ເຮືອເກົ່າ ໄດ້​ຖືກ​ຄົ້​ນ​ພົບ​ໂດຍ​ປະ​ຊາ​ຊົນ ບ້ານ ຖິ່ນຄໍາ ເມືອງ ທຸລະຄົມ

SA Game ເຮືອເກົ່າ

ຍ່າວທົ່ງ-ລ້ອງງື່ມ

ຂະແໜງວັດທະນະທໍາ ລົງເກັບກໍາຂໍ້ມູນ ເຮືອເກົ່າ ແກ່ທີ່​ພົບຢູ່ບ້ານຖິ່ນຄໍາ ເມືອງທຸລະຄົມ ແຂວງວຽງຈັນ

ເຮືອເກົ່າ ເປັນ​ຊາກ​ເຮືອ​ທີ່​ມີປະຊາຊົນຊາວບ້ານຖິ່ນຄໍາ ເມືອງທຸລະຄົມ ແຂວງວຽງຈັນ​ບັງ​ເອີນ​ຄົ້ນ​ພົບ​ເຮືອ​ເກົ່າ​ທີ່​ອາດ​ເປັນ​ວັດ​ຖ​ຸ​ບູ​ຮານ​ທີ່​ມີ​ຄ່າ​ຂອງ​ປະ​ເທດ​ຊາດ, ພາຍຫຼັງປະຊາຊົນຊາວບ້ານຖິ່ນຄໍາ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ພົບເຫັນເຮືອເກົ່າແກ່ຢູ່ແມ່ນໍ້າງື່ມເຂດບ້ານດັ່ງກ່າວ ແລະ ໄດ້ແຈ້ງໃຫ້ທາງອົງການປົກຄອງເມືອງຮັບຊາບແລ້ວ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ (ຖວທ) ໄດ້ເຮັດໜັງສືລາຍງານໃຫ້ພະແນກ ຖວທ ແຂວງວຽງຈັນ ເປັນລາຍລັກອັກສອນ.

ຈາກນັ້ນ, ໃນວັນທີ 2 ມິຖຸນາ 2023 ຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງ ໄດ້ລົງໄປເກັບກໍາຂໍ້ມູນຂອງເຮືອດັ່ງກ່າວ ໃນຂັ້ນເບື້ອງຕົ້ນ ໂດຍມີ ທ່ານ ແກ້ວອຸດອນ ສີຫາລາດ ຫົວໜ້າຂະແໜງວັດທະນະທໍາ ພະແນກ ຖວທ ແຂວງ, ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການ ຖວທ ເມືອງ ແລະ ສົມທົບກັບການຈັດຕັ້ງບ້ານລົງເຮັດວຽກຮ່ວມກັນ.

ຕາມການໃຫ້ຂໍ້ມູນຂອງ ທ່ານ ວຽງໄຊ ວົງໄຊ ຄະນະແນວລາວສ້າງຊາດບ້ານຖິ່ນຄໍາ ເວົ້າວ່າ:

SA Game
ຍ່າວທົ່ງ-ລ້ອງງື່ມ

ມື້ພົບເຫັນເຮືອກົງກັບວັນທີ 19 ພຶດສະພາ 2023, ແຮມ 15 ຄໍ່າ, ເດືອນ 6 ພສ 2566 ຊຶ່ງມີປະຊາຊົນໄປໄຫຼມອງຫາປາ ແລະ ພາກັນຜັດລວງມອງອະນາໄມແລວນໍ້າ ແລ້ວມອງໄດ້ໄປເກາະເອົາເຮືອຈົ່ມຢູ່ພື້ນນໍ້າມີຂີ້ຊາຍ ແລະ ຂີ້ຕົມຖົ່ມໄວ້; ເມື່ອເປັນເຊັ່ນນັ້ນ ຈຶ່ງໄດ້ມາແຈ້ງຕໍ່ການຈັດຕັ້ງເຖົ້າແກ່ແນວໂຮມບ້ານພາກັນເຮັດພິທີຄອບໄຂ່ວ ແລ້ວເອົາເຮືອຂຶ້ນມາໄວ້ຢູ່ເທິງຝັງທີ່ຜາມໄຊບ່ອນເຮັດບຸນຊ່ວງເຮືອເດີ່ນວັດເກົ່າແຄມນໍ້າງື່ມບ້ານຖິ່ນຄໍາ.

ເຮືອມີຂະໜາດລວງຍາວ 8,50 ແມັດ, ກວ້າງ 70 ຊັງຕີແມັດ ເຮັດດ້ວຍໄມ້ແຄນ, ເປັນເຮືອເຈາະໄມ້ລໍາດຽວ, ຄາດວ່າຖືກສ້າງຂຶ້ນມາໄດ້ຫຼາຍປີ ແລະ ຈົມຢູ່ນໍ້າມາດົນແລ້ວ ຈຶ່ງມີສ່ວນໃດສ່ວນໜຶ່ງໂດກແຕກຫັກ; ຕາມການສັນນິຖານ ແລະ ບອກເລົ່າຂອງຜູ້ເຖົ້າຜູ້ແກ່ເຂດບ້ານດັ່ງກ່າວເວົ້າວ່າ:

SA Game
ຍ່າວທົ່ງ-ລ້ອງງື່ມ

ເຮືອລັກສະນະແບບນີ້ ເມື່ອ 60 ປີຄືນຫຼັງປະຊາຊົນເຂດລ້ອງງື່ມກໍນິຍົມເຮັດ ແລະ ນໍາໃຊ້, ໂດຍສະເພາະເຂດບ້ານຫຼິ່ງຊັນ ກໍເຄີຍມີຄົນນໍາໃຊ້ຫຼາຍ, ຄາດຄະເນວ່າອາຍຸບໍ່ຕໍ່າກວ່າ 100 ກວ່າປີ, ນັບແຕ່ໄດ້ນໍາເອົາເຮືອຂຶ້ນມາໄວ້ເທິງຝັງ ກໍມີຄົນມາເບິ່ງມາຊົມ, ມາກາບໄຫວ້ຕາມການເຊື່ອຖື ເປັນຈໍານວນຫຼວງຫຼາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຍ່າວທົ່ງ-ລ້ອງງື່ມ