ມາ​ຮູ້​ຈັກ​ກັບຮີດ​ຄອງ​ປະ​ເພ​ນີການສ້າງອູບມຸງ ຂອງຫລວງພຣະບາງ

SA Game

Houmphet Manisouk

ຄວາມໝາຍຄວາມສຳຄັນຂອງປະ​ເພ​ນີການສ້າງອູບມຸງ ຂອງຫລວງພຣະບາງ

ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ທີ່​ປະ​ຕິ​ບັດ​ກັນ​ມາແຕ່​ລຸ້ນ​ປູ່​ລຸ້ນ​ຢາ, ອູບມຸງນ້ອຍ ທີ່ມັກສ້າງໄວ້ໃນວັດຕ່າງທົ່ວຫລວງພຣະບາງເຮົາ ແມ່ນມີຄວາມໝາຍຄວາມສຳຄັນ ຄື : ໄວ້ໃຫ້ພຣະສົງເຂົ້າກັມ ເພື່ອຝືກ ກາຍ ວາຈາ ແລະໃຈ ໃຫ້ຮູ້ທັນສະຕິ ເພາະຖ້າພິກ­ຂຸອົງໃດ ຕ້ອງ­ອາບັດ­ສັງ­ຄາ­ທິເສດແລ້ວ ຕ້ອງເຂົ້າກັມ ­ຖ້າບໍ່ເຂົ້າກັມ­ ຖືວ່າບໍ່­ບໍລິສຸດ ແມ່ນຈະ­ປະ­ຕິບັດ­ສາສະ­ນະ­ກິດ ບຳເພັງ­ຄວາມ­ງາມ-ຄວາມ­ດີ ກໍ່­ບໍ່ອາດ­ບັນ­ລຸໄດ້ ຍ້ອນ­ຄາອາບັດ­ຍູ່ ດັ່ງມີຕົວຍ່າງ :

ໃນ­ຄັ້ງສະ­ໄຫມພຣະ­ກັດສະ­ປະ­ ພຸດທະ­ເຈົ້າ­ພິກ­ຂຸຫນຸ່ມ­ອົງຫນຶ່ງ ລ່ອງເຮືອໄປໃນນ້ຳຄົງ­ຄາ ແລ້ວເອົາມືຈັບໄຄນ້ຳ ­ເມື່ອເຮືອແລ່ນໄປໄຄໃນນ້ຳຈຶ່ງ­ຂາດ ເພີ່ນ­ຄິດວ່າເປັນ­ອາບັດເລັກນ້ອຍ ເວລາໃກ້­ຊິມໍຣະນະພາບ ­ຄິດ­ຍາກສະ­ແດ­ງ­ອາບັດ ແຕ່­ຫາ­ພິກ­ຂຸຈະ­ຮັບສະ­ແດງ­ບໍ່ໄດ້ ແມ່ນວ່າເພີ່ນຈະບຳເພັງພຽນ­ຍູ່ປ່າ­ຮອດ­ສອງຫມື່ນ­ປີ ກໍ່­ບໍ່­ອາດ­ບັນ­ລຸພຣະທັມ­ຊັ້ນ­ສູງໄດ້ ເວລາ­ມໍຣະນະພາບໄປແລ້ວ ໄດ້ເກິດເປັນພຣະ­ຍານາ­ຄ ຊື່ : “ເອລະ­ກະ­ປັດ ” ເຫັນຈະ­ເປັນເພາະ­ສາຍເຫດ­ນີ້ນັກ­ປາດ­ບູຮານ­ລາວ ຈຶ່ງໄດ້­ຈັດ­ການໃຫ້­ມີການເຂົ້າກັມໄວ້ເປັນ­ຮີດ­ຄອງປະ­ເພນີ
SA Game
Houmphet Manisouk
ດັ່ງນັ້ນບັນດາບັນຕ່າງໆ ທີ່ພຣະສົງທີ່ເຖົ້າແກ່ຫລາຍ ເພິ່ນບໍ່ສາມາດ ໄປຢູ່່ປ່າ ຢູ່ຖ້ຳ ທີ່ມີຄວາມຫງຽບສະຫງົບ ເພື່ອຫລີກຫນີ້ການພົບປະຜູ້ຄົນ ຝືກອະຍະຕະນະ ເພິ່ນຈຶ່ງຈຳລອງຖ້າມາຕັ້ງໄວ້ພາຍໃນວັດ ຈຶ່ງກໍ່ເກີດມີອຸບມຸງຂຶ້ນ ຄືການຈຳລອງຖ້ຳມາໄວ້ໃຫ້ພຣະພິກຂຸສົງໄດ້ເຂົ້າກັມນັ້ນເອງ

ບຸນເຂົ້າກັມ ຫລືວ່າ ບຸນປະຣິວາສະກັມ (ບຸນເດືອນຈຽງ).

SA Game
Houmphet Manisouk

ຄືບຸນທີ່ຈັດຂຶ້ນໃນເດືອນ 1 ຂອງທຸກໆປີ (ເດືອນຈຽງ ຫຼື ເດືອນອ້າຍ) ເຊິ່ງເປັນເດືອນທຳອິດຂອງ ປີທີ່ຊາວລາວຈະຕ້ອງປະກອບພິທີບຸນກັນ ຈົນເປັນປະເພນີເມື່ອເດືອນຈຽງມາເຖິງແລ້ວນັ້ນໃຫ້ພາກັນລ້ຽງ ຜີບ້ານ ຜີເມືອງ ຜີຟ້າ ຜີແຖນ ແລະນິມົນພຣະສັງຄະເຈົ້າເຂົ້າປະຣິວາດສະກັມ ພິທີບຸນເຂົ້າກັມ ນີ້ຈະກ່ຽວກັບພຣະສົງໂດຍກົງເພາະເປັນການທຳເພື່ອອອກຈາກອາບັດສັງຄາທິເສດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ