ຄໍາວ່າ “ລໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ລໍ” ແມ່ນພະຍັນຊະນະໃນພາສາລາວຕົວນຶ່ງ ຂຽນ “ລ” ໃນປື້ມສອນເອີ້ນ ລໍລິງ, ເປັນພະຍັນຊະ ນະຢູ່ອັນດັບທີ 8 ເປັນພະຍັນຊະນະໂຕທີ່ຢູ່ຫຼັງໂຕ “ຊ” ອ່ານ ຊໍ ແລະ ຢູ່ກ່ອນພະຍັນຊະນະໂຕ “ດ” ອ່ານ ດໍ. “ລໍ” ຍັງແມ່ນສັດຕີນກີບ 4 ຕີນ ມີຮູບຮ່າງຄືກັບໂຕມ້າ ແຕ່ມີຫ່າງເປັນພົ້ວ ແລະ ຫູໃຫຍ່ກວ່າບາງທ້ອງ ຖີ່ນ ເອີ້ນມ້າລໍ (ລວາ ກໍວ່າ), ລໍເປັນສັດກິນພຶດໂດຍສະເພາະແມ່ນຫຍ້າ ແລະ ມັກຢູ່ເປັນຝຸງ. ໃນສະໄໝ ກ່ອນ ຄົນເຮົານິຍົມເອົາລໍມາລ້ຽງ ເພື່ອນໍາໃຊ້ເປັນພາຫະນະໃນການຂີ່, ແຂ່ງກິລາ ແລະ ໃຊ້ງານແກ່ເຄື່ອງ ແບບດຽວກັບມ້າ ແຕ່ປະຈຸບັນມີລົດຍົນເຂົ້າມາຈິ່ງເຮັດໃຫ້ຄວາມນິຍົມຫຼຸດລົງ ແລະ ບໍ່ລ້ຽງກັນແຜ່ຫຼາຍດັ່ງ ເມື່ອກ່ອນ.

ນອກຈາກນີ້, “ລໍ” ຍັງໝາຍເຖິງການຢຸດຖ້າສິ່ງໃດສິ່ງນຶ່ງ ຫຼື ລໍຖ້າ ຊຶ່ງເປັນການຄອງຄອຍ ຫຼື ລໍຄອຍ ເຊັ່ນ: ລໍຖ້າ, ລໍເວລາ, ລໍໂອກາດ, ລໍຈັ່ງຫວະ, ລໍຄວາມເໝາະສົມ, ລໍກ່ອນເດີ, ລໍແລ້ວລໍອີກ, ລໍຄໍາສັ່ງ, ລໍເບີ່ງ, ລໍຄວາມຮັກ, ລໍແກ້ແຄ້ນ, ລໍຄວາມຕາຍ, ລໍໝູ່ມາຫາ, ລໍການຮຽນ, ລໍຫາຍດີ, ລໍຢ່າງມີຄວາມ ຫວັງ, ລໍເຂົ້າວຽກ, ລໍເຮັດວຽກ ເປັນຕົ້ນ. “ລໍ” ຍັງແມ່ນໄປມາຊ້າໆ ຫຼື ຊະລໍລົງ ເຮັດໃຫ້ຊ້າລົງ ເຊັ່ນ: ຊະລໍຄວາມໄວລົດລົງ, ຊະລໍຄວາມໄວເຮືອ, ຊະລໍຄວາມແກ່ດ້ວຍການບໍາລູງ ແລະ ອື່ນໆ. “ລໍ” ຍັງແມ່ນ ລັກສະນະຕາຂອງຄົນ ຫຼື ສັດທີ່ມີຈຸດຂາວໃນບ່ອນຕາດໍາ ເອີ້ນຕາລໍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລໍ”.

“ລໍ” ແມ່ນພະຍັນຊະນະໃນພາສາລາວຕົວນຶ່ງ ຂຽນ ”. (1. ຄໍານາມ) ສັດພາຫະນະແນວນຶ່ງຕົວຄືມ້າ ແຕ່ຫ່າງເປັນພົ້ວ ແລະ ຫູໃຫຍ່ ບາງເທື່ອເອີ້ນມ້າລໍ (ລວາ ກໍວ່າ). (2. ຄໍາກິລິຍາ) ຖ້າ, ຄອງ, ຄອຍ, ໄປມາຊ້າໆ.(3. ຄໍາກິລິຍາວິເສດ) ລັກສະນະຂອງຕາທີ່ເປັນຈຸດຂາວຢູ່ບ່ອນຕາດໍາ ເອີ້ນຕາລໍ.

ຕົວຢ່າງ:

  • ໃນປື້ມການຮຽນການສອນຂອງເດັກນ້ອຍ ເພື່ອໃຫ້ຈື່ ແລະ ທ່ອງຂຶ້ນໃຈໄດ້ ໄດ້ມີການຂຽນໂຕລໍ “ລ” ວ່າ ລໍລິງ.
  • ໂຕລໍ ເປັນລູກປະສົມ ຫຼື ລູກຊອດລະຫວ່າງໂຕມ້າ ແລະ ໂຕລາ ເປັນທີ່ນິຍົມລ້ຽງເພື່ອຂີ່ ແລະ ລາກແກ່ໃນສະໄໝກ່ອນ ໂດຍສະເພາະແມ່ນເຂດບໍ່ມີເສັ້ນທາງ ຫຼື ເຂດພູດອຍ.
  • ສາວສີອາຍຸໄດ້ 40 ປີ ແຕ່ຍັງບໍ່ທັນແຕ່ງງານຍ້ອນຍັງລໍຜູ້ບ່າວທີ່ໃຫ້ຄໍາໝັ້ນສັນຍາວ່າຈະມາຂໍແຕ່ງ ງານໃນຫຼາຍສິບປີກ່ອນ.
  • ລົດເມສະລໍຄວາມໄວລົງຊ້າໆດ້ວຍການຫ້າມເປັນເທື່ອໆ ເພື່ອຢຸດຮັບຜູ້ໂດຍສານຈໍານວນນຶ່ງທີ່ຖ້າ ຂຶ້ນລົດຢູ່ຂ້າງທາງ.
  • ຊາຍແກ່ເປັນຕາລໍດັ່ງນັ້ນຈິ່ງໄດ້ທຽວໄປປຶກສານໍາໝໍຕາເພື່ອຫາທາງປີ່ນປົວໃຫ້ດີກ່ອນຈະຮ້າຍແຮງ ໄປກວ່ານີ້.

ສະຫຼຸບ.

ຄໍາວ່າ “ລໍ” ແມ່ນພະຍັນຊະນະ ຫຼື ອັກສອນພາສາລາວຕົວອັນດັບທີ 8 ຂຽນ “ລ”. “ລໍ” ຍັງແມ່ນສັດສີ່ຕີນ (ຕີນກີບ) ລ້ຽງລູກດ້ວຍນົມ ກິນຫຍ້າເປັນອາຫານຫຼັກ ຄົນມັກລ້ຽງໄວ້ ເພື່ອຂີ່ ແລະ ເປັນພາຫະນະແກ່ ເຄື່ອງ ຕົວລໍຄ້າຍຄືມ້າ ແຕ່ຫ່າງເປັນພົ້ວ ແລະ ຫູໃຫຍ່. “ລໍ” ຍັງແມ່ນການຖ້າ ຫຼື ຄອງຄອຍ ສິ່ງໃດສິ່ງ ນຶ່ງ ແລະ ຍັງໝາຍເຖິງການໄປມາຊ້າໆ. “ລໍ” ຍັງແມ່ນຕາທີ່ຂາວເປັນຈຸດຢູ່ຕາດໍາ ເຮົາພາກັນເອີ້ນວ່າ ຕາລໍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo