ສິດທິມະນຸດພາຍໃຕ້ສົນທິສັນຍາສາກົນທີ່ ສປປ ລາວ ເຂົ້າເປັນພາຄີ

SA Game

ຜູ້ແທນປະຊາຊົນ

ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດຂອງ ສປປ ລາວ

 ໃນຕົ້ນ​ເດືອນກັນຍາ 2022 ທີ່ສະໂມສອນ ແຂວງສາລະວັນ, ເພື່ອເປັນການເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານສິດທິມະ ນຸດ ຂອງ ສປປລາວ ໃນເວທີສາກົນ ແລະ ພາກພື້ນ ລວມທັງພັນທະຕ່າງໆ ພາຍໃຕ້ສົນທິສັນຍາສາກົນທີ່ ສປປລາວ ເຂົ້າເປັນພາຄີ, ໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອເປັນບ່ອນອີງ ແລະ ໄດ້ຮັບການຄຳນຶງເຖິງການປະຕິບັດໜ້າທີ່ວຽກງານ.

ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຮ່ວມກັບກະຊວງການຕ່າງປະເທດ ຈຶ່ງໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປລາວ ເປັນພາຄີ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ 4 ແຂວງພາກໃຕ້

ໂດຍການເປັນປະທານຮ່ວມລະຫວ່າງທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ແລະ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກຳ ມະການແຫ່ງຊາດວ່າດ້ວຍສິດທິມະນຸດ

SA Game
ຜູ້ແທນປະຊາຊົນ

ມີບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນແຂວງ ຂອງແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກຈາກກະຊວງການຕ່າງປະເທດ ແລະ ກຳມາທິ ການການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກແຜນງານມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານປົກຄອງທີ່ດີ ແລະ ການສ້າງລັດປົກຄອງດ້ວຍກົດໝາຍ (CEGGA).

ກອງປະຊຸມໄດ້ຮັບການກ່າວຕ້ອນຮັບຈາກທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ; ຮັບຟັງຄວາມຮູ້ພື້ນຖານກ່ຽວກັບວຽກງານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດ ຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ ຈາກຕາງໜ້າກົມສົນທິ ສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ; ພາລະບົດບາດຂອງສະພາແຫ່ງຊາດ ຕໍ່ກັບການຮັບຮອງ, ໃຫ້ສັດຕະຍາບັນ ແລະ ການເຂົ້າຮ່ວມເປັນພາຄີສົນທິສັນຍາ, ການຕິດຕາມການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິ ສັນຍາສາກົນ ຈາກຕາງໜ້າກົມພົວພັນລັດຖະສະພາຫຼາຍຝ່າຍ, ກຳມາທິການການຕ່າງປະເທດ

SA Game
ຜູ້ແທນປະຊາຊົນ

ການເຂົ້າຮ່ວມຂະບວນການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ 3 ຕາງໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ; ວຽກງານການຄຸ້ມ ຄອງການເຄື່ອນໄຫວສາສະໜາ ຢູ່ ສປປລາວ ຈາກຜູ້ຕາງໜ້າກົມຊົນເຜົ່າ ແລະ ສາສະໜາ, ກະຊວງພາຍໃນ; ສັງລວມຂໍ້ກ່າວຫາກໍລະນີຕ່າງໆພາຍໃຕ້ຂັ້ນຕອນພິເສດ ສປຊ ແລະ ການຕອບໂຕ້ຊີ້ແຈງອະທິບາຍຂອງ ສປປລາວ ແລະ ການເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ຈາກຕາງໜ້າກົມສົນທິສັນຍາ ແລະ ກົດ ໝາຍ ກະຊວງການຕ່າງປະເທດ. ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບົດຕ່າງໆ ແລະ ສົນທະນາຖອດຖອນບົດຮຽນຕາມບັນຫາທີ່ຕົນໃຫ້ຄວາມສົນໃຈ ແລະ ຈຳເປັນຕໍ່ການປະຕິບັດໜ້າທີ່ໃນທ້ອງຖິ່ນຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຜູ້ແທນປະຊາຊົນ