ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງຄຳວ່າຂ້ານ້ອຍ ກັບ ຂ້າພະເຈົ້າ

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ຄຳວ່າຂ້ານ້ອຍ ແລະ ຂ້າພະເຈົ້າ.

ພາສາລາວແມ່ນພາສາລາວທີ່ຄົນລາວໃຊ້ຕິດຕໍ່ສື່ສານ, ຄົບຄ້າສະມາຄົມອາລົມຈິດນຳກັນໃນສັງຄົມ. ເຮົາໃຊ້ພາສາສື່ສານກັນຜ່ານການເວົ້າ ແລະການຂຽນ, ໃນການເວົ້າອາດຈະບໍ່ຈໍາເປັນມີກົດເກນຈໍາກັດຕາຍຕົວຫຼາຍ ແຕ່ໃນການຂຽນພັດບໍ່ແມ່ນແນວນັ້ນ. ພາສາທີ່ສື່ສານຜ່ານການຂຽນຖືເປັນພາສາ ທີ່ໃຊ້ໃນການສື່ສານໃນລະດັບທີ່ຕ້ອງມີຄວາມຖືກຕ້ອງແນ່ນອນດ້ານອັກຂະຫຼະວິທີ ຫຼື ວິທີການຂຽນໃຫ້ ເປັນໄປຕາມຫຼັກໄວຍາກອນຂອງພາສາເຊິ່ງໄດ້ກຳນົດໄວ້.

ມື້ນີ້, ພວກເຮົາຈະນຳເອົາຄຳວ່າ ຂ້ານ້ອຍ ກັບ ຂ້າພະເຈົ້າ ມາອະທິບາຍ.ເຊິ່ງ​ສອງ​ຄຳ​ນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວກໍ່ຍັງຈຳແນກບໍ່ໄດ້ວ່າສອງຄຳນີ້ມີວິທີໃຊ້ແນວໃດ ແລະ ຄວນເວລາໃດຈື່ງຈະເໝາະສົມ, ດັ່ງນັ້ນມື້ນີ້ເຮົາຈື່ງຈະມາລົງເລິກເຖິງສອງຄຳນີ້ໄປພ້ອມກັນ.

SA Game
DooDiDo

ຄຳວ່າ ຂ້ານ້ອຍ.

ເປັນສັບພະນາມ ໃຊ້ແທນຊື່ຂອງຜູ້ເວົ້າ ກັບຄົນຜູ້ມີຍົດສູງ ຫຼື ທົ່ວໄປກໍ່ໄດ້ ທີ່ເພິ່ນອາວຸໂສ ຫຼື ເປັນຜູ້ໃຫຍ່ ທີ່ເຮົາຄວນເຄົາລົບ ແລະ ນັບຖື. ຄໍານີ້້ໃຊ້ໃນເມື່ອກ່ອນໃນເຊື້ອລາດຊະວົງ ມັກເວົ້້າກັບຜູ້ໃຫຍ່ວ່າ ຂ້ານ້ອຍຂໍອະນຸຍາດລາຍງານ… ຫຼັງຈາກນັ້ນສຸດທ້າຍຈະລົງທ້າຍດ້ວຍຄໍາວ່າ: ໂດຍ! ຂ້ານ້ອຍ ເວລາຕອບຮັບຄໍາສັ່ງຈາກຜູ້ໃຫຍ່ ແລະ ປັດຈຸບັນກໍ່ຍັງໃຊ້ຢູ່ຢ່າງກວ້າງຂວາງ ເຊັ່ນ:ນັກຮຽນມັກຈະເວົ້າວ່າ ຮຽນອາຈານຂ້ານ້ອຍຂໍຕອບ(ຄໍາຖາມ)…

ຕົວຢ່າງ :

  1. ຮຽນອາຈານຂ້ານ້ອຍຂໍອະນຸຍາດໄປເຂົ້າຫ້ອງນ້ຳ.
  2. ໂດຍ! ແມ່ນແລ້ວຂ້ານ້ອຍ

ຄຳ​ວ່າ ຂ້າພະເຈົ້າ.

ເປັນຄໍາແທນນາມ(ສັບພະນາມ) ແທນຊື່ຂອງຜູ້ເວົ້າ ໃນທາງໜັງສືລັດຖະການ,ການປະຊຸມ,ຫຼືເວລາທົ່ວໄປ ໃຊ້ກັບພວກຜູ້ໃຫຍ່ ຜູ້ມີຕໍາແໜ່ງ ເຊັ່ນ: ການແນະນໍາຕົນເອງໃນກອງປະຊຸມ ຂ້າພະເຈົ້າຊື່…

ເຮົາຈະເຫັນວ່າຄໍາສັບດັ່ງກ່າວອາດມີຄວາມໝາຍໃກ້ຄຽງກັນກັບຄຳວ່າຂ້ານ້ອຍຕ່າງແຕ່ການນໍາໃຊ້ໃຫ້ຖືກຕາມສະຖານະການສະຖານທີ່ ແລະ ກາລະເວລາບາງຄໍາກໍ່ບໍ່ຄວນໄປເວົ້າໃນແບບທົ່ວໄປ ບາງຄໍາກໍ່ສາມາດໃຊ້ໄດ້ທຸກສະຖານະການເຊັ່ນ:

ຕົວຢ່າງ:

  1. ຂ້າພະເຈົ້າຂໍຢັ້ງຢືນວ່າ…………
  2. ຂ້າພະເຈົ້າຂໍປະຕິຍານຕົນວ່າຈະເປັນພົນລະເມືອງດີຂອງສັງຄົມ.
  3. ມື້ນີ້ຂ້າພະເຂົ້າຈະຂື້ນມາລາຍງານກ່ຽວກັບວິທີການປ້ອງກັນການລະບາດຂອງພະຍາດອັກເສບປອດ(ໂຄວິດ 19).

ສະຫຼູບ.

     ຄຳວ່າ ຂ້ານ້ອຍ ກັບ ຂ້າພະເຈົ້າ ນັ້ນອາດມີຄວາມໝາຍທີ່ໃກ້ຄຽງກັນ ແຕ່ມີຫຼັກການຂຽນທີ່ແຕກຕ່າງກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການສື່ສານ,ການຂຽນ,ແລະ ການນຳໃຊ້ ພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ມີຄວາມໝາຍຄ້າຍຄືກັນແຕ່ແຕກຕ່າງກັນຢູ່ບ່ອນວ່າ ຄຳວ່າ ຂ້ານ້ອຍ ນັ້ນໃຊ້ເວົ້າກັບຄົນຜູ້ມີຍົດສູງ ຫຼື ທົ່ວໄປກໍ່ໄດ້ ທີ່ເພິ່ນອາວຸໂສ ຫຼື ເປັນຜູ້ໃຫຍ່ ທີ່ເຮົາຄວນເຄົາລົບ ແລະ ນັບຖື, ສ່ວນຄຳວ່າ ຂ້າພະເຈົ້າ ແມ່ນຈະໃຊ້ແທນຊື່ຂອງຜູ້ເວົ້າໃນທາງໜັງສືລັດຖະການ,ການປະຊຸມ,ຫຼືເວລາທົ່ວໄປ,ໃຊ້ກັບພວກຜູ້ໃຫຍ່ ແລະ ຜູ້ມີຕໍາແໜ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo