ປະຫວັດຄວາມເປັນມາຂອງ ວັດໂພນສະຫວ່າງ ອ່າງປາບຶກ
ປະຫວັດ ວັດໂພນສະຫວ່າງ ອ່າງປາບຶກ ທີ່ຫລາຍຄົນຍັງຄົງບໍ່ຮູ້ຈັກ.
ວັດໂພນສະຫວ່າງເປັນວັດທີ່ຢູ່ເຂດບໍລິເວນແຄມນ້ຳ ແລະ ມີປາບຶກໃຫຍ່ຫລາຍໂຕ ເຊິງມີທີ່ຕັ້ງຢູ່ບ້ານ ອ່າງໃຫ່ຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນວັດທີ່ມີປະຫວັດທີ່ໜ້າຄົ້ນຫາ, ຫຼາຍປີກ່ອນ ວັດແຫ່ງນີ້ແມ່ນຍັງບໍ່ເປັນທີ່ຮູ້ຈັກຂອງສັງຄົມພາຍນອກ ເນື່ອງຈາກຢູ່ຫ່າງຈາກນະຄອນຫຼວງວຽງຈັນ ຫຼາຍພໍສົມຄວນເລີຍເຮັດໃຫ້ຄົນສ່ວນໃຫຍ່ຍັງບໍ່ໄປຮອດມາເຖິງ.
ຈາກການເລົາໃຫ້ຟັງຂອງ ພຣະອາຈານ ສວນຈັນ ເພັງຄໍາໃສ ເຈົ້າອະທິການ ວັດໂພນສະຫວ່າງໃຫ້ຮູ້ວ່າ ຢາທ່ານ ໄດ້ເປັນຜູ້ລີເລີ່ມສະເໜີໃຫ້ເຂດນໍ້າຂອງບໍລິເວນວັດແຫ່ງນີ້ ໃຫ້ເປັນວັງສະຫງວນ ເນື່ອງຈາກເລັ່ງເຫັນເຖິງຄວາມຫຼຸດໜ້ອຍຖ້ອຍລົງຂອງຈໍານວນປາ ໂດຍສະເພາະກໍ່ແມ່ນປາບຶກ ເຊິ່ງເປັນປານໍ້າຈຶດຂະໜາດໃຫ່ຍ ທີ່ມີຖິ່ນອາໄສໃນເຂດນີ້ຈາກການທີ່ມີຄົນມາຫາປາລ່າສັດຢູ່ແຖວນີ້ຫລາຍ.
ພຣະອາຈານ ສວນຈັນ ເພັງຄໍາໃສ ໄດ້ໃຫ້ຂໍ້ມູນມາວ່າ: ຕາມການເລົ່າປາກຕໍ່ປາກຂອງຜູ້ເຖົ້າຜູ້ແກ່ໃນເຂດນີ້ແມ່ນ ເລີ່ມທໍາອິດເຂດບໍລິເວນວັດແຫ່ງນີ້ ແມ່ນເປັນປ່າ (ປະມານ 50ປີ ຍ້ອນຫຼັງ) ມີປະຊາຊົນມາຖາງປ່າ ເພື່ອຈະປັກຫຼັກໝາຍເອົາດິນ ແຕ່ເມື່ອຖາງໄປແລ້ວ ເຫັນຖ່ານສິມເກົ່າ ຈື່ງບໍ່ກ້າທີ່ຈະປັກຫຼັກເອົາດິນເປັນບ່ອນທຳມາຫາກິນ ຫຼັງຈາກນັ້ນກໍ່ມີຜູ້ເຖົ້າພາຍໃນບ້ານ ໄດ້ມີການປັ້ນພຣະພຸດທີ່ຮູບໃສ່ໃນຖານສິມນັ້ນໄວ້ ເຊິ່ງເຈົ້າອາວາດວັດອົງເກົ່າໄດ້ຍ້າຍວັດທີ່ຢູ່ໃນບ້ານ ອອກມາຕັ້ງຢູ່ຈຸດນີ້ ຈົນມາຮອດປະຈຸບັນ
ພຣະອາຈານໄດ້ເລົ່າຕື່ມວ່າ: ໃນສະໄໝກ່ອນ ນໍ້າຂອງບໍລິເວນນີ້ ແມ່ນເຂດລ່າປາບຶກຂອງຄົນວຽງຈັນ ແລະ ໜອງຄາຍ ໂດຍໃຊ້ເວລາຫຼາຍມື້ ໃນການລ່ອງເຮືອຂຶ້ນມາຈາກວຽງຈັນ ເພື່ອມາລ່າປາບຶກຢູ່ໃນຈຸດນີ້ ສ່ວນປະຫວັດອຶ່ນໆທີ່ຊັດເຈນນັ້ນ ແມ່ນຍັງບໍ່ມີຊັດເຈນ ເນື່ອງຈາກເມື່ອກ່ອນມີສົງຄາມ ບວກກັບຄົນທ້ອງຖິ່ນໃນເມື່ອກ່ອນ ກໍ່ຍັງບໍ່ຮູ້ໜັງສື ເລີຍບໍ່ມີບັນທຶກໄວ້ ມີພຽງຮູບຖ່າຍຂອງຊາວຝຣັ່ງໄດ້ຖ່າຍໄວ້ ໃນປີ 1897
ຫຼັງຈາກທີ່ເຈົ້າອະທິການວັດອົງເກົ່າໄດ້ມໍລະນະພາບ ພຣະອາຈານ ສວນຈັນ ເພັງຄໍາໃສ ກໍ່ໄດ້ຖືກສະເໜີໃຫ້ເປັນເຈົ້າອະທິການວັດ, ມາຮອດປີ 2015 ພຣະອາຈານໄດ້ລະດົມກັບພຣະທີ່ມາບວດໃນວັດ ລະດົມທຶນກັນເພື່ອຊື້ປາບຶກມາປ່ອຍເປັນປີທຳອິດ, ຫຼັງຈາກນັ້ນກໍ່ໄດ້ປຶກສາກັບການປົກຄອງບ້ານ ເພື່ອເຮັດໃຫ້ເປັນກິດຈະກຳປ່ອຍປາໃນແຕ່ລະປີ ແລະ ໄດ້ສະເໜີໃຫ້ເປັນວັງສະຫວງນໃນປີ 2017 ເພື່ອປ່ຽນຈາກການລ່າ ມາເປັນການປ່ອຍ ໂດຍກຳນົດເອົາເດືອນສາມເພັງຂອງທຸກໆປີ ເປັນມື້ປ່ອຍປາ
ສ່ວນວັນປ່ອຍປາແຫ່ງຊາດ ແມ່ນອົງການປົກຄອງເມືອງກໍ່ຈະໄດ້ມີການຈັດກິດຈະກຳປ່ອຍປາຢູ່ວັດແຫ່ງນີ້, ທ່ານໃດທີ່ຢາກຈະຮ່ວມປ່ອຍປາ ແມ່ນສາມາດໄປປ່ອຍໄດ້ເລີຍ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ແຫລ່ງທີ່ມາ: ອິນໄຊລາວ.