ຄໍາວ່າ “ພົວພັນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພົວພັນ” ມີຄວາມໝາຍແນວໃດ?

ຄໍາວ່າ “ພົວພັນ” ໝາຍເຖິງການກ່ຽວຂ້ອງຊຶ່ງກັນ ແລະ ກັນ. ພົວພັນມີຫຼາຍຮູບແບບແຕກຕ່າງກັນອອກໄປ ດັ່ງ ພົວພັນກັນດ້ານສາຍເລືອດ ຫຼື ເປັນເຄືອຍາດຊຶ່ງກັນ ແລະ ກັນ ມາຍຄວາມວ່າມີກົກເຄົ້າແຫຼ່ງກໍາເນີດ ຈາກບ່ອນດຽວກັນ ແລະ ແຜ່ອອກໄປຕາມການເວລາ ແລະ ສະພາບເງື່ອນໄຂຕົວຈິງ ເຊັ່ນ: ລາວ ແລະ ໄທມີບັນພະບູລຸດຮ່ວມກັນ ແລະ ມີສາຍເລືອດໃກ້ຄຽງກັນທີ່ສຸດ ເມື່ອຍທຽບກັບຫຼາຍປະເທດໂດຍສະເພາະ ແມ່ນທາງຕາເວັນຕົກ ຫຼື ຄົນຢູ່ໂລບ ລວມທັງອາຟາລິກາ.

“ພົວພັນ” ຍັງໝາຍເຖິງກ່ຽວພັນກັນທາງຜົນປະໂຫຍດ, ລື້ງແກ່ນຊຶ່ງກັນ ແລະ ກັນ ອາດຈະຍ້ອນສັງຄົມ, ຍ້ອນນິດໃສ ຫຼື ເຫດ ການພາເຮັດໃຫ້ໄດ້ພົວພັນ ເຊັ່ນ: ພົວພັນແບບເພື່ອນຮ່ວມງານ, ພົວພັນກັນແບບ ໝູ່ເພື່ອນ, ພົວພັນກັນຍ້ອນທຸລະກິດ, ພົວພັນກັນຍ້ອນຜົນປະໂຫຍດ, ພົວພັນກັນແບບຊູ້ສາວ ເປັນຕົ້ນ. “ພົວພັນ” ຍັງໝາຍເຖິງການມີສ່ວນຮ່ວມ, ກ່ຽວພັນກັບເລື່ອງໃດເລື່ອງໜຶ່ງເປັນຕົ້ນ ພົວພັນກັບການເຊັນສັນຍາ, ພົວພັນ ກັບການກໍ່ການຮ້າຍ, ພົວພັນກັບການວາງແຜນ, ພົວພັນຢູ່ເບື້ອງຫຼັງ, ພົວພັນກັບຄະດີ ແລະ ອື່ນໆ. ຄໍາວ່າ “ພົວພັນ” ກົງກັນຂ້າມກັບ ຄໍາວ່າ “ບໍ່ກ່ຽວຂ້ອງ”

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພົວພັນ”.

“ພົວພັນ” (1. ຄໍາກິລິຍາ) ກ່ຽວຂ້ອງ, ກ້ຽວກອດ, ກ່ຽວພັນເຖິງກັນ.

ຕົວຢ່າງ:

  • ພໍ່ຕູ້ສາ ມີສາຍເລືອດພົວພັນກັບສອງຕະກຸນໃຫຍ່ ເພາະທາງພໍ່ແມ່ນລູກພະຍາບ້ານເກີນ ແລະ ແມ່ແມ່ນລູກພະຍາວຽງຈັນ.
  • ຂ້າພະເຈົ້າ ແລະ ສ່ຽວແອ ພົວພັນ ແລະ ຮູ້ຈັກກັນ ຍ້ອນເຮັດທຸລະກິດຮັບເໝົາກໍ່ສ້າງນໍາກັນເປັນເວລາຫຼາຍປີ.
  • ສົງຄາມລະຫວ່າງລັດເຊຍ ແລະ ປະເທດຢູ່ເຄນ ແມ່ນພົວພັນກັບເລື່ອງການແຜ່ອິດທິພົນທາງດ້ານ ພູມີລັດຖະສາດຂອງຂົ້ວມະຫາອໍານານ ເປັນຕົ້ນ ປະເທດຕາເວັນຕົກ ຊຶ່ງນໍາພາໂດຍຈັກກະພັດ ສະຫະລັດອາເມລິກາ.

ສະຫຼຸບ.

ຄໍາວ່າ “ພົວພັນ” ແມ່ນກ່ຽວຂ້ອງກັນ ມີຫຼາຍຮູບແບບແຕກຕ່າງກັນອອກໄປ ເຊັ່ນ: ພົວພັນກັນດ້ານສາຍເລືອດ, ພົວພັນກັນທາງຜົນປະໂຫຍດ, ພົວພັນກັນຍ້ອນໃກ້ສິດກັນ, ພົວພັນແບບເພື່ອນຮ່ວມງານ, ພົວພັນກັນແບບຊູ້ສາວ. ນອກຈາກນີ້, “ພົວພັນ” ແມ່ນການມີສ່ວນຮ່ວມເລື່ອງໃດເລື່ອງໜຶ່ງ. ຄໍາວ່າ “ພົວພັນ” ກົງກັນຂ້າມກັບ ຄໍາວ່າ “ບໍ່ກ່ຽວຂ້ອງ”

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo