ດ່ວນ! ທົດ​ລອງແລນ​ລົດ​ໄຟ​ລາວ-ຈີນ ກວດ​ເຊັກ​ເຕັກ​ນິກ​ເພື່ອ​ຮັບ​ປະ​ກັນ

SA Game

cri

​ທົດ​ລອງ​ແລນ ແລະ ກວດກາເຕັກນິກເຄື່ອນທີ່ທາງລົດໄຟ ລາວ-ຈີນ ເພື່ອກຽມຄວາມພ້ອມເປີດນຳໃຊ້.

ນັບ​ວ່າ​ເປັນ​ຂ່າວ​ດີ, ໃນ​ໄລ​ຍະ​ນີ້​ສິ່ງ​ທີ່​ກຳ​ລັງ​ເປັນ​ກະ​ແສ​ຢູ່​ໃນ​ສ​ປ​ປ ລາວ ກໍ​ຄົງ​ຈະ​ບໍ່​ພົ້ນ​ກ່ຽວ​ກັບ​ລົດ​ໄຟ​ລາວ-ຈີນ​ທີ່​ໄດ້​ມາ​ຮອດ​ມາ​ເຖິງ ສ​ປ​ປ ລາວ ແລ​້ວ ແລະ ກະ​ກຽມ​ທີ່​ຈະ​ເປີດ​ພິ​ທີ່​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ຊາດ​ລາວ ວັນ​ທີ່ 2 ທັນ​ວາ 2021 ນີ້.

 ໃນວັນທີ 20 ຕຸລາ 2021 ນີ້, ທີມງານບໍລິສັດທາງລົດໄຟລາວ-ຈີນ ໂດຍສະເພາະແມ່ນພະແນກບັນຊາການວຽກງານກວດກາເຕັກນິກເຄື່ອນທີ່ ແລະ 9 ໜ່ວຍງານທີ່ກ່ຽວຂ້ອງ ໄດ້ເລີ່ມກວດກາເຕັກນິກເຄື່ອນທີ່ ໂດຍໄດ້ນຳໃຊ້ລົດກວດກາທາງດ້ານເຕັກນິກແລ່ນຈາກສະຖານີລົດໄຟນະຄອນຫລວງວຽງຈັນ ມຸ່ງໜ້າສູ່ດ່ານຊາຍແດນລາວ-ຈີນ. ທັງນີ້ກໍເພື່ອຮັບປະກັນການກວດກາເຕັກນິກເຄື່ອນທີ່ຢ່າງຮອບດ້ານ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມີຄວາມປອດໄພສູງ ພ້ອມກັນນີ້, ເພື່ອຮັບປະກັນວຽກງານດ້ານການປະສານງານໂດຍລວມ, ຄວາມປອດໄພ ແລະ ສະຖານະການສຸກເສີນ, ການຈັດການການຂົນສົ່ງ, ການທົດລອງກວດກາ, ພື້ນຖານໂຄງລ່າງ ແລະ ສະຖານີ, ເຕັກນິກໄຟຟ້າ, ໄຟຟ້າລາກແກ່, ຕູ້ລົດໄຟ, ຫົວລົດໄຟ ແລະ ການຊຸກຍູ້ແກ້ໄຂບັນຫາກໍ່ສ້າງຕ່າງໆທີ່ກວດພົບນໍາອີກ ເພື່ອເປັນສັນຍານສະແດງໃຫ້ເຫັນວ່າເສັ້ນທາງລົດໄຟລາວ-ຈີນ ເລີ່ມນັບຖອຍຫລັງສູ່ມື້ເປີດການບໍລິການຢ່າງເປັນທາງການ ຕາມແຜນທີ່ໄດ້ກຳນົດໄວ້ໃນທ້າຍປີນີ້.

SA Game
cri

ການກວດກາເຕັກນິກເຄື່ອນທີ່ ເປັນອີກຂັ້ນຕອນໜຶ່ງທີ່ສຳຄັນ ກ່ອນທາງລົດໄຟຈະເປີດບໍລິການຢ່າງເປັນທາງການ, ເຊິ່ງແມ່ນບໍລິສັດຄົ້ນຄວ້າວິທະຍາສາດທາງລົດໄຟແຫ່ງຊາດຈີນ ເປັນຜູ້ດຳເນີນການ ໂດຍໄດ້ເລີ່ມກວດກາເຕັກນິກຂອງລາງລົດໄຟ, ລະບົບສະ ໜອງໄຟຟ້າລາກແກ່, ແຮງລາກເເກ່ຂອງລົດຂົນສົ່ງສິນຄ້າ ແລະ ໂດຍສານ, ລະບົບສັນ ຍານ, ລະບົບສື່ສານ, ແຮງສັ່ນສະເທືອນ, ສະພາບແວດລ້ອມແມ່ເຫລັກໄຟຟ້າ ແລະ ອື່ນໆ.

ພ້ອມດຽວກັນ, ວິຊາການກວດກາເຕັກນິກ ຍັງຈະວິເຄາະຂໍ້ມູນທີ່ໄດ້ຈາກການທົດລອງໃຫ້ຖືກຕາມເຕັກນິກ, ປະເມີນຜົນການທົດລອງຕາມມາດຕະຖານໂຄງຮ່າງຢ່າງເຂັ້ມງວດ ພ້ອມທັງປັບປຸງລະບົບຕ່າງໆ ໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນສູງຂຶ້ນ ຈົນກວ່າສາມາດຕອບສະໜອງໄດ້ ຕາມມາດຕະຖານຄວາມປອດໄພ ໃນການດຳເນີນການທາງລົດໄຟ ແລະ ຄາດວ່າການກວດກາຄັ້ງນີ້ຈະໃຊ້ເວລາປະມານ 18 ວັນ.

SA Game
cri

ທາງລົດໄຟລາວ-ຈີນ ໄດ້ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະໄລຍະເວລາການກວດກາເຕັກນິກເຄື່ອນທີ່ນັ້ນ ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລເເມັດຕໍ່ຊົ່ວໂມງ ແລະ ຄ່ອຍໆຍົກລະດັບຄວາມໄວຂຶ້ນຕາມການອອກແບບຈົນຮອດຄວາມໄວສູງສຸດ 176 ກິໂລແມັດຕໍ່ຊົ່ວໂມງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: CRI