ສ​ປ​ປ ລາວ ຮ່ວມ​ເຂົ້າແຂ່ງຂັນກິລາມິດຕະພາບ ລາວ-ໄທ ຄັ້ງທີ 24

SA Game

News.XBL

ເມືອງເງິນ ​ແຂວງ​ໄຊ​ຍະ​ບູ​ລີ ສ​ປ​ປ ລາວ ຮ່ວມງານກິລາມິດຕະພາບ ລາວ-ໄທ ຄັ້ງທີ 24.

ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ພ້ອມດ້ວຍຄະນະ ແລະ ທີມນັກກິລາໄດ້ເດີນທາງໄປຮ່ວມງານແຂ່ງຂັນກິລາມິດຕະພາບລາວ-ໄທ ລະຫວ່າງ ເມືອງເງິນ ແຂວງ ໄຊຍະບູລີ ສປປ ລາວ ກັບ ອຳເພີ ສະເຫຼີມພະກຽດ ຈັງຫວັດນ່ານ ປະເທດໄທ ຄັ້ງທີ 24 ທີ່ທາງ ອຳເພີ ສະເຫຼີມພະກຽດ ໄດ້ຮັບກຽດເປັນເຈົ້າພາບໃນວັນທີ 3 ມີນາ 2023 ນີ້.

ເຊີ່ງໃຫ້ກຽດຕ້ອນຢ່າງອົບອຸ່ນຈາກທ່ານ ທ່ານ ສຸທັດ ລິ້ມວະນິດກຸນ ນາຍອຳເພີສະເຫຼີມພະກຽດ ພ້ອມດ້ວຍຄະນະ , ມີຄະນະນຳເມືອງເງິນ-ອຳເພີສະເຫຼີມພະກຽດ, ນັກກິລາ, ນັກທຸລະກິດຜູ້ປະກອບການ ຕະຫຼອດຮອດມວນຊົນ ທັງ 2 ເມືອງເຂົ້າຮ່ວມຮັບຊົມຢ່າງຄັບຄາໜາແໜ້ນ.

ການຈັດງານແຂ່ງຂັນກິລາໃນຄັ້ງນີ້ ທ່ານ ສຸທັດ ລິ້ມວະນິດກຸນ ນາຍອຳເພີສະເຫຼີມພະກຽດ ແລະ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ໄດ້ກ່າວເປີດການແຂ່ງຂັນກິລາ ມິດຕະພາບລາວ – ໄທ ຄັ້ງທີ 24 ຢ່າງເປັນທາງການ.

SA Game
News.XBL

ເພື່ອສືບຕໍ່ເສີມສ້າງສາຍພົວພັນ ອັນດີງາມ ແລະ ມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ທີມີມາແຕ່ດຶກດຳບັນ ເປັນການພົບປະແລກປ່ຽນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ດ້ານກິລາກາຍະກຳ ,ເປີດໂອກາດໃຫ້ນັກທຸລະກິດຊາວຄ້າຂາຍ ໄດ້ສົນທະນາ ດ້ານການຄ້າ, ການລົງທືນ, ການບໍລິການ ແລະ ການທ່ອງທ່ຽວ ທັງນີ້ກໍ່ເພື່ອແນໃສ່ ຊາຍແດນລາວ-ໄທ ກໍ່ຄືເມືອງເງິນ ກັບ ອຳສະເຫຼີມພະກຽດ ໄດ້ມີຄວາມສະຫງົບສັນຕິສຸກຢ່າງໜັກແໜ້ນ ກາຍເປັນຊາຍແດນ ແຫ່ງສັນຕິພາບ-ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

ການຈັດງານແຂ່ງຂັນກິລາໃນຄັ້ງນີ້. ມີ 4 ປະເພດກິລາຄື: ບານເຕະ ຍິງ-ຊາຍ, ບານສົ່ງ ຍິງ-ຊາຍ, ເປຕັງ ຍິງ-ຊາຍ, ກະຕໍ້ຫວາຍ ຊາຍ.

ຜົນການແຂ່ງຂັນບານເຕະຊາຍຊາວໜຸ່ມ ແມ່ນເມືອງເງິນ ເອົາຊະນະ 1/0 ປະຕູ, ບານເຕະຂັ້ນການນຳ ແມ່ນ ເມືອງເງິນ ເອົາຊະນະ ອຳເພີສະເຫຼີມພະກຽດ 3/1 ປະຕູ , ບານເຕະ ຍິງ ແມ່ນເມືອງເງິນເອົາຊະນະ 4/1 ປະຕູ, ບານສົ່ງ ຊາຍ ແມ່ນເມືອງເງິນເອົາຊະນະ 3/0 ເກມ ,ບານສົ່ງ ຍິງ ແມ່ນ ອຳເພີສະເຫຼີມພະກຽດເອົາ ຊະນະ 2/0 ເກມ, ກະຕໍ້ຫວາຍ ຊາຍ ແມ່ນເມືອງເງິນເອົາ ຊະນະ 2/0 ເກມ , ເປຕັງ ຍິງ ແລະ ເປຕັງຊາຍ ເມືອງເງິນ ຊະນະ.

SA Game
News.XBL

ຫຼັງຈາກສຳເລັດການແຂ່ງຂັນກິລາ ທາງຄະນະປະທານ ກໍໄດ້ມອບຂອງຂວັນລາງວັນ ໃຫ້ນັກກິລາແຕ່ລະປະເພດ, ພ້ອມທັງຮັບຊົມການສະແດງສິນລະປະທັງສອງເມືອງ ແລະ ຮ່ວມພາເຂົ້າສາມັກຄີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: News.XBL