ຄໍາວ່າ “ປໍ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປໍ້າ” ມີຄວາມໝາຍແນວໃດ?

ຄໍາວ່າ “ປໍ້າ” ແມ່ນອຸປະກອນທີ່ຄົນເຮົາສ້າງຂຶ້ນມາເພື່ອຮັບໃຊ້ ຊຶ່ງມີປໍ້ານໍ້າ ແລະ ປໍ້າລົມ. ປໍ້ານໍ້າ (ບາງ ເທື່ອເອີ້ນໂປມນໍ້າ) ແມ່ນເຄື່ອງມືເພື່ອໃຊ້ສູບນໍ້າ, ດູດນໍ້າ ຫຼື ສີດນໍ້າ ມີຫຼາຍແນວ, ຫຼາຍຂະໜາດ, ຫຼາຍຍີ່ຫໍ້ ຂຶ້ນກັບວັດຖຸປະສົງການໃຊ້ ໂດຍທົ່ວໄປຈະເຫັນປໍ້າຈະຫຼວດ ຊຶ່ງເປັນປໍ້າຍາວຂະໜາດນຶ່ງແມັດມີຮູບຮ່າງຄື ທໍ່ນໍ້າໃຊ້ຈຸ່ມລົງນໍ້າແລ້ວໃຊ້ໄຟຟ້າປໍ້ານໍ້າຂຶ້ນ. ປໍ້າອີກແນວນຶ່ງທີ່ມັກເຫັນແມ່ນປໍ້າແບບຕັ້ງຊຶ່ງເປັນປໍ້າທີ່ບໍ່ໄດ້ ຈຸ່ມນັ້ນດັ່ງປໍ້າຈະຫຼວດ ແຕ່ໃຊ້ທໍ່ນໍ້າທີ່ຕໍ່ກັບປໍ້າຈຸ່ມລົງ.

ປໍ້າເປັນທີ່ນິຍົມກັນໃຊ້ເພື່ອດັນນໍ້າເພື່ອໃຊ້ໃນການກະ ເສດ, ເຮືອນທົ່ວໄປ ລວມຮອດອຸດສາຫະກໍາຂະໜາດໃຫຍ່. ປໍ້າຍັງໃຊ້ໃນລົດ, ຍົນ, ເຮືອ ແລະ ກໍາປັ່ນ ອີກດ້ວຍ. ສ່ວນປໍ້າລົມກໍເຊັ່ນກັນເປັນເຄື່ອງມືເພື່ອດັນລົມໃຊ້ສູບຢາງລົດ, ໃຊ້ເປົ່າສິ່ງຂອງ, ໃຊ້ດັນອາກາດ ເພື່ອວັດຖຸປະສົງອື່ນໆ ໃນຮ້ານ ແລະ ອຸດສາຫະກໍາ ທັງຂະໜາດນ້ອຍຫາໃຫຍ່.

ນອກຈາກນີ້, “ປໍ້າ” ຍັງໝາຍເຖິງສະຖານີຕື່ມນໍ້າມັນລົດ ຊຶ່ງເຮົາສາມາດເປັນໄດ້ຕາມແຄມທາງແຕ່ເໜືອ ເຖິງໃຕ້. ໃນເມື່ອກ່ອນແມ່ນມີແຕ່ບໍລິການຕື່ມນໍ້າມັນຢ່າງດຽວ ແຕ່ປະຈຸບັນແມ່ນໄດ້ມີຮ້ານສະດວກຊື້, ຮ້ານ ກາເຟ ແລະ ຮ້ານອາຫານ ຢູ່ນໍາອີກດ້ວຍ.

SA Game
DooDiDo

ປໍ້າມີທັງຂອງລັດ ແລະ ເອກະຊົນ ເຊັ່ນ: ປໍ້ານໍ້າມັນ ປ.ຕ.ທ, ປໍ້ານໍ້າມັນຂອງໄທ, ປໍ້ານໍ້າມັນເຊື້ອໄຟລາວ ແລະ ປໍ້ານໍ້າມັນອີກຫຼາຍບໍລິສັດ. “ປໍ້າ” ຍັງໝາຍເຖິງການກຸມ ຫຼື ເຮັດໃຫ້ລົ້ມລົງດ້ວຍເຫື່ອແຮງ ຫຼື ເປັນການຕັດຕົ້ນໄມ້ໃຫ້ລົ້ມລົງເຊັ່ນ: ປໍ້າງົວ, ປໍ້າຄວາຍ, ໂຈນປຸ້ນ ແລະ ປໍ້ານັກທ່ອງທ່ຽວ, ຜູ້ບ່າວປໍ້າຜູ້ສາວ, ກິລາ ໂມຍປໍ້າ, ປໍ້າຕົ້ນໄມ້ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປໍ້າ”.

“ປໍ້າ” (1. ຄໍານາມ) ເຄື່ອງສູບ (ຄໍາທັບສັບມາຈາກພາສາອັງກິດ) ດັ່ງ ປໍ້ານໍ້າ, ບັ້ງສີດນໍ້າ, ປໍ້າລົມ. ສະຖານີຕື່ມນໍ້າມັນ. (2. ຄໍາກິລິຍາ) ຟັນຕົ້ນໄມ້ໃຫ້ລົ້ມລົງ, ທໍາໃຫ້ລົ້ມລົງດ້ວຍເຫື່ອແຮງ. ສູບ ດັ່ງ ສູບນໍ້າ, ສູບລົມ.

ຕົວຢ່າງ:

  • ປໍ້ານໍ້າທີ່ຜະລິດຈາກປະເທດຍີ່ປຸ່ນແມ່ນໃຊ້ກຸ້ມຫຼາຍປີ ແຕ່ລາຄາປໍ້າແມ່ນແພງກວ່າປໍ້າຂອງຫຼາຍປະ ເທດພໍສົມຄວນ.
  • ປໍ້າລົມຖືກຕິດຕັ້ງໄວກັບລົດບັນທຸກ ເພື່ອໃຊ້ປະໂຫຍດເຊັ່ນໃຊ້ລົມເຂົ້າໃນການເບກລົດ (ລະບົບ ຫ້າມ), ໃຊ້ເພື່ອສູບລົມ ແລະ ອື່ນໆ.
  • ປໍ້ານໍ້າມັນບໍລິສັດ ປຕທ ແມ່ນພວມແຜ່ ແລະ ໄດ້ຮັບຄວາມນິຍົມຢູ່ລາວ ເພາະມີຮ້ານກາເຟ, ຮ້ານ ສະດວກຊື້ ແລະ ຮ້ານອາຫານອີກດ້ວຍ.
  • ນັກໂມຍປໍ້າມີແຕ່ຄົນຫຸ່ນໃຫຍ່ ແລະ ລໍ້າສັນ ເວລາປໍ້າກັນເຮັດໃຫ້ເວທີສັ່ນຕິງຢ່າງແຮງ ແລະ ກິລາ ໂມຍປໍ້າເປັນທີ່ນິຍົມກັນຫຼາຍ.

ສະຫຼຸບ.

ຄໍາວ່າ “ປໍ້າ” ແມ່ນອຸປະກອນໃຊ້ເພື່ອປໍ້ານໍ້າ ແລະ ປໍ້າລົມ. ປໍ້ານໍ້າ (ເອີ້ນໂປມນໍ້າກໍໄດ້) ໃຊ້ເພື່ອໃຊ້ສູບ ນໍ້າ, ດູດນໍ້າ ແລະ ສີດນໍ້າ ມີຫຼາຍແບບ, ຫຼາຍຂະໜາດ, ຫຼາຍຍີ່ຫໍ້ ເປັນເຄື່ອງມືທັນສະໄໝຢ່າງນຶ່ງ ໃຊ້ ໃນຄົວເຮືອນ, ຫ້ອງການ, ການກະເສດ ແລະ ອຸດສາຫະກໍາທົ່ວໄປ. ນອກນີ້, “ປໍ້າ” ຍັງແມ່ນສະຖານີ ຫຼື ສະຖານທີ່ຕື່ມນໍ້າມັນລົດ ຊຶ່ງເຮົາມັກເຫັນແຄມທາງແຕ່ເໜືອເຖິງໃຕ້. “ປໍ້າ” ຍັງໝາຍເຖິງໃຊ້ແຮງກຸມກັນ ຫຼື ເຮັດໃຫ້ລົ້ມລົງດ້ວຍເຫື່ອແຮງ ຫຼື ເປັນການຕັດຕົ້ນໄມ້ ຫຼື ວັດຖຸໃດນຶ່ງ ເພື່ອໃຫ້ລົ້ມລົງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo