ດີໃຈ! ບຸນຊ່ວງເຮືອເຕັມຮູບແບບໃກ້ຈະມາຮອດມາເຖິງແລ້ວ
ກຽມພ້ອມຈັດງານເທສະການບູນຊວງເຮືອທີຫລວງພະບາງແບບເຕັມຮູບແບບອີກຄັ້ງ
ຖືວ່າດົນນານເຕີບທີ່ບໍ່ໄດ້ເຫັນບູນຊວງເຮືອທີຫລວງພະບາງ, ແລະ ອີກບໍ່ດົນເກີນຄວນ ບັນດາຄຸ້ມວັດ ຄຸ້ມບ້ານ ກໍ່ຈະມີການປົວແປງເຮືອຊ່ວງກັນແລ້ວ ເພື່ອນຳໄປຫັດຮຽນ-ຫັດແອບເຮືອຊ່ວງຕາມນ້ຳຂອງ ນ້ຳຄານ ແລະປະຊາຊົນນ້ອຍໃຫຍ່ ກໍ່ຈະພາກັນໄປເບິ່ງ-ໄປຊົມ ໄປໂອ້ລົມ ໄປຂາຍເຄື່ອງ ກັນຕາມແຄມທ່າກັນແລ້ວ ແຕ່ປີນີ້ເປັນປີທີ່ທາງການໃຫ້ມີການເຮັດບຸນຊ່ວງເຮືອເຕັມຮູບແບບ ຫລັງຈາກທີ່ 2-3 ປີຜ່ານມາ ແມ່ນບໍ່ໄດ້ຈັດ ມີແຕ່ຄອບໄຂ່ວເທົ່ານັ້ນ
ບັນຫາຫລັກກໍແມ່ນຢູ່ຊ່ວງການລະບາດຂອງໂຄວິດ19 ບ້ານເມືອງກໍ່ປິດກັນ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໄປມາບໍ່ໄດ້ ປີນີ້ແມ່ນມີການຈັດແລ້ວ ແຕ່ຫລາຍວັດ ຫລາຍບ້ານກໍ່ມີບັນຫາ ເລື່ອງຂາດການສະໜັບສະໜູນ ທັງອາຫານ ເສື້ອຜ້າ ແລະປັດໄຈໃນການບົວລະບັດເຮືອຊ່ວງ ເຮືອໃຫ້ຫລາຍວັດ ຫລາຍບ້ານຍັງຄິດສອງຈິດ-ສອງໃຈວ່າ ຈະເອົາປັດໄຈຢູ່ໃສເອົາເຮືອຊ່ວງລົງຊ່ວງ ?
ຮູບພາບຂອງການຫັດເຮືອຊ່ວງ ທີ່ຍຶ່ງນ້ຳຄານ ເມື່ອປີ ຄສ 2019 ໂດຍ Houmphet Manisouk
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ