ຄຳວ່າ ຈຸດປະສົງ ໃນພາສາລາວມີຄວາມໝາຍວ່າແນວໃດ?
ອະທິບາຍຄວາມໝາຍຂອງຄຳວ່າ ຈຸດປະສົງ ໃນພາສາລາວ.
ຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ມີຍັງມີບັນຫາໃນການນຳໃຊ້ ເພາະຄຳເວົ້າບາງຄຳນັ້ນເຮົາຍັງບໍ່ຮູ້ແທ້ແນ່ນນອນ ວ່າມັນມີຄວາມໝາຍເຖິງອັນໃດກັນແທ້ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ຖ້ອຍຄຳທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ ຈຸດປະສົງ ເຊີ່ງບາງຄົນອາດຍັງບໍ່ເຂົ້າໃຈໃນຄວາມໝາຍຂອງມັນກໍ່ເປັນໄດ້.
ບົດນີ້ຈື່ງຈະຍົກເອົາ ຄຳວ່າ ຈຸດປະສົງ ມາອະທິບາຍ, ເພາະຄຳນີ້ບາງຄົນອາດຍັງບໍ່ຮູ້ເຖິງຄວາມໝາຍທີ່ແທ້ຈິງຂອງມັນໄດ້ ເພາະມັນເປັນຄຳທີ່ຄ້ອນຄ້າງສະຫຼັບຊັບຊ້ອນເລັກນ້ອຍ ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງເລິກເຖິງຄຳນີ້ວ່າຄວາມໝາຍແທ້ໆຂອງຄຳວ່າ ຈຸດປະສົງ ນີ້ມີຄວາມໝາຍວ່າແນວໃດ.
ຄຳວ່າ ຈຸດປະສົງ.
ຄຳວ່າຈຸດປະສົງໝາຍເຖິງ ຜົນທີ່ເຮົາຕ້ອງການໃຫ້ບັນລຸໄປໃຫ້ຖືກຕາມຄວາມຕ້ອງການຂອງເຮົາທີ່ໄດ້ຕັ້ງເປົ້າໝາຍໄວ້ ຫຼື ໝາຍເຖິງການເຮັດການກະທຳເພື່ອໃຫ້ບັນລຸເປົ້າໝາຍຕາມແນວຄິດ, ຕາມແຜນການທີ່ເຮົາໄດ້ກຳນົດໃຫ້ສອດຄ່ອງກັນກັບຜົນທີ່ຈະໄດ້ຮັບເອີີ້ນວ່າ ຈຸດປະສົງ. ເຊິ່ງຄຳນີ້ຈະຖືກນຳໃຊ້ຫຼາຍໃນການໃຊ້ຊີວິດປະຈຳວັນຂອງຄົນເຮົາ ເພາະມັນເປັນຄຳທີ່ບົງບອກເຖິງຄວາມຕ້ອງການຂອງບຸກຄົນໃດຄົນໜື່ງ, ກຸ່ມຄົນໃດໜື່ງ ຫຼື ອົງກອນໃດໜື່ງໄດ້ເຊັ່ນ :
ຕົວຢ່າງ :
- ຈຸດປະສົງທີ່ມາຫາເຈົ້າໃນມື້ນີ້ຄືຢາກໃຫ້ເຈົ້າຍົກໂທດໃຫ້ຂ້ອຍໄດ້ບໍ່ ?
- ການແຂ່ງຂັນກິລາເທື່ອນີ້ມີຈຸດປະສົງເພື່ອສ້າງຄວາມສາມັກຄີພາຍໃນໝູ່ຄະນະ.
- ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຸກລະດົມແນວຄິດໃຫ້ກັບພໍ່ແມ່ພີ້ນ້ອງປະຊາຊົນໃຫ້ມີຄວາມກະຕືລືລົ້ນໃນການປົກປັກຮັກສາສິ່ງແວດລ້ອມ.
ສະຫຼຸບ.
ຄຳວ່າ ຈຸດປະສົງ ເປັນຄຳທີ່ບົງບອກເຖິງຄວາມຕ້ອງການໃຫ້ບັນລຸຕາມເປົ້າໝາຍຂອງຄົນເຮົາໂດຍກົງເລີຍກໍວ່າໄດ້ ເພາະມັນເປັນຄຳທີ່ຊີ້ແຈງໃຫ້ເຫັນເຖິງຄວາມຕ້ອງການທີ່ເຮົາຢາກໃຫ້ເກີດຂື້ນຕາມແນວທາງ ແລະ ຄວາມຄິດຂອງເຮົາເອງ ດັ່ງນັ້ນເພື່ອໃຫ້ເຂົ້າໃຈໄດ້ງ່າຍຂື້ນເວລາທີ່ເຮົາຕ້ອງການເວົ້າເຖິງຄວາມຕ້ອງການທີ່ເຮົາຢາກໃຫ້ມັນເກີດຂື້ນກັບໂຕເຮົາ ເຮົາກໍສາມາດເອີ້ນຄຳເຫຼົ່ານັ້ນວ່າຈຸດປະສົງໄດ້ເຊັ່ນກັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo