ເຊີ​ນ​ທ່ຽ​ວ! ເປີດ​ຕະ​ຫລາດ​ນັດ​ບຸນ​ອອກ​ພັນ​ສາ​ໄຫລ​ເຮືອ​ໄຟ​ປີ 2022

SA Game

ຂ​ປ​ລ

ຕະຫລາດນັດ ປະ​ເພ​ນີບຸນອອກພັນສາທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ

ໃນລະຫວ່າງວັນທີ 6-10 ຕຸລາ 2022 ນີ້, ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນ ຫລວງວຽງຈັນ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ເປີດຕະຫລາດນັດ ສືບສານຕຳນານບຸນອອກພັນສາ ໄຫລເຮືອໄຟ ປະຈຳປີ 2022

ໃຫ້ກຽດເຂົ້າຮ່ວມເປີດງານດັ່ງກ່າວ, ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມພິທີເປີດງານດັ່ງກ່າວ.

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ:

ການຈັດງານໃນຄັ້ງນີ້, ເປັນການອະນຸລັກ ຮັກສາວິຖີດຳລົງຊີວິດ ຂອງປະຊາຊົນລາວ ຕັ້ງແຕ່ບູຮານນະການ ໃຫ້ຄົນຮຸ່ນຫລັງໄດ້ສືບສານ, ຮຽນຮູ້ ແລະ ສ້າງຄວາມສຳນຶກ, ພາກພູມໃຈໃນຄວາມເປັນລາວ ຕິດພັນກັບງານບຸນປະເພ, ວັດທະນະທຳອັນດີງາມຂອງຊາດເຮົາ ທີ່ໄດ້ຍຶດຖືປະຕິບັດຢ່າງເປັນປົກກະຕິໃນແຕ່ລະປີ

SA Game
ຂ​ປ​ລ

ອີກດ້ານໜຶ່ງກໍ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃຫ້ມີຫລາກຫລາຍກິດຈະກຳ, ສ້າງບັນຍາກາດດ້ານການທ່ອງທ່ຽວ ໃຫ້ກັບຄືນສູ່ສະພາບໃໝ່ທີ່ດີຂຶ້ນພາຍຫລັງທີ່ລັດຖະບານໄດ້ມີນະໂຍບາຍ ເປີດຕ້ອນຮັບນັກທ່ອງທ່ຽວ ໃນຕົ້ນປີ 2022 ແລະ ເປີດປະເທດຢ່າງເຕັມຮູບແບບ ນັບແຕ່ເດືອນ ພຶດສະພາ 2022 ເປັນຕົ້ນມາ.

ໂອກາດດຽວກັນ, ທ່ານນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະພາບໍລິຫານ ບໍລິສັດ ສູນພັດທະນາເສດຖະກິດຄົບວົງຈອນ ໜອງຈັນ ຕອນເໜືອ ຈຳກັດ ກໍໄດ້ໃຫ້ຮູ້ວ່າ:

SA Game
ຂ​ປ​ລ

ການຈັດງານໃນຄັ້ງນີ້, ນອກຈາກເປັນການອະນຸລັກ ຮັກສາວິຖີດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ມີມາແຕ່ບູຮານນະການ ຕິດພັນກັບການສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງລາວເຮົາ ໃຫ້ຄົງຢູ່ຕະຫລອດໄປ, ຍັງເປັນການ ດຶງດູດໃຫ້ປະຊາຊົນຊາວນະຄອນຫລວງວຽງຈັນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມີການໄປມາຫາສູ່, ຈັບຈ່າຍໃຊ້ສອຍ ແລະ ທ່ອງທ່ຽວ ເພື່ອຟື້ນຟູເສດຖະກິດ, ການທ່ອງທ່ຽວໃຫ້ກັບຄືນສູ່ບັນຍາກາດທີ່ດີຂຶ້ນ ພາຍຫລັງປະສົບກັບວິກິດການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະຜ່ານມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.