ເຂດເສດຖະກິດ ສາມຫຼ່ຽນຄຳ ສ້າງວຽກໃຫ້ແຮງງານລາວຈຳນວນຫລາຍ
ສາມຫຼ່ຽມຄຳ ເປັນເຂດເສດຖະກິດທີ່ສ້າງວຽກເຮັດງານທຳໃຫ້ແຮງງານລາວເກືອບແສນຄົນ.
ໃນວັນທີ 23 ຕຸລາ 2021ຜ່ານມານີ້, ໄດ້ມີກອງປະຊຸມຫາລື ເພື່ອເປັນການກຽມຮັບມືກັບການລົງທຶນ ແລະ ການປົກປ້ອງຜູ້ອອກແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຮ່ວມກັບແຂວງ ແລະ ຜູ້ພັດທະນາ ຈັດກອງປະຊຸມຫາລື ກ່ຽວກັບການໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃນການດຳເນີນການຂຶ້ນທະບຽນ ເພື່ອຈົດນັບຈຳນວນຜູ້ອອກແຮງງານ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳດັ່ງກ່າວ.
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ມີຄຳເຫັນ ໂດຍຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນ ລວມທັງການປະຕິ ບັດຕາມການຊີ້ນຳຂອງລັດຖະບານ ໃນການແກ້ໄຂບັນຫາແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເນື່ອງຈາກ ເຂດດັ່ງກ່າວມີການລົງທຶນຂະໜາດໃຫຍ່ ແລະ ສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ການພັດທະນາເສດຖະກິດຢູ່ແຂວງບໍ່ແກ້ວ.
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ຖືເປັນການລົງທຶນຂະໜາດໃຫຍ່ ທີ່ອາດຈະສ້າງວຽກເຮັດງານທຳໃຫ້ກັບແຮງງານລາວ ແລະ ແຮງງານຕ່າງປະເທດ ເຖິງແສນກວ່າຄົນໃນອະນາຄົດ.
ດັ່ງນັ້ນ ການຂຶ້ນທະບຽນແຮງງານ, ການຈັດຫາງານວຽກເຮັດງານທຳ ແລະ ການກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອໃຫ້ສາມາດກຳໄດ້ສັນຍາແຮງງານ, ເງິນເດືອນພື້ນຖານ, ຜູ້ອອກແຮງງານໄດ້ຮັບການຄຸ້ມຄອງຕາມກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍ ວ່າດ້ວຍການປະກັນສັງຄົມ ລວມທັງການຝຶກສີມືແຮງງານເຂົ້າສູ່ຕາມຕຳແໜ່ງງານ ເຊິ່ງທັງໝົດນີ້ ເປັນອີກວຽກໜຶ່ງທີ່ສຳຄັນ ທີ່ຖືກກຳນົດຢູ່ໃນວາລະແຫ່ງຊາດຂອງລັດຖະ ບານ ຕ້ອງໄດ້ປະຕິບັດໃຫ້ສຳເລັດຢ່າງຮີບດ່ວນ.
ທ່ານຍັງກ່າວຕື່ມວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຖືວ່າເປັນເຂດເສດຖະກິດທີ່ໃຫຍ່ທີ່ສຸດອີກເຂດໜຶ່ງຂອງ ສປປລາວ ດ້ວຍຈຳນວນການລົງທຶນທີ່ມະຫາສານ ແລະ ການນຳໃຊ້ແຮງງານ ທັງລາວ ແລະ ຕ່າງປະເທດຫລາຍສິບພັນຄົນ ແລະ ອາດເຖິງແສນຄົນໃນອະນາຄົດອັນໃກ້, ສະນັ້ນ ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກແຮງງານທີ່ກຳລັງເຮັດວຽກ ຢູ່ເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ຢ່າງລະອຽດ ເຊັ່ນ: ຈຳນວນຜູ້ວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ຕ້ອງການສືບຕໍ່ເຮັດວຽກ ແລະ ຜູ້ຕ້ອງການກັບຄືນປະເທດ ຊຶ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ .
ປັດຈຸບັນ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສາມາດດຶງດູດການລົງທຶນໄດ້ທັງໝົດ 303 ບໍລິ ສັດ, ໃນນັ້ນ ພາຍໃນ 12 ບໍລິສັດ, ຕ່າງປະເທດ 290 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 1 ບໍລິສັດ, ກວມເອົາຂະແໜງອຸດສາຫະກຳ 5 ບໍລິສັດ, ຂະແໜງການຄ້າ 76 ບໍລິສັດ ແລະ ຂະແໜງບໍລິການ 222 ບໍລິສັດ.
ບໍລິສັດໂດຍມີທືນທັງໝົດຫລາຍກວ່າ 6,5 ຕື້ກວ່າໂດລາສະຫະລັດ ແລະ ໂດຍລົງທຶນຕົວຈິງແລ້ວ 1,8 ຕື້ກວ່າໂດລາສະຫະລັດ, ສາມາດສ້າງວຽກເຮັດງານທໍາໃຫ້ແຮງງານໄດ້ 51.238 ຄົນ ໃນນັ້ນ, ແຮງງານລາວ 19.984 ຄົນ ແລະ ແຮງງານຕ່າງປະເທດ 37.254 ຄົນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຮສສ.