ຂະບວນແຫ່ຍິງສາວ ກະ​ແສ​ສັງ​ຄົມ​ໃນ​ງານ​ບຸນ​ພ​ຣະ​ທາດ​ຫຼວງວຽງ​ຈັນ

SA Game

Kuanjai Magazine

ອອກມາຊີ້ແຈງແລ້ວ​ສຳ​ລັບ​ກະ​ແສ​ສັງ​ຄົມຂະບວນແຫ່ຍິງສາວໃນງານແຫ່ຜາສາດເຜິ້ງໃນບຸນພະທາດຫຼວງ

​ຈາກ​ກະ​ແສ​ສັງ​ຄົມ​ທີ່​ກ່ຳ​ລັງ​ເປັນ​ສິ່ງ​ທີ່​ປະ​ຊາ​ຊົນ​ສ່ວນ​ຫລາຍ​ເວົ້າ​ລົມ​ກັນສັງຄົມນະຕອນນີ້ ທີ່ມີຂະບວນແຫ່ຍິງສາວໃນກິດຈະກຳແຫ່ຜາສາດເຜິ້ງໃນບຸນພະທາດຫຼວງ ເຊິ່ງສັງຄົມຕ່າງພາກັນເບິ່ງເຫັນເປັນສິ່ງທີ່ບໍ່ເໝາະສົມ ແລະ ບໍ່​ຖືກ​ຕ້ອງ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເຄີຍ​ປະ​ຕິ​ບັດ ແລະ ສິ່ງ​ທີ່​ຕ້ອງ​ຫ້າມ, ລ່າສຸດຜູ້ໃຊ້ ເຟສບຸກ Korviset Phaxaisombath ໄດ້ອອກມາຊີ້ແຈງວ່າ:

ຂໍອະນຸຍາດຊີ້ແຈງ ແລະ ຂໍສົມມາລາໂທດຈາກກິດຈະກຳແຫ່ຜາສາດເຜິ້ງຂອງມື້ວານນີ້ ເຊິ່ງພວກຂ້ານ້ອຍບໍ່ມີເຈຕະນາຈະຫຼົບລູ່ດູໝິ່ນສະຖານທີ່ແຕ່ຢ່າງໃດ ເຮັດຂຶ້ນເພື່ອຫວັງຢາກຊ່ອຍສົ່ງເສີມວຽກງານສິລະປະ ແຕ່ກໍຖືວ່າອາດເປັນສິ່ງທີ່ບໍ່ເໝາະສົມໃນສາຍຕາຂອງສັງຄົມ ເລີຍຢາກຂໍກະຈ່າງແຈ້ງຊີ້ແຈງຕື່ມ ເຊິ່ງກິດຈະກຳນີ້ແມ່ນເປັນກິດຈະກຳຂອງໄວໜຸ່ມທີ່ມັກຮັກໃນງານສິລະປະວັດທະນະທຳລາວ ທີ່ລວມກັນສ້າງຂຶ້ນຈາກການລະດົມແນວຄວາມຄິດໂດຍອ້າງອີງຈາກປະຫວັດສາດ ແລະ ວັນນະຄະດີລາວໃນອະດີດມາເປັນຂໍ້ມູນ ເພາະເຫັນວ່າບາງອັນກໍໄດ້ຊຸດໂຊມຫາຍໄປ

SA Game
Kuanjai Magazine

ເຊິ່ງການໃຊ້ສະລ່ຽງແມ່ນອ້າງອີງຈາກຂະບວນແຫ່ໃນອະດີດ ແລະ ການແຕ່ງກາຍແມ່ນອ້າງອີງຂໍ້ມູນຮູບປັ້ນຂອງນາງອັບສອນ ເຊິ່ງເປັນຮ່ອງຮອຍເສດເຫຼືອຈາກວັດຍອດແກ້ວ (ໂຮງຮຽນແພສາດດຽວນີ້) ເຊິ່ງຖືວ່າເປັນວັດເກົ່າແກ່ທີ່ຖືກສ້າງຂຶ້ນໃນຍຸກລະຫວ່າງພຣະເຈົ້າໄຊເສດຖາເຖິງຍຸກພຣະເຈົ້າສຸລິຍະວົງສາ ແລະ ປັດຈຸບັນນີ້ຮ່ອງຮອຍເຫຼົ່ານັ້ນຖືກເກັບໄວ້ທີ່ຫໍພຣະແກ້ວ ເພື່ອເປັນການຮື້ຟື້ນງານສິລະປະດັ່ງກ່າວຢາກໃຫ້ຄົນຮຸ່ນໃໝ່ໄດ້ເຫັນເລີຍລົມກັນຈັດກິດຈະກຳຂຶ້ນ

SA Game
Kuanjai Magazine

ສຳລັບກິດຈະກຳວານນີ້ພວກຂ້ານ້ອຍພ້ອມດ້ວຍທີມງານຂໍນ້ອມຮັບດ້ວຍຄວາມຈິງໃຈເຖິງຄວາມຜິດພາດ ເຊິ່ງຈະບໍ່ເໝາະສົມກັບສະຖານທີ່ ແລະ ເວລາ ຈາກການແຫ່ຂອງວານນີ້ ໃນເວລາແຫ່ບໍ່ຮູ້ວ່າເພິ່ນເຮັດພິທີທາງສາສະໜາຢູ່ຂ້າງໃນ ເພາະວ່າຕອນແຫ່ມາທາງເຈົ້າໜ້າທີ່ກໍປ່ອຍໃຫ້ເຂົ້າໄປ ຄິດວ່າເພິ່ນແຫ່ປົກກະຕິ ພາຍຫຼັງທີ່ແຫ່ໄປໄລຍະໜຶ່ງກໍເຫັນເພິ່ນກຳລັງເຮັດພິທີອີກຟາກໜຶ່ງກໍເລີຍໃຫ້ນາງງາມໄດ້ລົງຈາກສະລ່ຽງ ແລະ ໃຫ້ຍ່າງແຫ່ ຫຼັງຈາກນັ້ນກໍພາກັນອອກມາ ເຊິ່ງພາບທີ່ເຫັນກໍເປັນພຽງບາງສ່ວນທີ່ບາງທ່ານໄດ້ບັນທຶກໄວ້ ເຊິ່ງມັນອາດບໍ່ເໝາະສົມ ອັນນີ້ຂໍນ້ອມຮັບຜິດດ້ວຍຄວາມຈິງໃຈ ນ້ອມຮັບທຸກຄຳຕຳໜິສົ່ງຂ່າວ ຈະຂໍນໍາໄປແກ້ໄຂໃນຈຸດທີ່ບົກພ່ອງ ແລະ ເປັນບົດຮຽນອັນໃຫຍ່ຫລວງໃນການເຮັດວຽກງານທາງດ້ານສິລະປະວັດທະນະທຳລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: FB Korviset Phaxaisombath