ສວຍ​ງາມ! ບົດຟ້ອນນາງແກ້ວ ພຣະຣັກ-ພຣະຣາມ ​ຕອນພຣະຣາມຕາມກວາງ

SA Game

ນະຄອນຫລວງພຣະບາງ Luangprabang City

ພຣະຣັກ-ພຣະຣາມ ​ຕອນພຣະຣາມຕາມກວາງຊາງ​ສວຍ​ງາມ ແລະ ອອນ​ຊອນ​ແທ້.

ໃນ​ບຸນ​ນະ​ມັດ​ສະ​ການ​ພະ​ທາດ​ຫລວງ​ປີ​ນີື້​ຖື​ວ່າ​ໄດ້​ຈັດ​ຂື້ນ​ຢ່າງ​ໃຫຍ່​ຫລວງ ແລະ ມີ​ຫລາກ​ຫລາຍ​ກິດ​ຈະ​ກຳ​ຫລັງ​ຈາກ​ສອງ​ສາມ​ປີ​ກ່ອນ​ບໍ​ໄດ້​ຈັດ​ແບບ​ເຕັມ​ທີ່, ໃນ​ງານ​ຄັ້ງ​ນີ້​ຍັງ​ມີ​ການ​ສະ​ແດງ​ສິນ​ລະ​ປະ​ອັນ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ລາວ, ທັງ​ໃນ​ນາ​ວະ​ນິ​ຍາຍ​ຕ່າງໆ​ຂອງ​ລາວ​ເຮົາ​ທີ່​ເຄີຍ​ໄດ້​ຟັງ​ກັນ​ມາ​ແຕ່​ຍັງ​ນ້ອຍ​.

ໃນ​ນີ້, ການສະແດງຟ້ອນນາງແກ້ວ ພຣະຣັກ-ພຣະຣາມ ໃນບັ້ນພຣະຣາມຕາມກວາງ ເນື່ອງໃນບຸນນະມັດສະການພຣະທາຕຸຫລວງ ຣາຊະມະຫາວິຫາຣ ນະຄອນຫລວງ ໃນຄ່ຳຄືນວັນທີ 07 ພະຈິກ 2022ຖື່​ວ່າ​ສວຍ​ງາມ​ຫລາຍ.

ຍັກທົດສະກັນ ກິນບໍ່ໄດ້ນອນບໍ່ລັບ ຍ້ອນຢາກໄດ້ນາງສີດາ ມາເປັນມະເຫສີ, ຈຶ່ງປະຊຸມລັບນຳມາລິດ ເພື່ອໄປລັກພາຕົວນາງສີດາ ທີ່ອາສົມ ພຣະຣາມແຄມແມ່ນໍ້າໂຄຫາວະລີ. ພໍໄປເຖິງ, ຍັກມາລິດໄດ້ແປງກາຍກັບເພດເປັນກວາງຄຳ ຍ່າງສິດໄປສິດມາໃຫ້ນາງສີດາເຫັນ.
ນະຄອນຫລວງພຣະບາງ Luangprabang City
ພໍນາງສີດາ ມາບເຫັນກວາງຄຳ, ນາງກໍ່ມີຄວາມປາຖະໜາແຮງກ້າ ຢາກໄດ້ມາລ້ຽງຈຶ່ງອ້ອນວອນໃຫ້ພຣະຣາມໄປຈັບມາໃຫ້, ພຣະຣາມພະຍາຍາມຈັບກວາງຫຼາຍຄັ້ງ-ຫຼາຍຄາວ ແຕ່ກໍ່ຈັບບໍ່ໄດ້, ຍິ່ງໄລ່-ຍິ່ງເລິກເຂົ້າໄປໃນປ່າຕຶບ-ດົງໜາ. ມາລິດ ( ທີ່ແປງກາຍເປັນກວາງຄໍາ ) ໄດ້ອອກອຸບາຍຮ້ອງວ່າ ” ພຣະຣັກເອີຍຊ່ອຍອ້າຍແດ່ ” ເພື່ອຕອບສະໜອງຄວາມຮຽກຮ້ອງເອິ້ນຂອງພຣະຣາມ ນາງສີດາຈຶ່ງບອກໃຫ້ພຣະຣັກໄປຊ່ອຍອ້າຍໂດຍໄວ.
SA Game
ນະຄອນຫລວງພຣະບາງ Luangprabang City
ອີກດ້ານໜຶ່ງ, ພໍເຫັນນາງສີດາຢູ່ຄົນດຽວ, ຍັກທົດສະກັນຈຶ່ງຈຳແລງເປັນລືສີ ເຊິ່ງມີຊື່ວ່າ: ພຣະສຸນາທອນລົມ ແຫ່ງດິນແດນພິໄຊລົງກາ. ທ້າຍທີ່ສຸດນາງສີດາກໍ່ຖືກຍັກທົດສະກັນ ລັກພາຕົວເຫາະເຫີນໄປທາງອາກາດໄປສູ່ທີ່ຢູ່ຂອງຕົນ.
ເວລານັ້ນ,ພໍດີສະດາຍຸ ຜູ້ເປັນສະຫາຍຮັກກັບບິດາຂອງພຣະຣາມມາພົບພໍ້ຈຶ່ງເກີດມີການຕໍ່ສູ້ຊິງນາງສີດາ, ການຕໍ່ສູ້ໄປເປັນໄປຢ່າງດຸເດືອດ ແລະ ໃນທີ່ສຸດທົດສະກັນ ກໍ່ກາຍເປັນຜູ້ຮັບໄຊຊະນະ.
SA Game
ນະຄອນຫລວງພຣະບາງ Luangprabang City

ເມື່ອນາງສີດາເຫັນດັ່ງນັ້ນກໍ່ຮ້ອງໄຫ້ຂຶ້ນຢ່າງແຮງດ້ວຍຄວາມເຈັບແຄ້ນ, ສ່ວນທົດສະກັນ ກໍ່ຮີບຮ້ອນເອົານາງສີດາບິນໄປເມືອງລົງກາ ( ເມືອງຍັກ )

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ Luangprabang City