ສໍາເລັດການກໍສ້າງ ແລະ ພິທີມອບຮັບ-ສົມໂພດຫໍຫຼັກເມືອງ ແຂວງໄຊຍະບູລີ
ແຂວງໄຊຍະບູລີ ຈັດພິທີມອບຮັບ ແລະ ສົມໂພດຫໍຫຼັກເມືອງ ຫລັງຈາກການກໍ່ສ້າງໄດ້ສຳເລັດ.
ການກໍ່ສ້າງຫໍຫລັກເມືອງຂອງໄຊຍະບູລີໄດ້ດຳເນີນມາໄລຍະໜຶ່ງແລ້ວເພື່ອເປັນບ່ອນທີ່ເພິ່ງ ແລະ ອົບອຸ່ນຈິດໃຈຂອງພໍ່ແມ່ປະຊາຊົນຊາວໄຊຍະບູລີ ແລະ ໃນທີ່ສຸດກໍໄດ້ສຳເລັດເສັດສິ້ນເປັນທີ່ຮຽບຮ້ອຍແລ້ວທາມກາງຄວາມດີໃຈຂອງຊາວເມືອງ.
ພາຍຫຼັງການກໍ່ສ້າງຫໍຫຼັກເມືອງສໍາເລັດ ແລະ ມີພິທີມອບຮັບໃນວັນທີ 2 ພະຈິກ ຢ່າງເປັນທາງການແລ້ວ, ໃນວັນທີ 3-4 ພະຈິກ 2022 ແຂວງໄຊຍະບູລີ ໄດ້ຈັດພິທີສົມໂພດຫໍຫຼັກເມືອງຂຶ້ນ
ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ລຽນ ທິແກ້ວ ອາດິດເຈົ້າແຂວງໄຊຍະບູລີ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນໍາຂອງເມືອງ 11 ເມືອງ, ພຣະສົງສໍາມະເນນ, ອົງການປົກຄອງແຂວງ, ເມືອງ ພ້ອມດ້ວຍມະຫາຊົນພາຍໃນແຂວງໄຊຍະບູ ແລະ ແຂວງໃກ້ຄຽງເຂົ້າຮ່ວມ.
ໃນພິທີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນຈູດທຽນໄຊຈູດທູບບູຊາພຣະຣັດຕະນະໄຕຣ ແລະ ລັ່ນຄ້ອງມະຫາລິກ ມະຫາໄຊ 9 ບາດ ພ້ອມນີ້ ຍັງໄດ້ຮັບຟັງ ພຣະສົງສູດປະຣິຕະມຸງຄຸນ, ສະແດງພຣະທໍາມະເທສະໜາ 1 ກັນ, ມັກຄະນາຍົກ (ສີສຸທໍາ ) ນໍາພາກ່າວຖວາຍປັດໃຈໄທຍະທານແດ່ຄະນະສົງ, ຟັງສູດໂພດ 4 ຊຸດ ແລະ ສູດພຸດທະຄຸນຖວາຍປັດໃຈແກ່ຄະນະສົງ-ຮັບພອນ, ພ້ອມກັບຟັງບັນລະຍາຍທໍາເພື່ອເປັນການສົມໂພດຫໍຫຼັກເມືອງ.
ຈາກນັ້ນ ໃນຕອນເຊົ້າຂອງວັນທີ 4 ພະຈິກ 2022 ການນໍາຂອງແຂວງ ພ້ອມດ້ວຍຊາວພຸດ ທະສາສະນີກະຊົນ ຍັງໄດ້ຮ່ວມໃສ່ບາດແກ່ພະສົງ 31 ອົງ ແລະ ບາດ 35 ໜ່ວຍ. ຈາກນັ້ນ ໄດ້ຈັດພິທີແຫ່ພຣະພຸດທະຈັນທາຣັດຕະນະມິງເມືອງ (ພຣະໄມ້ຈັນຫອມ) ຈາກຫໍຫຼັກເມືອງ ຂອງແຂວງໄຊຍະບູລີ ໄປປະດິດສະຖານທີ່ວັດສີບຸນເຮືອງ ບ້ານໃຫຍ່ ເມືອງ ແລະ ແຂວງໄຊຍະບູລີ ພ້ອມທັງພິທີຖວາຍພຣະພຸດທະຈັນທາຣັດຕະນະມິງເມືອງ ພ້ອມດ້ວຍຫໍປະດິດສະຖານທີ່ວັດສີບຸນເຮືອງຢ່າງເປັນທາງການ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: News.XBL