ທ່ຽວ​ຊົມບັນ​ຍາ​ກາດ​ໜາວ​ເຢັນເມືອງໜອງແຮດ ແຂວງ​ຊຽງ​ຂວາງ

SA Game

ພາບ: ສະຖານທີ່ທ່ອງຂອງປະເທດລາວ

ເມືອງໜອງແຮດ! ເມືອງພູດອຍ ເມືອງ​ໜາວ​ທີ່​ສວຍ​ງາມ​ກັບອາກາດທີ່​ສົດ​ຊືນ.

ເມືອງ​ໜອງ​ແຮດ​ເປັນ​ເມືອງ​ໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມ​ ແລະ ໜ້າ​ທ່ຽວ​ຊົມ​ໂດຍ​ສະ​ເພາະ​ແມ່ນ​ເອ​ກະ​ລັກ​ທີ່​ເປັນ​ຊື່​ຂອງ​ເມືອງ​ນັ້ນ​ກໍ​ຄື​ໜອງ​ແຮດ​ທີ່​ຕັ້ງ​ຢູ່​ຈຸດ​ໃຈ​ກາງ​ເມືອງ ແລະ ເປັນ​ຈຸດ​ເດັ່ນໃນ​ການ​ທ່ຽວ​ຊົມ​ຕົວ​ເມືອງ​ໜອງ​ແຮດ​ນີ້ ແລະ ຊ່ວງ​ນີ້​ກໍ​ການ​ທ່ອງ​ທ່ຽວ​ໃນ​ລາວ​ກໍ​ເລີມ​ມີ​ການ​ເຄືອນ​ໄຫວ​ທີ່​ດີ​ຂື້ນ​ຫລັງ​ຈາກ​ສະ​ພາບ​ການ​ລະ​ບາດ​ເລີ່ມ​ຊົງ​ຕົວ​ໃນ​ລາວ.​

ທຸກພາກຂອງປະເທດລາວ ກຳລັງມີອາກາດໜາວເຢັນ ເຊີ່ງໜື່ງໃນນັ້ນ ແມ່ນເມືອງໜອງແຮດ ແຂວງ ຊຽງຂວາງ ທີ່ມີຶອຸນຫະພູມຕໍ່າສຸດໃນຊ່ວງຍາມ​ລະ​ດູ​ໜາວ​ອາ​ກາດ​ຢູ່​ນີ້​ອາດ​ລົງເຖີງ 0 ອົງສາ ຫລື ຕິດ​ລົບ​ໄປ​ເລີຍ. ເຊີ່ງຍັງມີປະຊາຊົນໃນທ້ອງຖິ່ນ ໄດ້ເຜີຍແຜ່ຮູບພາບນໍ້າກ້າມ ແລະ ນໍ້າກ້າມໃນຍອດຜັກ ຍອດຫຍ້າ ລົງໃນເຟສບຸກສ່ວນຕົວ ເຮັດໃຫ້ຫຼາຍໆຄົນສົນໃຈເມືອງດັ່ງກ່າວ.​

SA Game
ພາບ: ສະຖານທີ່ທ່ອງຂອງປະເທດລາວ

ອີງຕາມຂໍ້ມູນຈາກ ພະແນກປົກຄອງແຂວງຊຽງຂວາງ ແລະ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໜອງແຮດ ໃຫ້ຮູ້ວ່າ: ໃນກ່ອນ ປີ 1960 ເມືອງ ໜອງແຮດ ຍັງບໍ່ທັນສ້າງຕັ້ງເປັນເມືອງເທື່ອພຽງແຕ່ເປັນເຂດປະຕິບັດງານທັງທະຫານ, ດີນແດນສ່ວນໜຶ່ງຂອງລ້ອງນໍ້າມັດ, ນໍ້າເນີນ ຫາ ຕາແສງ ພັກບຸນ ຂື້ນກັບ ເມືອງ ຄໍາ ດີນແດນຕອນກາງນໍ້າຄຽນຂຶ້ນຮອດຍອດນໍ້າຄຽນ ແລະ ຕາແສງ ຖໍ້າທ້າວ ຂື້ນກັບເມືອງຄູນຫຼັງຈາກໜອງແຮດ ໄດ້ຮັບການປົດປ່ອຍໃນວັນທີ 1 ມັງກອນ 1961 ເມືອງ ໜອງແຮດ ຈຶ່ງຖືກສ້າງຕັ້ງຢ່າງເປັນທາງການ.

ເມືອງ ໜອງແຮດ ຖືວ່າເປັນເມືອງພູດອຍ 100% ເຊີ່ງຕັ້ງຢູ່ພາກຕາເວັນອອກຂອງແຂວງ ຊຽງຂວາງ ເຊິ່ງຫ່າງຈາກເທດສະບານ ແຂວງ 117 ກິໂລແມັດ, ທິດຕາເວັນ ອອກຕິດກັບ ເມືອງກິເຊີນ ແຂວງ ເຫງະອານ ປະເທດຫວຽດນາມ, ທິດຕາເວັນຕົກຕິດກັບ ເມືອງຄໍາ, ທິດເໜືອຕິດກັບເມືອງ ຫົວເມືອງ, ເມືອງກວນ ແລະ ເມືອງ ຊໍາໃຕ້ ແຂວງ ຫົວພັນ, ທິດໃຕ້ຕິດກັບເມືອງໝອກ.

ນອກຈາກນີ້, ເມືອງໜອງແຮດ ຍັງຖືວ່າເປັນເມືອງທີ່ມີມູນເຊື້ອພິລະອາດຫານ ເປັນເມືອງພື້ນຖານການປະຕິວັດ ເປັນເຂດທີ່ຫມັ້ນແນວຫຼັງຂອງແຂວງຊຽງຂວາງ ມີນັກປະຕິວັດທີ່ ມີຊື່ສຽງ ເປັນຕົ້ນແມ່ນ:ນັກວິລະຊົນແຫ່ງຊາດ ທໍ່ຕູ້ ຢ່າໄຊຈຸ, ທ່ານ ໄຟຄ່າເລົ່າ ເບຼຍຢ້າວ ແມ່ເຖົ້າຢົງໄກ ແລະ ຍັງມີນັກຮົບແຂ່ງຂັນອີກຫຼາຍໆທ່ານ

SA Game
ອະນຸສາວະລີ ທ່ານ ໄຟຄ່າເລົ່າ ເບຼຍຢ້າວ

ຂໍ້ມູນປີ 2017-2018 ຂອງຫ້ອງການ ຖວທ ເມືອງໜອງແຮດ ໃຫ້ຮູ້ວ່າ: ເມືອງໜອງແຮດ ມີເນື້ອທີ່ທັງໝົດ 233,569.25 ເຮັກຕາ, ມີພົນລະເມືອງທັງຫມົດ 39,716 ຄົນ, ຍິງ 19,382 ຄົນ, ປະກອບມີ 4 ເຜົ່າເຊັ່ນ: ເຜົ່າລາວລຸ່ມ ມີ 1,074 ຄົວເຮືອນ, ເຜົ່າມົ້ງມີ 3,751 ຄົວເຮືອນ, ເຜົ່າກຶມມຸ ມີ 676 ຄົວເຮືອນ, ເຜົ່າຜ້ອງ ມີ 637 ຄົວເຮືອນ

ທ່າແຮງທາງດ້ານເສດຖະກິດຂອງເມືອງແມ່ນການລ້ຽງສັດໃຫ່ຍ ເປັນຕົ້ນແມ່ນ ງົວ, ຄວາຍ ແລະ ປູກສາລີ, ຕົ້ນຄາຍ, ການດໍາລົງຊີວິດ ແມ່ນຖືເອົາການລ້ຽງສັດ, ເຮັດໄຮ່ຫມູນວຽນປູກເຂົ້າ-ສາລີ ແລະ ພືດຜັກຕ່າງໆຕາມລະດູການ

SA Game
ພາບ: ສະຖານທີ່ທ່ອງຂອງປະເທດລາວ

ຈຸດເດັ່ນຂອງເມືອງຫນອງແຮດ ແມ່ນມີໜອງນໍ້າຢູ່ໃຈກາງເມືອງທີ່ມີ ຊື່ວ່າ “ໜອງແຮດ” ສຳລັບສະຖານທີ່ທ່ອງທ່ຽວພາຍໃນເມືອງ ນອກຈາກພູຜ້າປ່າໄມ້ແລ້ວ ຍັງມີແຫຼ່ງທ່ອງທ່ຽວທາງປະຫວັດສາດ ຄື ຖໍ້າໄຊ, ແຫຼງທ່ອງທ່ຽວຕາດຄາ, ຖໍ້າສະຫວັນພະຍານາກ, ປ່າສະຫງວນພູສະບົດ, ອະນຸສາວະລີ ທ່ານ ໄຟຄ່າເລົ່າ ເບຼຍຢ້າວ, ແລະ ເນື່ອງຈາກວ່າ ເມືອງໜອງແຮດ ເປັນເມືອງທີ່ຕັ້ງຢູ່ພູດອຍ ຈື່ງມີອາກາດທີ່ໜາວເຢັນ ເຮັດໃຫ້ໃນຕົ້ນເດືອນກຸມພາຂອງທຸກປີ ຈື່ງມີການຈັດເທດສະການດອກຄາຍບານຂື້ນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາຂໍ້ມູນ: ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໜອງແຮດ