ຄໍາວ່າ ດຸໝັ່ນ ມີຄວາມໝາຍໃນພາສາລາວແນວໃດ?
ອະທິບາຍຄວາມໝາຍຂອງຄໍາວ່າ ດຸໝັ່ນ ມີຄວາມໝາຍໃນພາສາລາວ.
ການເຮັດວຽກງານ ຫຼື ໃນການຮໍ່າຮຽນຢ່າງສະໝໍ່າເໝີມີຄວາມຕັດສິນໃຈສູງ ເຖີງວ່າຈະພົບຄວາມຫຍຸ້ງຍາກບາງປະການກໍຈະໄດ້ຮັບຜົນສຳເລັດໃນດ້ານວຽກງານ. ການງານ ແລະ ການດຳລົງຊີວິດຄວາມດຸໝັ່ນ ແມ່ນແນວຄິດຂອງຄົນໜື່ງທີສະແດງອອກດ້ວຍຄວາມພາກພຽນຕື່ນຕົວ ແລະ ຕັ້ງໜ້າເຮັດວຽກງານຢ່າງສະໝໍ່າ ສະເໝີ ມີຄວາມຕັດສິນໄຈສູງເຖິງວ່າຈະພົບປະກ່ນໃດກໍ່ຕາມຕ້ອງມີຈຸດມຸ້ງໝາຍເຮັດຈົນສຳເລັດຈົນອອກໝາກອອກຜົນ.
ແມ່ນຄວາມດຸໝັ່ນພາກພຽນມັນສະແດງອອກໃນການຕື່ນຕົວ ແລະ ຕັ້ງອົກຕັ້ງໄຈເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນຫ້າວຫັນບໍ່ຂີ້ຄ້ານການເຮັດວຽກເຮັດວຽກ ຫຼື ປະພຶດຕົນໃນທາງທີດີທີ່ມີຈຸດປະສົງ ຫຼື ເປົ້າໝາຍເພື່ອໃຫ້ຮູ້ວ່າຕ້ອງການຜົນສຳເລັດໃນດ້ານຕ່າງຕາມຄວາມມຸ້ງຫນ້າໃນການດຳລົງຊີວິດ.
ຄໍາວ່າ ດຸໝັ່ນ.
ເປັນຄຳກຳມະແປວ່າ: ຄວາມມຸ້ງໝັ້ນເຮັດຢ່າງຕໍ່ເນືອງເພື່ອໄປສູ່ຄວາມສຳເລັດ, ຄວາມດຸໝັ່ນຫ້າວຫັນມີຄວາມຕັ້ງອົກຕັ້ງໄຈໃນການເຮັດວຽກອັນໃດໜຶ່ງຈົນສຳເລັດອອກໝາກອອກຜົນມາໃຫ້ເຫັນໄດ້.
ຕົວຢ່າງ:
– ພໍ່ ແມ່ ເຄີຍສອນໃຫ້ລູກທຸກຄົນໃຫ້ມີຄວາມອົດທົນ ແລະ ດຸໝັ່ນ
– ອາຈານ ເຄີຍສອນນັກຮຽນໃຫ້ມີຄວາມດຸໝັ່ນຮຽນຫນັງສື
– ທຸກຄົນຕ້ອງມີຄວາມດຸຫມັ່ນຈື່ງເຮັດໃຫ້ມີທຸກຢ່າງ
– ຄົນທີ່ດຸຫມັ່ນໃນວັນນີ້ມີອານາຄົດດີໃນວັນຫນ້າ
– ຕ້ອງດຸຫມັ່ນຮຽນຫນັງສືຈື່ງເຮັດໃຫ້ຕົນເອງມີຄວາມສະຫລາດ
– ເກີດເປັນຄົນຕ້ອງມີຄວາມດຸຫມັ່ນຂະຫຍັນພຽນ
ສະຫຼຸບ.
ຄວາມມຸ້ງໝັ້ນເຮັດຢ່າງຕໍ່ເນືອງເພື່ອໄປສູ່ຄວາມສຳເລັດ, ຄວາມດຸໝັ່ນຫ້າວຫັນມີຄວາມຕັ້ງອົກຕັ້ງໄຈໃນການເຮັດວຽກອັນໃດໜຶ່ງຈົນສຳເລັດອອກໝາກອອກຜົນມາໃຫ້ເຫັນໄດ້, ເຊິງດຸຫມັ່ນຍັງຫມາຍເຖີງແນວຄິດຂອງຄົນໆຫນື່ງ ທີ່ສະແດງອອກດ້ວຍຄວາມພາກພຽນດຸຫມັ່ນອົດທົນ ແລະ ມີສະຕິໃນການຕັດສິນໃຈຢ່າງ ສະໝໍ່າ ສະເໝີ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo