ງານບຸນພະເຫວດ ບ້ານເວີນເມືອງໄຊບູລີ ຈັດ​ຂື້ນ​ຢ່າງຄຶກຄື້ນມ່ວນຊື່ນ

SA Game

Media Laos

ບ້ານເວີນເມືອງໄຊບູລີ ແຂວງສະຫວັນນະເຂດຈັດງານບຸນພະເຫວດ ປະຈໍາປີ 2023

ບ້ານເວີນ ເມືອງໄຊບູລີ ແຂວງສະຫວັນນະເຂດ ພ້ອມດ້ວຍປະຊາຊົນພາຍໃນບ້ານ ໄດ້ສາມັກຄີກັນຈັດງານບຸນພະເຫວດ ປະຈໍາປີ 2023 ທີ່ວັດໂພສີຣັດຕະນະຣາມ ( ວັດຈອມແຈ້ງ)ໃນລະຫວ່າງວັນທີ 18-19 ມີນາ 2023 ນີ້ຢ່າງ​ຄືກ​ຄື້ນ.

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີພຣະສົງສໍາມະເນນ ແລະ ອອກຕົນຍາດໂຍມ ຊາວພຸດທະສາສະນິກະຊົນ ເຂົ້້າຮ່ວມເປັນຈໍານວນຫຼວງຫຼາຍ ເຮັດໃຫ້ບັນຍາກາດ ພາຍໃນງານ ເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນ.

ພາຍໃນງານໄດ້ມີກິດຈະກໍາທີ່ຫຼາກຫຼາຍ ເປັນຕົ້ນ ມີຂະບວນແຫ່ພຣະເຫວດສັນດອນ ພ້ອມດ້ວຍ ນາງ ມະທີ, ກັນຫາ, ສາລີເຂົ້້າເມືອງ ໂດຍປະຕິບັດຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດ ແລະ ສືບທອດກັນມາຢ່າງຍາວນານ, ມີການຟັງທໍາມະເທດສະໜາ, ຕັກບາດຖວາຍສັງຄະທານແດ່ພຣະສົງ ສໍາມະເນນ, ຮັບຊົມຂະບວນຟ້ອນສິນລະປະວັນນະຄະດີ, ມີຮ້ານຈໍາໜ່າຍສິນຄ້າສິນຄ້າທີ່ຫຼາກຫຼາຍ, ມີການຮັບຊົມການແຂງຂັນກິລາຕີບານ, ຈູດບັ້ງໄຟ, ແລະ ຍົກຍອດຊໍ່ຟ້າ ຂື້ນສູ້ຫຼັງຄາສາລາໂຮງທໍາຈໍານວນ 7 ຍອດ

SA Game
Media Laos

ພ້ອມທັງ ມອບໃບກຽດຕິຄຸນຂອງເຈົ້າອະທິການວັດ ວັດໂພສີຣັດຕະນະຣາມ ( ວັດຈອມແຈ້ງ) ໃຫ້ແກ່ເຈົ້າພາບເຈົ້າສັດທາທີ່ມີຄຸນງາມຄວາມດີປະກອບສ່ວນອັນໃຫ່ຍຫຼວງແລະ ມີປະໂຫຍດເຂົ້າໃນການຈັດງານບຸນໃນຄັ້ງນີ້.ຕອນກາງຄືນກໍ່ໄດ້ມີການຄົບງັນຕາມປະເພນີ. ສ່ວນລາຍຮັບຈາກການຈັດງານມີຈໍານວນເງິນທັງໝົດ 94,823,000 ກີບ, ເງິນບາດ 24,310 ບາດ ແລະ ເງິນໂດລາ 120 ໂດລາສະຫະລັດ.

SA Game
Media Laos

ໃນໂອກາດດັ່ງກ່າວ ທ່ານ ບົວເງິນ ແສງສຸລິຍາ ນາຍບ້ານໆເວີນ ກໍ່ໄດ້ໃຫ້ສໍາພາດ ຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ ການຈັດງານບຸນພຣະເຫວດ ໃນຄັ້ງນີ້ກໍ່ເພື່ອ ສ້າງຄວາມສາມມັກຄີ ປອງດອງ ຂອງປະຊາຊົນພາຍໃນບ້ານເວີນໃຫ້ມີຄວາມ ແໜ້ນແຟ້ນຂື້ນກວ່າເກົ່າ ພ້ອມທັງເປັນການ ສືບທອດ ວັດທະນະທໍາ ຮີດຄອງປະເພນີອັນດີງາມທີ່ເຄີຍປະຕິບັດກັນມາຢ່າງຍາວນານ ແລະ ເພື່ອສົມທຶນບູລະນະສາລາໂຮງທໍາວັດ ໂພສີຣັດຕະນະຣາມໃຫ້ມີຄວາມສົມບູນຂື້ນກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos