ຫັດ​ຖະ​ກຳ​ທີ່​ເຮັດ​ຈາກ​ເຄືອ​ປຽດ​ເຜົ່າ​ຂະ​ມຸ​ກາຍ​ເປັນ​ສິນ​ຄ້າ​ສ້າງ​ລາຍ​ຮັບ

SA Game

ພາບ: ອິນ​ໄຊ​ລາວ.

ເຄືອປຽດເຜົ່າຂະມຸ ເປັນສິນຄ້າຫັດ​ຖະ​ກຳສ້າງລາຍຮັບໃຫ້ປະຊາຊົນທ້ອງຖິ່ນ.

ເຄືອປຽດແມ່ນຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍສະເພາະກໍ່ແມ່ນປະຊາຊົນເຜົ່າຂະມຸ ທີ່ໄດ້ໃຊ້ເຄືອປຽດນີ້ມາຜະລິດເປັນເສັ້ນດ້າຍ ແລ້ວ ນໍາມາຖັກເປັນຖົງພາຍເພື່ອບັນຈຸຜົນຜະລິດຈາກໄຮ່ຈາກນາ ແລະ ສິ່ງຂອງຕ່າງໆໃນຊີວິດປະຈໍາວັນ, ນອກຈາກນັ້ນ, ຊົນເຜົ່າຂະມຸຍັງໄດ້ໃຊ້ຖົງເຄືອປຽດນີ້ ໃນການບັນຈຸເງິນຄໍາ ແລະ ສິ່ງຂອງມີຄ່າຕ່າງໆ ເພື່ອປະກອບພິທີໃນການຂໍສາວຂອງເຂົາເຈົ້າອິກດ້ວຍ

ຕາມ​ຂໍ້​ມູນ​ໃຫ້​ຮູ້​ວ່າ ເຄືອປຽດ (Kudzu) ແມ່ນເປັນ​ເຄືອ​ໄມ້ຊະ​ນິດ​ທີ່ເລືອຍາວ ກ້ຽວ​ກອດ​ຂື້ນຕາມຕົ້ນ​ໄມ້ ມີໃບໜາ​ຕຶບ ​ມີ​ຫົວ​ຄື​ກັນ​ກັບມັນ​ເພົາ ມີດ​ອກສີອິດ, ​ລໍາ​ເຄືອຂອງ​ມັນ​ກົມ​ໃຫຍ່​ເທົ່າ​ກັນກັບ​ນີ້ວມື ​ແລະ ​ມັນ​ເປັນ​ເຄືອໄມ້​ທີ່ແຜ່ຂະຫຍາຍ​ອອກ​ໄປຢ່າງ​ວ່ອງ​ໄວ ແລະ ຄວບ​ຄຸ​ມຍາກ. ​ເຄືອ​ໄມ້ Kudzu ນີ້ ​ເກີດຢູ່​ທາງພາກ​ໃຕ້​ຂອງຍີ່ປຸ່ນ ​ພາກ​ຕາ​ເວັນ​ ອອກສຽງ​ໃຕ້​ຂອງຈີນ ພາກ​ເໜືອ ຂອງ​ລາວ ແລະ ບາງລັດທາງພາກ​ໃຕ້ຂອງສະຫະລັດອາ​ເມ​ລິ​ກາ ​ຊຶ່ງມີ​ຊື່ທາງ​ວິທະຍາສາດວ່າ Pueraria lobata.

SA Game
ພາບ: ອິນ​ໄຊ​ລາວ.

ທ່ານ ນາງ ໄມພອນ ສີລິວົງ ເຈົ້າຂອງຮ້ານ ສີລິວົງ ຫັດຖະກຳ ໄດ້ໃຫ້ສຳພາດວ່າ:

ຊົນເຜົ່າຂະມຸແມ່ນໄດ້ໃຊ້ ເຄືອປຽດ ມາເຮັດເປັນເສັ້ນດ້າຍ ແລ້ວນຳມາຖັກເປັນຖົງ ເພື່ອບັນຈຸສິ່ງຂອງຕ່າງໆ ບໍ່ວ່າຈະເປັນຜົນຜະລິດຈາກຮົ່ວສວນ ຫຼື ຕາມຮິດປະເພນີ ແມ່ນບັນຈຸວັດຖຸມີຄ່າ ເພື່ອໄປຂໍສາວ. ໂດຍຄວາມທີ່ເຫັນຄວາມສຳຄັນຂອງຫັດຖະກຳຊົນເຜົ່າ ພວກເຮົາຈື່ງໄດ້ລົງໄປສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນນັ້ນ ຈາກທີ່ເຄີຍຜະລິດເພື່ອໃຊ້ສ້ອຍໃນຄົວເຮືອນ ແລ້ວມາຜະລິດຕໍ່ຍອດ ຮູບແບບຕ່າງໆ ສົ່ງຂາຍເປັນສິນຄ້າ ເພື່ອເປັນການສົ່ງເສີມໃຫ້ປະຊາຊົນທ້ອງຖິ່ນ ໄດ້ມີວຽກເຮັດງານທຳ ແລະ ມີລາຍຮັບເຂົ້າຄອບຄົວເພີ່ມຂຶ້ນ

ມາຮອດປັດຈຸບັນ, ມີປະຊາຊົນກວ່າ 210 ຄອບຄົວ ໃນ 10 ບ້ານ ຂອງເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຜະລິດຖົງປຽດເພື່ອເປັນສິນຄ້າ ໂດຍໄດ້ແບ່ງອອກເປັນສອງພາກສ່ວນຄື: ພາກສ່ວນທີ່ມີໜ້າທີ່ໄປຕັດເອົາເຄືອປຽດ ມາຜະລິດເປັນເສັ້ນດ້າຍ ແລະ ພາກສ່ວນທີ່ນໍາເອົາເສັ້ນດ້າຍ ໄປຖັກເປັນຖົງໂດຍສະເພາະ. ທັງນີ້ ກໍ່ເພື່ອເປັນການກະຈ່າຍລາຍຮັບໃຫ້ຫຼາຍພາກສ່ວນ ເພື່ອໃຫ້ເຂົາເຈົ້າມີລາຍຮັບມາຈຸນເຈື່ອຄອບຄົວ.

SA Game
ພາບ: ອິນ​ໄຊ​ລາວ.

ທ່ານ ນາງ ໄມຟອນ ໃຫ້​ຂໍ້​ມູນວ່າ: ຖົງ​ປຽດ ແມ່ນເປັນຜະລິດຕະພັນຈາກທຳມະຊາດ ເຮັດຜະລິດແມ່ນໃຊ້ມືທັງໝົດ, ເປັນ​ຖົງພາຍ​ຕາ​ໜ່າງທີ່​ຍືດຍຸ່ນ ​ໃຊ້​ບັນຈຸ​ຫລາຍ​ສິ່ງ​ຫລາຍ​ຢ່າງໜັກໆ​ໄດ້, ພື​ດທໍາ​ມະ​ຊາດທີ່​ນໍາມາ​ຜະລິດເປັນ​ເຄື່ອງໃຊ້ປະ​ຈໍາໂຕດັ່ງກ່າວ​ນີ້​ໄດ້​ກາຍ​ມາເປັນ​ອຸດສາຫະກໍາ ທີ່​ນໍາ​ລາຍ​ໄດ້​ມາ​ສູ່​ຄອບຄົວ​ເຜົ່າ​ຂະມຸ​ທີ່​ຍາກຈົນ ໂດຍບໍ່ໄດ້​ທໍາລາຍທໍາ​ມະ​ຊາດ ແລະ ບໍ່​ໄດ້ສ້າງ​ຄວາມ​ເປື້ອນເປີ້ະ​ໃຫ້ແກ່ສິ່ງ​ແວດ​ລ້ອມໃດໆທັງ​ສີ້​ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈຂໍ້​ມູນແຫລ່ງ​ທີ່​ມາ: ອິນ​ໄຊ​ລາວ.