ຄຳວ່າ ເຫຍື່ອ ແລະ ເຫຍື້ອ ໃນພາສາລາວມີ​ຄວາມ​ໝາຍ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ເຫຍື່ອ ແລະ ເຫຍື້ອ ໃນພາສາລາວ.

ໃນທຸກໆການສື່ສານ, ທຸກໆການປາກເວົ້າຂອງບາງບຸກຄົນ ຫຼື ບາງທ່ອງຖີ່ນນັ້ນຍັງມີບັນຫາຫຼາຍໃນການສື່ສານເຊິ່ງກັນແລະກັນ ເພາະຕ່າງຄົນຕ່າງທ້ອງຖີ່ນ ຕ່າງສຳນຽງສຽງເວົ້າກັນໄປຕ່າງໆນາໆ ຈຶ່ງເຮັດໃຫ້ມີການຖົກຖຽງກັນເກີດຂື້ນໃນບາງຄຳສັບທີ່ມີທັງສຳນຽງ ແລະ ສຽງເວົ້າທີ່ຄ້ອນຂ້າງໃກ້ຄຽງກັນທີ່ສຸດ, ສະນັ້ນ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ນ້ຳສຽງທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ເຫຍື່ອ ແລະ ເຫຍື້ອ

ຄຳວ່າ  ເຫຍື່ອ ແລະ ເຫຍື້ອ ສອງຄຳນີ້ເປັນຄຳສັບທີ່ ຫຼາຍໆຄົນອາດຄິດວ່າເປັນຄຳດຽວກັນ ແລະ ສາມາດໃຊ້ຄຳໃດທົດແທນກັນກໍ່ໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນສຳນຽງ,ສຽງເວົ້າ, ການໃຊ້ຄຳສັບ ແລະ  ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາສຶກສາຄຳວ່າ ເຫຍື່ອ ແລະ ເຫຍື້ອ ນີ້ໄປພ້ອມກັນວ່າ ທັງສອງຄຳມີຄວາມແຕກຕ່າງທາງດ້ານການອ່ານ, ການຂຽນ ແລະ ການນຳໃຊ້ຄືແນວໃດ.

SA Game
DooDiDo

ຄຳວ່າເຫຍື່ອ.

     ເປັນຄຳນາມ : ໝາຍເຖິງອາຫານ, ຂອງກິນ, ຂອງລໍ້ໃຫ້ສັດກິນ ເຊິ່ງຄົນລາວເຮົາມັກໃຊ້ຄຳນີີ້ເປັນປະຈຳ ເພາະມັນສາມາດໃຊ້ໄດ້ທັງການດຳລົງຊີວິດຂອງຄົນ ແລະ ສັດ ຖ້າຫາກໃຊ້ເຂົ້າກັບການດຳລົງຊີວິດຂອງຄົນຢ່າງທີ່ໜື່ງກໍຄືໃຊ້ເຂົ້າກັບອາຫານການກິນກໍໄດ້, ຢ່າງທີສອງໃຊ້ກັບການດຳລົງຊີວິດປະຈຳວັນຢູ່ໃນສັງຄົມ ,ແລະ ຖ້າຫາກໃຊ້ເຂົ້າກັບສັດແນ່ນອນວ່າທຸກໆໜ້າຈະໃຊ້ຫຼາຍໃນເວລາໄປໃສ່ເບັດຫາປູ, ຫາປາ ເພື່ອນຳມາປະກອບເປັນອາຫານ.

ຕົວຢ່າງ:

  • ໃຊ້ກັບການດຳລົງຊີວິດຂອງຄົນ
  1. ເວລາກິນເຂົ້າປຸ້ນຕ້ອງໃສ່ເຫຍື່ອຫຼາຍໆມັນຈັ່ງແຊບ.
  2. ທ້າວທອງວັນໄດ້ຕົກເປັນເຫຍື່ອອາຊະຍາກຳ.
  • ໃຊ້ກັບສັດ
  1. ຂ້ອຍເອົາຂີ້ກະເດືອນມາເຮັດເປັນເຫຍື່ອໃຫ້ປາກິນໃນການຕຶກເບັດ.
  2. ກວາງເປັນເຫຍື່ອອັນແຊບຊ້ອຍຂອງເສືອ.

ຄຳວ່າເຫຍື້ອ​.

     ຄຳວ່າເຫຍື້ອ ໝາຍເຖິງສິ່ງເສດເຫຼືອ ຫຼື ເສດສິ່ງຂອງທີ່ໃຊ້ແລ້ວ ເຊິ່ງຄຳນີ້ຍັງສາມາດນຳມາໃຊ້ປຽບທຽບໃສ່ກັບບຸກຄົນທີ່ມີການປະພຶດໂຕບໍ່ດີຕໍ່ສັງຄົມ, ສ່ວນຫຼາຍແມ່ນຈະມັກໃຊ້ກັບສີ່ງເສດເຫຼືອທີ່ຄົນເຮົາບໍ່ຕ້ອງການນຳໃຊ້ວັດຖຸສິ່ງຂອງເຄື່ອງໃຊ້ສິ່ງນັ້ນແລ້ວຈື່ງນຳເກັບໄປຖີ້ມ ແຕ່ໃນເວລາເວົ້າເຮົາຈະມັກຕື່ມຄຳວ່າ ຂີ້ ໃສ່ທາງໜ້າຂອງປະໂຫຍກ ຈຶ່ງກາຍເປັນຄຳວ່າ ຂີ້ເຫຍື້ອ.

ຕົວຢ່າງ:

  1. ໃສ່ຊຸດນັກສຶກສາແຕ່ໄປປົ້ນຈີ້ເອົາເງິນຄຳຄົນອື່ນນີ້ລະພວກຂີ້ເຫຍື້ອສັງຄົມນະ.
  2. ຫ້າມຖີ້ມຂີ້ເຫຍື້ອຊະຊາຍໃນບໍລິເວນນີ້ເດັດຂາດ.
  3. ເສື້ອໂຕນີ້ຂ້ອຍບໍ່ໄດ້ໃສ່ແລ້ວເອົາໄປຖີ້ມໃສ່ຖັງຂີ້ເຫຍື້ອໃຫ້ຂ້ອຍແນ່.

ສະຫຼຸບ.

     ຄຳວ່າ ເຫຍື່ອ ແລະ ເຫຍື້ອ ນັ້ນອາດມີຫຼັກການຂຽນ ແລະ ການອ່ານທີ່ໃກ້ຄຽງກັນຫຼາຍທີ່ສຸດ ແຕ່ມີຄວາມໝາຍທີ່ແຕກຕ່າງກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການຂຽນ,ການອ່ານ ຫຼື ການອອກສຽງພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ຄ້າຍຄືກັນແຕ່ມີຄວາມໝາຍແຕກຕ່າງກັນ ເພາະຄຳວ່າ ເຫຍື່ອ ນັ້ນໝາຍເຖິງ ອາຫານ, ຂອງກິນ ຫຼື ຂອງລໍ້ໃຫ້ສັດກິນ, ສ່ວນຄຳວ່າ ເຫຍື້ອ ໝາຍເຖິງສິ່ງເສດເຫຼືອ ຫຼື ເສດສິ່ງຂອງທີ່ຄົນເຮົາບໍ່ຕ້ອງການຈະໃຊ້ແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo