ງານເທດສະການບຸນຜິໂຂນປະຈຳປີ2023 ເມືອງປາກລາຍ
ເມືອງປາກລາຍ ແຂວງໄຊຍະບູລີ ຈັດງານເທດສະການບຸນຜິໂຂນປະຈຳປີ 2023 ຢ່າງຄືກຄື້ນ.
ໃນລະຫວ່າງວັນທີ 2 ຫາ ວັນທີ 6 ມີນາ 2023 ຜ່ານມາ, ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດງານເທດສະການບຸນຜີໂຂນປະຈຳປີ 2023 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ກອງສີ ວົງສີ ເຈົ້າເມືອງໆປາກລາຍ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ບັນດາທ່ານເຈົ້າເມືອງອ້ອມຂ້າງແຂວງ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນຊາວເມືອງປາກລາຍເຂົ້າຮ່ວມຢ່າງຫຼວງຫຼາຍ.
ຢູ່ພາຍໃນພິທີເປີດງານ ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສວນສະໜາມຂອງກ້ອນກຳລັງຕ່າງໆ, ຮັບຊົມການສະແດງສິນລະປະວັນນະຄະດີ, ຮັບຟັງການລາຍງານການກະກຽມຄວາມພ້ອມໃນການຈັດງານເທດສະການຈາກທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ, ຈາກນັ້ນ ທ່ານ ກອງສີ ວົງສີ ເຈົ້າເມືອງ ທັງເປັນປະທານຈັດງານເທດສະການບຸນຜີໂຂນປະຈຳປີ 2023 ກໍ່ໄດ້ຂື້ກ່າວຕ້ອນຮັບແຂກ ພ້ອມທັງ ກ່າວເປີດພິທີເປີດງານເທດສະການບຸນຜີໂຂນປະຈຳປີ 2023 ຂື້ນຢ່າງເປັນທາງການ.
ພາຍຫຼັງສຳເລັດ ຄະນະປະທານ ພ້ອມດ້ວຍຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນລັ່ນຄ້ອງເກົ້າບາດ, ຕັດແຖບຜ້າ, ປ່ອຍປູມເປົ້າປ້າຍເປີດງານ ເພື່ອເປັນສັນຍາລັກໃຫ້ແກ່ງານເທດສະການບຸນຜີໂຂນໃນປີນີ້.
ງານເທດສະການບຸນຜີໂຂນທີ່ເມືອງປາກລາຍໃນປີນີ້ ກໍ່ໄດ້ມີຫຼາກຫຼາຍຈິດຈະກຳເປັນຕົ້ນແມ່ນ ພິທີເປີດຕະຫຼາດນັດເພື່ອວາງສະແດງ ແລະ ຊື້ຂາຍສິນຄ້າ ອຸປະໂພກ-ບໍລິໂພກ, ສິນຄ້າໂອດັອບ ຈາກບັນດາຫ້ອງການ, ລັດວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ສວນສະໜຸກສຳລັບເດັກນ້ອຍ, ການແຂ່ງຂັນຊ່ວງເຮືອເພດຊາຍ 20 ສີພາຍ, ການບໍລິການຂີ່ເຮືອຊົມວິວຕາມແມ່ນ້ຳຂອງ, ຊົມການປະກວດນາງທິດາພະເຫວດ ແລະ ການເດີນແບບເດັກສະຫຼາດ-ຄຳຮູ້, ຊົມການສະແດງສິລະປະວັນນະຄະດີ, ການປະກວດນັກຮ້ອງສຽງດີ, ຊົມການປະກວດຈູດບັ້ງໄຟດອກພື້ນບ້ານຢ່າງສວຍສົດງົດງາມ.
ພ້ອມນັ້ນ ກິດຈະກຳອັນຫຼັກໆພາຍໃນງານເທດສະການບຸນຜີໂຂນທີ່ເມືອງປາກລາຍ ນັ້ນກໍ່ແມ່ນພິທີແຫ່ອຸປະຄຸດ, ປ່ອຍຂະບວນຜີໂຂນ, ພິທີແຫ່ພະເຫວດສັນດອນ ແລະ ຂະບວນຂອງຜີໂຂນເຂົ້າເມືອງ, ການໃສ່ບາດ, ຖວາຍເຄື່ອງສັງຄະທານໃຫ້ແກ່ພຣະສົງ, ສຳມະເນນ ຢູ່ທີ່ວັດສີສະຫວ່າງວົງ ເຊິ່ງມີຄະນະນຳຂອງແຂວງ, ຂອງເມືອງ, ຜູ້ຄົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ແລະ ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: News.XBL