ຂີ່​ລົດ​ຖີບປູກ​ຈິດ​ສຳ​ນຶກ​ຮັກ​ສາ​ສິ່ງ​ແວດ​ລ້ອມທີ່​ນະ​ຄອນ​ຫລວງ​ພະ​ບາງ

SA Game

ຂ​ປ​ລ

ຈັດຂະບວນຂີ່ລົດຖີບໃຫ້ນັກທ່ອງທ່ຽວໄດ້ມີສ່ວນຮ່ວມເພື່ອປູກຈິດສຳນຶກ ຮັກສາສິ່ງແວດລ້ອມ

ໃນວັນທີ 7 ຕຸລາ ນີ້ ທີ່ເທສະບານແຂວງ ຫລວງພະບາງ, ໄດ້ຈັດຂະບວນຂີ່ລົດຖີບເພື່ອປູກ ຈິດສຳນຶກໃຫ້ທຸກຄົນ ໂດຍສະ ເພາະແມ່ນນັກທ່ອງທ່ຽວໄດ້ມີສ່ວນຮ່ວມໃນ ການປົກປັກຮັກສາສິ່ງແວດລ້ອມໃຫ້ຫລາຍຂຶ້ນ

ເປັນກຽດເຂົ້າຮ່ວມມີທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງ ຫລວງພະບາງ, ຜູ້ຊີ້ນຳວຽກງານ ວັດທະນະທຳ -ສັງຄົມ, ທ່ານ ນາງ ກຽວທິຮັງຟຸກ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກເໜືອ, ທ່ານ ນາງ ພອນມາລີ ອິນທະພົມ, ຫົວໜ້າ ກົມ ພັດທະນາການທ່ອງທ່ຽວ ກະຊວງ ຖວທ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ມວນຊົນຊາວແຂວງຫລວງພະບາງເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານແມ່ນເພື່ຶອເປັນການການສະເຫລີມສະຫລອງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ທີ່ສຳຄັນ ເພື່ອຊຸກຍູ້ ແລະ ເສີມສ້າງຄວາມສາມັກຄີຮັກແພງ ລະຫວ່າງພະນັກງານ, ໄວໜຸ່ມ ກໍຄືມວນ ຊົນຂອງສອງປະເທດ ໄດ້ມີໂອກາດພົບປະ ແລະ ເຄື່ອນໄຫວກິດຈະກໍາດ້ານ ກິລາ ຮ່ວມກັນ

SA Game
ຂ​ປ​ລ

ຜ່ານມາ ອົງການປົກຄອງແຂວງ ກໍຄືພະແນກຖະແຫລງ ຂ່າວ ວັດທະນະະທໍາ ແລະ ທ່ອງທ່ຽວ ແຂວງ ຫລວງພະບາງ ໄດ້ຈັດກິດຈະ ກໍາຕ່າງໆ ຮ່ວມກັບແຂວງ ເຊີນລາ ສສ ຫວຽດນາມ, ເປັນຕົ້ນ:

ແມ່ນງານ ເທດສະການ ວັດທະນະທໍາ ແລະ ທ່ອງທ່ຽວ ໃນຫົວຂໍ້ “ບົດເພງແຫ່ງຄວາມ ຮັກ ເຊີນລາ-ຫລວງພະບາງ” ປີ 2022 ທີ່ ແຂວງຫລວງພະບາງ.

ສໍາລັບຂະບວນການຂີ່ລົດຖີບສາມັກຄີຄັ້ງນີ້ແມ່ນເພື່ອເປັນການຊຸກຍູ້ສົ່ງເສີມວັດທະນະທໍາ ແລະ ໂຄສະນາເຜີຍແຜ່ການທ່ອງທ່ຽວຂອງແຂວງ ເພື່ອ ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ

ເຊິ່ງກິດຈະກໍາຂະບວນຂີ່ລົດຖີບໃນ ຄັ້ງນີ້ແມ່ນແຕກຕ່າງກັບກິດຈະກໍາທີ່ຜ່ານມາ;ໃນງານນີ້ບັນດາ ຜູ້ເຂົ້າຮ່ວມ ແມ່ນໄດ້ນຸ່ງຊຸດປະຈໍາຊາດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ- ລາວ ແລະ ນຸ່ງຊຸດຊົນເຜົ່າ ຂອງຊາວຫລວງພະບາງ ເພື່ອເປັນການອະນຸຮັກ ແລະ ສົ່ງເສີມວັດທະນະທໍາ ອັນດີງາມ ຂອງສອງຊາດ ລາວ-ຫວຽດນາມ.

ສໍາລັບເສັ້ນທາງຂອງຂະບວນ ຂີ່ລົດຖີບ ແມ່ນເລີ່ມເຄື່ອນຂະບວນ ຈາກສໍາ ນັກງານທ່ອງທ່ຽວແຂວງ (ໂຮງແຊກເກົ່າ), ຂີ່ລົດໄປຕາມເສັ້ນທາງນໍ້າພຸ ຜ່ານສະຖານ ກົງສູນໃຫຍ່ ສສ ຫວຽດນາມ, ລ້ຽວຊ້າຍໄປທາງໂຮງຮຽນສີ ຖານ ແລ້ວລ້ຽວຊ້າຍໄປທາງສີ່ແຍກ ຕະຫລາດດາຣາ ໄປຫາທາງພູຂີ້ມ້າ (ບ້ານ ອາໄພ), ລ້ຽວຂວາໄປທາງວັດວິຊຸນ

SA Game
ຂ​ປ​ລ

ຜ່ານຂົວນໍ້າຄານເກົ່າ ແລະ ທ່ຽວ ຊົມກິດຈະກຳຕ່າງໆຢູ່ບ້ານ ຊ່າງຄ້ອງ ເພື່ອສະເຫຼີມສະຫຼອງ ປີສາມັກຄີ ມິດ ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ເປັນ ການຊຸກຍູ້ສົ່ງ ເສີມວັດທະນະທໍາ ແລະ ໂຄສະນາເຜີຍແຜ່ ພາບພົດການທ່ອງທ່ຽວຂອງ ແຂວຫລວງພະບາງ ເພື່ອເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ