​ລຳ​ລື​ກ​ຄືນ! ຄົບຮອບ 113 ປີ ທ່ານ ສຸ​ພາ​ນຸ​ວົງປັນຍາຊົນຜູ່ຍີ່ງໃຫຍ່ຂອງ​ລາວ

SA Game

Sourioudong Sundara

ລຳ​ລືກ​ສະເດັດເຈົ້າສຸພານຸວົງ (ເຈົ້າຊາຍແດງ) ໃນ​ວັນ​ຄົບ​ຮອບ 113ປີ 13 ກໍລະກົດ 1909-2022 ຢ່າງສຸດໃຈ

ເນືອງ​ໃນ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ ປະ​ທານ​ສຸ​ພາ​ນຸ​ວົງ ຊາວ​ລາວ​ຂໍຂໍ່ານັບຮັບຕ້ອນຄົບຮອບ 113 ປີຄ້າຍວັນເກີດ ປະທານ ສຸພານຸວົງ 13 ກໍລະກົດ 1909-2022 ຢ່າງສຸດໃຈ!
ປະທານ ສຸພານຸວົງ ເປັນປັນຍາຊົນຜູ່ຍີ່ງໃຫຍ່ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນນັກການເມືອງທີ່ໂດດເດັ່ນ ເປັນນັກການທະຫານທີ່ເກັ່ງກ້າ ເປັນນັກການຕ່າງປະເທດທີ່ສະຫຼຽວສະຫຼາດ ເປັນໜື່ງໃນບັນດາຜູ່ນຳທີ່ດີເດັ່ນຂອງພັກ ລັດ ແລະ ປະຊາຊົນລາວເຮົາ.

​ເຮົາ​ຈະ​ມາ​ລຳ​ລືກ​ຄືນ​ປະ​ຫວັດ​ຄວາມ​ເປັນ​ມາ​ອ້າຍ​ນ້ອງ​ຂອງ​ ສະ​ເດັດ​ເຈົ້າ​ສຸ​ພາ​ນຸ​ວົງ, ເຊິ່ງ​ມີ​ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ລາວ​ເຊິ່ງ​ຈະ​ນຳ​ເອົາ​ມາ​ສະ​ເໜີ​ແບບ​ຫຍໍ້ໆ​ດັ່ງ​ນີ້:

ເຈົ້າບຸນຄົງ ມະຫາອຸປະຣາຊ ອານາຈັກລ້ານຊ້າງຫຼວງພະບາງ ໄດ້ໃຫ້ກຳເນີດສາມສະເດັດເຈົ້າອ້າຍເຈົ້ານ້ອງ ທີ່ເປັນນັກການເມືອງແຫ່ງປະຫວັດສາດຊາດລາວ:

SA Game
Sourioudong Sundara
  • ສະເດັດເຈົ້າເພັດຊະຣາຊ ມະຫາອຸປະຣາຊ ນາຍົກລັດຖະມົນຕີ ຜູ່ຮັກຄວາມເປັນເອກະລາດ ອິດສະຫຼະພາບ ແລະ ຢູ່ເບື້ອງຫຼັງການປະກາດເອກະລາດແຫ່ງຊາດຈາກພວກລ່າຫົວເມືອງຂື້ນຝຣັ່ງ 12 ຕຸລາ 1945 ເຮັດໃຫ້ປະເທດລາວປົກຄອງດ້ວຍລະບອບປະຊາທິປະໄຕ ແລະ ກະສັດຕ້ອງຢູ່ພາຍໄຕ້ລັດຖະທຳມະນູນ, ແຕ່ໄດ້ມີຣາຊະອົງການໃຫ້ປົດອອກຈາກຕຳແໜ່ງນາຍົກລັດຖະມົນຕີ ຖອດຍົດຖານັນດອນສັກໃຫ້ເປັນສາມັນຊົນ ແລະ ສຸດທ້າຍໄດ້ໄປລີ້ໄພທາງການເມືອງຢູ່ຕ່າງປະເທດ ດ້ວຍຂໍ້ຫາບໍມີຄວາມຈົງຮັກພັກດີຕໍ່ກະສັດລ້ານຊ້າງຫຼວງພະບາງ ແລະ ສັດທາໃນລະບອບປະຊາທິປະໄຕທີ່ມີປະຊາຊົນເປັນສູນກາງ
SA Game
Sourioudong Sundara
  • ສະເດັດເຈົ້າສຸວັນນະພູມາ ລັດຖະມົນຕີກະຊວງໂຍທາທິການ ສະໃໝລັດຖະບານລາວເອກະລາດ 12 ຕຸລາ 1945, ລັດຖະມົນຕີ, ນາຍົກລັດຖະມົນຕີທີ່ມີແນວທາງເປັນກາງ ໃນລະບອບຣາຊະອານາຈັກລາວລ້ານຊ້າງຮົ່ມຂາວຫຼາຍສະໄໝ ແລະ ເປັນທີ່ປຶກສານາຍົກລັດຖະມົນຕີ ລັດຖະບານ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ 02 ທັນວາ 1975 ແລະ
SA Game
Sourioudong Sundara
  • ສະເດັດເຈົ້າສຸພານຸວົງ (ເຈົ້າຊາຍແດງ) ລັດຖະມົນຕີກະຊວງການຕ່າງປະເທດ ສະໄໝລັດຖະບານລາວເອກະລາດ 12 ຕຸລາ 1945, ຜູ່ນຳການປະຕິວັດລາວລູ່ນທຳອິດ, ປະທານແນວລາວອິດສະຫຼະ ແລະ ປະທານປະເທດຜູ່ທຳອິດຂອງ ສປປລາວ 02 ທັນວາ 1975: “ປະທານ ສຸພານຸວົງ ເປັນປັນຍາຊົນຜູ່ຍີ່ງໃຫຍ່ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນນັກການເມືອງທີ່ໂດດເດັ່ນ ເປັນນັກການທະຫານທີ່ເກັ່ງກ້າ ເປັນນັກການຕ່າງປະເທດທີ່ສະຫຼຽວສະຫຼາດ ເປັນໜື່ງໃນບັນດາຜູ່ນຳທີ່ດີເດັ່ນຂອງພັກ ລັດ ແລະ ປະຊາຊົນລາວເຮົາ.”
SA Game
Sourioudong Sundara

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Sourioudong Sundara