ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີກາຊັກສະຖານ
ຍື່ນສານຕາຕັ້ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ ວັນທີ 19 ເມສາ 2022 ຜ່ານມາ.
ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 18 ເມສາ 2022 ທ່ານ ທູດເຮົາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Adil Kapanovich Tursunov, ຮອງລັດຖະມົນຕິກະຊວງການຕ່າງປະເທດ ກາຊັກສະຖານ ເພື່ອຍື່ນສຳເນົາສານຕາຕັ້ງ
ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລື ກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.
ໃນໂອກາດການຍື່ນສານຕາຕັ້ງ, ທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ ໄດ້ອອກຄຳເຫັນ ແລະ ໄດ້ເນັ້ນຫນັກເຖິງ ສະພາບການທາງດ້ານພູມສາດ-ການເມືອງ ແລະ ພື້ນຖານເສດຖະກິດໃນທົ່ວໂລກ ໃນໄລຍະຜ່ານມາ ເຫັນວ່າພົບຄວາມຫຍຸ້ງຍາກທີ່ສຸດ, ເນື່ອງຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງ ສໍາລັບປະເທດຂອງພວກເຮົາ.
ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານ ແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະຫນັບສະໜູນ ຢ່າງເຕັມທີ່.
ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມ ຂອງກາຊັກສະຖານ ແລະ ພ້ອມນັ້ນ, ທ່ານ Kassym-Jomart Tokayev ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດຕ່າງໆ ທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ, ໃນນັ້ນ ລວມທັງ ທ່ານ ທູດເຮົາ ແລະ ກໍ່ໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍ່ຜ່ານພົ້ນໄປຫວ່າງບໍ່ດົນມານີ້.
ພ້ອມດຽວກັນນັ້ນ, ທ່ານ ທູດເຮົາ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດກາຊັກສະຖານ
ແລະ ພ້ອມທັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ກາຊັກສະຖານ, ລວມທັງ ປະຊາຊົນ ກາສັກສະຖານ ທຸກຖ້ວນຫນ້າ, ຊຶ່ງເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.