ບຸນຊ່ວງເຮືອທ່າວັດຈັນປະຈຳປີ 2022 ຊາວ​ຄ້າ​ຂາຍ​ຊືນ​ໃຈ​ຂາຍ​ເຄືອງ​ດີ

SA Game

Vientiane Mai

ງານບຸນອອກພັນສາປະວໍລະນາທ່າວັດຈັນ ແລະ  ບຸນຊ່ວງເຮືອຄຶກຄັກສຳ​ລັບ​ປີ​ນີ້

ບຸນຊ່ວງເຮືອທ່າວັດຈັນ ແລະ ງານບຸນອອກພັນສາປະຈຳປີ 2022 ຄຶກຄື້ນຫລາຍເນື່ອງຈາກປີນີ້ທາງນະຄອນຫຼວງວຽງຈັນໄດ້ຈັດງານບຸນດັ່ງກ່າວຢ່າງຂຶ້ນຢ່າງຄຶກຄື້ນໂດຍອະນຸຍາດໃຫ້ມິຫຼາຍກິດຈະກຳເປັນຕົ້ນແມ່ນໄດ້ມີຈຳໜ່າຍສິນຄ້າພາຍໃນ ແລະ ຕ່າງປະເທດ ສິນຄ້າໂອດ໋ອບ ເຊິ່ງປີນີ້ເລີ່ມແຕ່ວັນທີ 8 ຫາສັນທີ 11 ຕຸລາ ເຫັນມາໃນແຕ່ລະວັນແມ່ນໄດ້ມີມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຈຳນວນຫຼາຍ

ສົ່ງຜົນໃຫ້ບັນດາຫ້າງຮ້ານ ກໍຄື ບັນດາຮ້ານອາຫານ ຮ້ານເຂົ້າຫຼາມປີ້ງໄກ່ ຮ້ານຂາຍເຄື່ອງນຸ່ງຫົ່ມໄດ້ຂາຍດີ ຖ້າທຽບໃສ່ປີຜ່ານໆມາ ທີ່ມີການລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ຊາວຄ້າຂາຍຍີ້ມອອກ ແລະ ດີໃຈທີ່ສິນຄ້າທີ່ນຳມາຈຳໜ່າຍປີນີ້ໄປຂາຍດີ ໂດຍສະເພາະແມ່ນຮ້ານຂາຍເຈົ້າຫຼາມປີ້ງໄກ່.

SA Game
Vientiane Mai

ແມ່ເຕ້ຍ ເຈົ້າຂອງຮ້ານຂາຍເຂົ້າຫຼາມປີ້ງໄກ່ຂາຍໃນງານບຸນດັ່ງກ່າວວ່າ:ຕົນເອງໄດ້ນຳເຈົ້າຫຼາມປີ້ງໄກ່ມາວາງຂາຍເລີ່ມແຕ່ວັນທີ 8 ຕຸລາ ຈົນມາເຖິງປັດຈຸບັນ ເຊີ່ງໃນການຂາຍປີນີ້ແມ່ນໄດ້ຂາຍດີ ມື້ໜຶ່ງຂາຍໄດ້ ສາມ ຫາ ສີ່ລ້ານກີບ ນັ້ນອາດເປັນຍ້ອນໃນແຕ່ລະມື້ແມ່ນມີມວນຊົນຈຳນວນຫຼາຍເຂົ້າມາທ່ຽມຊົມບຸນໃນເວລາຈະກັບບ້ານເຮືອນຈຶ່ງໄດ້ແວ່ຊື້ເຂົ້າຫຼາມປີ້ງໄກ່ເປນຂອງຕ້ອນຂອງຝາກ.

ອີກຮ້ານໜຶ່ງແມ່ນຮ້ານຈຳໜ່າຍຜະລິດຕະພັນລາວຂຶງບໍລິສັດມິດຕະພາບກະສິກຳຈຳກັດເຊີ່ງໄດ້ນຳເອົາຜະລິດຕະພັນຂອງຕົນມາຈຳໜ່າຍປະກອບມີ ນໍ້າສາລີ ນໍ້າແຈ່ວຊະນິດຕ່າງໆ ກະທຽມໂທນ ໝາກຕ້າວ ແລະ ອື່ນໆມາວາງຈຳໜ່າຍເຫັນໄດ້ວ່າໄດ້ຮັບການຕອບຮັບດີ ສິນຄ້າຂາຍດີ ໂດຍສະເພາະແມ່ນນໍ້າສາລີ .

SA Game
Vientiane Mai

ຮ້ານຂາຍອາຫານ ທ້າວຕິກ ກໍເປັນອີກຮ້ານໜຶ່ງທີ່ເວົ້າສຽງດຽວກັບຮ້ານທີ່ກ່າວມາວ່າ :ອາຫານທີ່ເຮັດມາວາງຂາຍໃນງານໃນແຕ່ລະວັນປະມານ 10 ກວ່າຊະນິດແມ່ນໄດ້ຂາຍດີຂາຍໝົດທຸກມື້.

ມີພຽງໜຶ່ງຮ້ານທີ່ເປັນຮ້ານຂາຍເສື້ອຜ້າແຟຊັນທີ່ເວົ້າວ່າປີນີ້ເປັນອີກປີໜຶ່ງທີ່ໄດ້ຂາຍເຄື່ອງດີພໍສົມຄວນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Vientiane Mai