ເກັບກຳຂໍ້ມູນການສະໜອງສະບຽງອາຫານ ຂອງເມືອງຍອດອູ ແຂວງຜົ້ງສາລີ
ແຂວງຜົ້ງສາລີ ລົງພື້ນທີ່ເກັບກໍາຂໍ້ມູນການສະໜອງສະບຽງອາຫານ ຢູ່ເມືອງຍອດອູ.
ການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຫລວງຫລາຍໃນທຸກພື້ນທີ່ທົ່ວປະເທດ, ແລະ ແຂວງຜົ້ງສາລີກໍເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບ ແລະ ມີຄວາມຂາດເຂີນຫລາຍທາງດ້ານສະບຽງອາຫານ, ເຊິງກ່ອນໜ້ານີ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ໄດ້ແຈ້ງການວ່າດ້ວຍການເກັບກຳ ຂໍ້ມູນສະຖິຕິ ການສະໜອງສະບຽງອາຫານ ພາຍໃນເທດສະບານເມືອງໃນໄລຍະທີ່ປະຊາຊົນຕົກທຸກໄດ້ຍາກຄືມີການລະບາດຂອງພະຍາດໂຄວິດ-19 ນີ້.
ທາງແຂວງຜົ້ງສາລີກໍບໍ່ໄດ້ປ່ອຍປະລະເລີຍ ແລະ ໄດ້ຈັດທິມເພື່ອຕິດຕາມ ຄຸ້ມຄອງການຂຶ້ນລາຄາສິນຄ້າໂດຍບໍ່ໄດ້ຮັບອະນຸຍາດ, ຕິດຕາມການສະໜອງສະບຽງອາຫານພາຍໃນໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກໃນໄລຍະທີ່ມີຄວາມຫຍຸ້ງຍາກນີ້ໄດ້ຮັບຜົນກະທົບນ້ອຍທີ່ສຸດຈາກການລະບາດຂອງໂຄວິດ-19 ແລະ ຊອກຫາວິທີ່ທາງເພື່ອແກ້ໄຂ ແລະ ປ້ອງກັນໄວ້.
ໃນຕອນເຊົ້າຂອງວັນທີ 19 ຕຸລາ 2021 ທີມງານຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງຍອດອູ ນຳພາໂດຍ ທ່ານ ໄລຄຳ ບຸນພາໄຊຊົນ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຍອດອູ, ແລະ ພະນັກງານແຂວງ ສົມທົບກັບພະນັກງານເມືອງ ໃນແຕ່ລະໜ່ວຍງານຈິ່ງໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນສະຖິຕິກໍາລັງການ ຊື້-ຂາຍ ສະພາບການສະໜອງ ແລະ ຄວາມຕ້ອງການ ສິນຄ້າອຸປະໂພກ, ບໍລິໂພກ ຢູ່ຕະຫຼາດເທດສະບານເມືອງຍອດອູ, ໂດຍໄດ້ແຍກລະອຽດແຕ່ລະປະເພດຄື: ສິນຄ້ານໍາເຂົ້າ ແລະ ສິນຄ້າທີ່ຜະລິດສະໜອງພາຍໃນເທດສະບານເມືອງຍອດອູເປັນປະຈໍາວັນ, ເພື່ອສ້າງຄວາມເຂັ້ງແຂງໃຫ້ກັບຄະນະຮັບຜິດຊອບຄຸ້ມຄອງ ແລະ ຈັດສັນຕະຫຼາດ ແລະ ປັບປຸງລະບຽບການຄຸ້ມຄອງຕະຫຼາດ ໃຫ້ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈີງ.
ພ້ອມດຽວກັນຍັງໄດ້ປັບປຸງບຸກຄະລາກອນໜ່ວຍງານຄຸ້ມຄອງຕະຫຼາດ ໃຫ້ສາມາດຈັດຕັ້ງປະຕິບັດ ຕາມສິດ ແລະ ພາລະບົດບາດ ໃຫ້ເປັນລະບົບ ແລະ ທົ່ວເຖິງ; ເພື່ອເປັນການຄາດຄະເນການດຸ່ນດ່ຽງສະບຽງອາຫານຢູ່ພາຍໃນເມືອງຍອດອູ ທີ່ຂື້ນກັບແຂວງຜົ້ງສາລີ ໃຫ້ສາມາດພະຍາກອນໄດ້ຖືກຕ້ອງຕາມສະພາບຕົວຈິງ ແລະ ຊັດເຈນໃນແຕ່ລະໄລຍະ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານອຸດສາຫະກໍາ ແລະ ການຄ້າ 5 ປີ (2021-2025) ໃຫ້ປະກົດຜົນເປັນຈິງ.
ຂອບໃຈແຫລ່ງທີ່ມາ: laoedaily.com.