ທິດາເຜົ່າ ງານປະກວດນາງສາວສະຫຼອງປະກາດມໍ​ລະ​ດົກ​ແຫ່ງ​ຊາດ

SA Game ທິດາເຜົ່າ

pasaxon.org.la

ແຂວງອັດຕະປື ປະກວດນາງສາວ ທິດາເຜົ່າ ສະເຫຼີມສະຫຼອງ ປະກາດ 2 ວັດ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ທິດາເຜົ່າ ເປັນ​ງານປະກວດນາງສາວ ທິ​ດາ​ເຜົ່າ ເພື່ອ​ສະ​ລອງການປະກາດມໍ​ລະ​ດົກ​ແຫ່ງ​ຊາດ, ເຊິ່ງ​ມີ​ຫລາຍ​ກຸ່ມ​ບ້ານ​ທີ່​ເຂົ້າ​ຮ່ວມ​ເຊັ່ນ: ກຸ່ມບ້ານເຊໃຫຍ່ ເມືອງສາມັກຄີໄຊ, ກຸ່ມບ້ານວັດທາດພະໄຊ ແລະ ບ້ານວັດຫລວງ ເມືອງໄຊເສດຖາ, ກຸ່ມບ້ານມິດສະພັນ ເມືອງສະໜາມໄຊ ແລະ ກຸ່ມບ້ານປະອໍາ ເມືອງຊານໄຊ.

ທັງນີ້, ກໍເພື່ອເປັນການສືບສານສຶກສາຮຽນຮູ້ ແລະ ປູກຈິດສໍານຶກໃຫ້ແກ່ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ເຫັນໄດ້ເຖິງຮີດຄອງປະເພນີ, ວັດທະນະທໍາ, ວິຖີດໍາລົງຊີວິດທີ່ໄດ້ສືບທອດກັນມາແຕ່ບູຮານນະການເຖິງປັດຈຸບັນ ແລະ ອັນສໍາຄັນ ເພື່ອສົ່ງເສີມ, ອະນຸລັດວັດທະນະທໍາຮີດຄອງປະເພນີ ໃຫ້ສືບທອດເຊັ່ນລູກເຊັ່ນຫລານຕະຫລອດໄປ.

ງານປະກວດນາງສາວ ທິດາເຜົ່າ ສະເຫຼີມສະຫຼອງພິທີປະກາດວັດຫຼວງ ເມືອງເກົ່າ ແລະ ວັດທາດພະໄຊ ເມືອງໄຊເສດຖາ ແຂວງອັດຕະປື ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໃນຄໍ່າຄືນວັນທີ 24 ມິຖຸນາ ຜ່ານມາ ທີ່ເດີ່ນໂຮງຮຽນປະຖົມສົມບູນບ້ານວັດຫຼວງ ໂດຍແມ່ນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະມາຄົມສຽງແຄນລາວຈັດຂຶ້ນ

SA Game
pasaxon.org.la

ຊຶ່ງມີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ປະທານຄະນະກຳມະການປະກາດວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ, ມີຄະນຳຂອງແຂວງ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະກຳມະການທຸກພາກສ່ວນ, ມວນຊົນຊາວແຂວງອັດຕະປືເຂົ້າຮັບຊົມຮັບເຊຍຢ່າງຫຼວງຫຼາຍ.

SA Game
pasaxon.org.la

ງານປະກວດນາງສາວທິດາເຜົ່າ ໄດ້ສືບຕໍ່ໃນຮອບຄັດເລືອກເອົານາງສາວທິດາເຜົ່າ, ໃນວາລະຂອງງານປະກວດດັ່ງກ່າວບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຊົມຮັບເຊຍລາຍການຕ່າງໆດ້ວຍຄວາມສະໜຸກສະໜານເຊັ່ນ: ລາຍການສະແດງເປົ່າແຄນພື້ນເມືອງຂອງຄະນະສະມາຄົມສຽງແຄນລາວຈາກສູນກາງ ແລະ ຕົວແທນໝໍແຄນຈາກ 5 ຕົວເມືອງ ເພື່ອສືບສານວັດທະນະທໍາອັນດີງາມຂອງຊາດລາວຕະຫຼອດໄປ.

ສໍາລັບນາງສາວທິດາເຜົ່າໃນ 11 ຊົນເຜົ່າທີ່ເປັນຕົວແທນຈາກ 5 ຕົວເມືອງ ມີທັງໝົດ 35 ຄົນ, ຄັດເອົາໃນຮອບທີ 1, ເອົາຈໍານວນ 7 ຄົນ, ຄັດໃນຮອບສອງ ເອົາຈໍານວນ 5 ຄົນ ແລະ ຄັດເຂົ້າຮອບສຸດທ້າຍຈໍານວນ 3 ຄົນ

SA Game
pasaxon.org.la

ໃນນັ້ນລາງວັນທີ 1 ໄດ້ແກ່ນາງ ສຸກພາພອນ ໄຊຍະສິດ, ນ້ຳເບີ 6, ອາຍຸ 18 ປີ ຊຶ່ງເປັນນາງສາວທິດາເຜົ່າຕົວແທນເຜົ່າລາວ ເມືອງສາມັກຄີໄຊສົ່ງເຂົ້າປະກວດ ໄດ້ຮັບມົງກຸດ ແລະ ເງິນສົດ 5.000.000 ກີບ, ທີ 2 ໄດ້ແກ່ນາງ ສາວ ສຸກມີໄຊ ແກ້ວສົມນຶກ, ນ້ຳເບີ 30, ອາຍຸ 18 ປີ, ນາງສາວທິດາເຜົ່າ ຕົວແທນເຜົ່າຕະຫຼຽງ ເມືອງຊານໄຊ ສົ່ງເຂົ້າປະກວດ, ຮັບລາງວັນເປັນເງິນສົດ 3.000.000 ກີບ, ທີ 3 ໄດ້ແກ່ ນາງ ບັງອອນ ບຸນນະແສງ, ນ້ຳເບີ 27, ອາຍຸ 18 ປີ, ນາງສາວທິດາເຜົ່າ ຕົວແທນເຜົ່າເບຣົາ ເມືອງພູວົງ ສົ່ງເຂົ້າປະກວດ ໄດ້ຮັບລາງວັນເປັນເງິນສົດ 2.000.000 ກີບ, ສ່ວນນາງສາວທີ່ບໍ່ໄດ້ຜ່ານເຂົ້າຮອບຈະໄດ້ຮັບລາງວັນຊົມເຊີຍຢ່ງສົມກຽດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.