ຍັງ​ຄົງ​ລະ​ບາດ! ສ​ປ​ປ ລາວ​ຍັງ​ຄົງ​ຕິດ​ເຊື້ອໂຄວິດ-19 ​ຫລາຍ ແລະ ເປັນ​ວົງ​ກ້​ວາງ

SA Game

rfa

ການຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ແມ່ນຕິດເຊື້ອສູງ ແລະ ແພ່ລາມກວ້າງອອກ​ໄປ​ເລື້ອຍໆ.

ຕາມ​ການ​ຖະ​ແຫລງ​ຂ່າວ​ຈາກ​ຄະ​ນະ​ສະ​ເພາະ​ກິດ, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານໃນວັນທີ 25 ຕຸລາ 2021 ນີ້ວ່າ: ສະພາບການຕິດເຊື້ອພະຍາດໂຄວິດ-19 ໃນ 7 ວັນຢ້ອນຫລັງ (17-23 ຕຸລາ 2021) ຍັງຢູ່ໃນສະພາບຕິດເຊື້ອສູງ ແລະ ແຜ່ລາມກວ້າງ. ຕົວເລກການຕິດເຊື້ອຍັງສູງຫລາຍໃນທົ່ວປະເທດ ສະເລ່ຍຕິດເຊື້ອໃໝ່ປະມານ 515 ຄົນຕໍ່ວັນ ໃນນັ້ນນະຄອນຫລວງວຽງຈັນ, ມີການຕິດເຊື້ອກວມ 45% ຂອງການຕິດເຊື້ອທັງໝົດໃນທົ່ວປະເທດ.

ສ່ວນແຂວງທີ່ມີການຕິດເຊື້ອກ້າວກະໂດດ ກໍແມ່ນແຂວງຫລວງພະບາງ, ເຊິ່ງການຕິດເຊື້ອ ຫລາຍກວ່າ 90% ແມ່ນມາຈາກຄ້າຍຄຸມຂັງ ແລະ ແຂວງວຽງຈັນ, ພົບວ່າມີບ້ານແດງຕິດເຊື້ອເພີ່ມຂຶ້ນ ໂດຍສະເພາະທາງເມືອງກາສີ ແລະ ເມືອງໝື່ນ. ບາງແຂວງ ການຕິດເຊື້ອແມ່ນພົບໃນກຸ່ມນັກຮຽນ, ໄດ້ແພ່ເຊື້ອໃນສະຖານການສຶກສາ ແລະ ສ່ຽງໃນການນໍາເຊື້ອກັບຄືນມາສູ່ຄອບຄົວ.

SA Game
rfa

ດ້ວຍເຫດການນີ້, ເປັນສັນຍານບອກເຖິງການກະຈາຍເຊື້ອໃນສະຖານທີ່ ທີ່ມີຄົນແອອັດ ແລະ ຢູ່ຮ່ວມກັນຫລາຍຄົນ. ສະນັ້ນ, ຂໍໃຫ້ອຳນາດການປົກຄອງບ້ານ ທີ່ຢູ່ອ້ອມຂ້າງສະຖານທີ່ຄຸມຂັງ, ສະຖານການສຶກສາຕ່າງໆ ລວມທັງສໂຮງຈັກ-ໂຮງງານຂອງແຂວງໃດກໍຕາມ ຂໍໃຫ້ປະຊາສໍາພັນໃຫ້ປະຊາຊົນຮັບຊາບເຖິງຄວາມສ່ຽງ ແລະ ເພີ່ມມາດຕະການປ້ອງກັນ ແລະ ປະຕິບັດການປ້ອງກັນຂອງບຸກຄົນຢ່າງເຂັ້ມງວດ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມວ່າ: ສຳລັບການຕິດເຊື້ອໃນນະຄອນຫລວງວຽງຈັນ ກໍຍັງໜ້າເປັນຫວ່ງ ແລະ ເຮັດປະຊາຊົນຊາວນະຄອນຫລວງວຽງຈັນ ທຸກຄົນຕົກຢູ່ໃນຄວາມສ່ຽງສູງ ເພາະການແພ່ເຊື້ອກະຈາຍທົ່ວທຸກຕົວເມືອງ ແລະ ຢູ່ໃນຫລາຍບ້ານ, ຫລາຍສໍານັກງານອົງ ການ, ໂຮງຈັກໂຮງງານ, ຕະຫລາດ, ສະຖານການສຶກສາ ແລະ ຄ້າຍຄຸມຂັງ. ຄະນະສະເພາະກິດ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງ ໄດ້ມີຄວາມພະຍາຍາມສູງໃນການສະກັດກັ້ນ ແລະ ໃຊ້ມາດຕະການຕ່າງໆ ທັງພາກບັງຄັບ ແລະ ມາດຕະການທາງການແພດ.

SA Game
rfa

ແຕ່ເຖິງຢ່າງໃດກໍຕາມ ມາດຕະການທີ່ເປັນປັດໄຈຕັດສິນ ກໍຍັງຄົງແມ່ນການປະຕິບັດຕົວບຸກຄົນ ທີ່ເປັນມາດຕະການທີ່ສໍາຄັນ ແລະ ຕັດສິນ ວ່າພວກເຮົາຈະລອດຈາກການຕິດເຊື້ອ ຫລື ບໍ?. ຖ້າໃຜຜູ້ໜຶ່ງໃນຄອບຄົວເມີນເສີຍ, ປະໝາດ ຫລື ລະເຫລີງຕໍ່ການຕິດເຊື້ອ ແລະ ຈະສົ່ງຜົນໃຫ້ພໍ່ແມ່, ຜູ້ສູງອາຍຸ, ອ້າຍນ້ອງລູກຫລານໃນຄອບຄົວຂອງທ່ານຕ້ອງຕົກຢູ່ໃນຄວາມສ່ຽງສູງ ແລະ ໂອກາດຕິດເຊື້ອເປັນກຸ່ມຄອບຄົວສູງເຊັ່ນກັນ.

ສະນັ້ນ, ຄະນະສະເພາະກິດ ຂໍຮຽກຮ້ອງໃຫ້ທຸກຄົນຈົ່ງໄດ້ສືບຕໍ່ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ, ບໍ່ກິນເຂົ້າຮ່ວມກັນ ແລະ ຕ້ອງງົດການຊຸມແຊວທຸກຮູບແບບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.