ຄໍາວ່າ “ໝົກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝົກ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝົກ” ໝາຍເຖິງຂອງກິນຂອງຄົນ ເອີ້ນ ໝົກ ຫຼື ຫໍ່ໝົກ ຊຶ່ງເປັນວິທີແຕ່ງອາຫານຢ່າງໜຶ່ງດ້ວຍການເອົາໃບຕອງຫຼໍ່ ຫຼື ຫຸ້ມເຂົ້າ ດ້ວຍການເອົາສົ້ນຕອງມາທຸບເຕັງກັນໄວ້ທາງເທິງເປັນຊັ້ນໆ ເພື່ອບໍ່ໃຫ້ຂອງກິນທາງໃນອອກ ແລະ ເອົາໄມ້ຂັດໄວ້ແລ້ວເອົາໄປຂາງໄຟ ຫຼື ຈີ່ໄຟ ໃສ່ຖ່ານໄຟໃຫ້ສຸກ. ຫໍ່ໝົກ ຫຼື ໝົກ ມີຫຼາຍແນວຕາມຄົນເຮັດໄດ້ເຊັ່ນ: ໝົກປາ, ໝົກຮວກ, ໝົກປູ, ໝົກໜໍ່, ໝົກອີ່ໜ້ຽວ ເປັນຕົ້ນ.

ນອກຈາກນີ້, “ໝົກ” ຍັງໝາຍເຖິງການເອົາຂອງກິນ ຫຼື ຫໍ່ໝົກໄປໝົກໄຟນັ້ນເອງ ເພື່ອໃຫ້ອາຫານເຫຼົ່າ ນັ້ນສຸກຫອມ ແຕ່ຖ້າໝົກດົນອາດຈະໄໝ້ໄດ້. ໝົກສາມາດໝົກເທົ່າທີ່ຮ້ອນ ຫຼື ໝົກຖ່ານໄຟ ດັ່ງ ໝົກຊີ້ນແຫ້ງ, ໝົກຫໍ່ໝົກປາ, ໝົກຫໍ່ໝົກໜໍ່, ໝົກມັນ, ໝົກເຝືອກ ເປັນຕົ້ນ. ອີກຄວາມໝາຍໜຶ່ງ “ໝົກ” ແມ່ນການທີ່ຄົນເຮົາ ຫຼື ສິ່ງຂອງຢ່າງໃດ ຢ່າງໜຶ່ງໄປລີ້ຢູ່ບ່ອນອົບເອົາ ເຊັ່ນ: ໝົກເຄື່ອງທີ່ຊັກໄວ້ຢູ່ໃນຊາບບໍ່ເອົາໄປຕາກ, ໝົກຢູ່ແຕ່ໃນຫ້ອງບໍ່ອອກ ໄປພົບປະໃຜ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝົກ”.

“ໝົກ” (1. ຄໍານາມ) ຂອງກິນທີ່ເອົາໃບຕອງຫຼໍ່ເຂົ້າເອົາສົ້ນຕອງມາທຸບໄວ້ເທິງ ເອົາໄມ້ຂັດໄວ້ແລ້ວເອົາໄປຂາງໄຟໃຫ້ສຸກ ເອີ້ນ ໝົກ. (2. ຄໍາກິລິຍາ) ເອົາຂອງທີ່ເປັນໝົກ ຫຼື ສິ່ງທີ່ເປັນອາຫານໄປໃສ່ໄວ້ໃນເທົ່າໄຟ ຫຼື ຖ່ານໄຟ ເພື່ອໃຫ້ສຸກ. ລີ້ຢູ່ບ່ອນອົບເອົ້າ.

ຕົວຢ່າງ:

  • ແມ່ເຮັດຫາໝົກປາ, ປູ, ກຸ້ງດ ແມງອີ່ໜ້ຽວ ທີ່ຊ້ອນມາໄດ້ດ້ວຍຕອງກ້ວຍ ໄດ້ສອງສາມຫໍ່ແລ້ວ ນໍາໄປໝົກຖ່ານໄຟໄດ້ບໍ່ຮອດ 20 ນາ ທີ່ ສົ່ງກີ່ນຫອມຫວນໄປທົ່ວບໍ່ລິເວນດັ່ງກ່າວ.
  • ແມ່ຮ້າຍລູກສາວ ແລະ ລູກຊາຍ ເພາະໝົກລີ້ຢູ່ແຕ່ໃນຫ້ອງນອນ ພາກັນຫຼີ້ນເກມໝົດມື້ບໍ່ອອກໄປ ໃສ.

ສະຫຼຸບ.

ຄໍາວ່າ “ໝົກ” ແມ່ນວິທີການເຮັດອາຫານ ຫຼື ແຕ່ງກິນຂອງຄົນດ້ວຍການເອົາຕອງມາຫໍ່ ເພື່ອໄປຈີ່ເທົ່າໄຟໃຫ້ສຸກ ເອີ້ນ ໝົກ ຫຼື ຫໍ່ໝົກ. ຫໍ່ໝົກ ສາມາດເຮັດໄດ້ດ້ວຍອາຫານຫຼາຍປະເທດ ດັ່ງ ໝົກປາ, ໝົກປູ ອື່ນໆ. ນອກຈາກນີ້, “ໝົກ” ແມ່ນການໝົກດ້ວຍເທົ່າ ຫຼື ດ້ວຍຖ່ານໄຟ ເພື່ອໃຫ້ສຸກ ດັ່ງ ໝົກມັນ, ໝົກຫໍ່ໝົກ. “ໝົກ” ແມ່ນການເອົາເຄື່ອງໄປຍັງໃສ່ບ່ອນອົບເອົາ ຫຼື ຄົນໄປລີ້ຢູ່ແຕ່ໃນຫ້ອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo