຸກ, ການສຶກສາ, ກະສິກຳ ແລະ ອື່ນໆ

ເຖິງວ່າການຮ່ວມມືສອງຝ່າຍທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຍັງບໍ່ທັນຫລາຍ, ແຕ່ສອງລັດຖະບານກໍ່ມີຄວາມພະຍາຍາມຊຸກຍູ້ໃນຂະແໜງການດັ່ງກ່າວ ໃຫ້ມີການຮ່ວມມືຫລາຍຂຶ້ນໃນຕໍ່ໜ້າ.

ພ້ອມນີ້, ທ່ານໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈທີ່ໄດ້ຮັບການຊ່ວຍເຫລືອໃນປີ 2018 ຈາກລັດຖະບານມົງໂກລີ ທີ່ໄດ້ມອບແກະຈຳນວນ 1.050 ໂຕ ໃຫ້ແກ່ ລັດຖະ ບານ ສປປ ລາວ

ໂດຍຜ່ານກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ມອບແກະຈໍານວນດັ່ງກ່າວໃຫ້ກະຊວງປ້ອງກັນປະເທດລາວ ເປັນຜູ້ຮັບຜິດຊອບໃນການລ້ຽງ ແລະ ຂະຫຍາຍພັນ. ນອກນັ້ນ, ຝ່າຍມົງໂກລີ ຍັງໄດ້ສົ່ງຊ່ຽວຊານມາຊ່ວຍຊີ້ນຳການລ້ຽງແກະ ໃນເບື້ອງຕົ້ນໄລຍະສອງປີ.

ໃນໂອກາດດຽວກັນນີ້, ທ່ານ ພົນໂທ ໄຊຄັງບາຢາຣ໌ ກູຣ໌ເສັດ ກໍໄດ້ຕາງໜ້າຄະນະນສະແດງຄວາມຂອບໃຈມາຍັງ ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອໃທັແຈ້ງໃຫ້ຊາບເຖິງຈຸດປະສົ່ງຂອງການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.