Pfizer ມາອີກແລ້ວ! ສປປ ລາວ ໄດ້ຮັບວັກຊີນຊ່ວຍເຫຼືອຈາກອາເມລິກາ
ອາເມລິກາສົ່ງວັກຊິນ Pfizer ມາຮອດ ສປປ ລາວ ແລ້ວໂດຍຜ່ານ COVAX Facility
ນັບວ່າເປັນຂ່າວດີ, ສປປ ລາວ ຍັງຄົງໄດ້ຮັບການຊ່ວຍເຫຼືອວັກຊີນຕ້ານໂຄວິດ-19 ຈາກບັນດາປະເທດຕ່າງໆເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19, ໃນວັນທີ່24 ມັງກອນ 2022 ນີ້ ວັກຊີນ Pfizer ຈ່ຳນວນເກືອບ 9 ແສນໂດຍໄດ້ມາເຖິງ ສປປ ລາວຮຽບຮ້ອຍແລ້ວ ແລະ ຄິດວ່າຍັງຄົງຈະມີເຂົ້າມາເລື້ອຍໆອີກໃນອານາຄົດອັນໃກ້ນີ້, ເຊິງເຊືອແນວ່າການຊ່ວຍເຫຼືອຈາກບັນດາປະເທດຕ່າງໆເຮັດໃຫ້ປະຊາຊົນລາວອຸ່ນໃຈກັນທົ່ວໜ້າ.
ຕາມການລາຍງານຂ່າວຂອງສຳນັກຂ່າວ ປະເທດລາວ Pathedlao ໃນວັນທີ 24 ມັງກອນ 2022 ວັກຊີນ Pfizer ໄດ້ເດີ່ນທາງມາຮອດ ສປປ ລາວ, ເຊິ່ງເປັນການຊ່ວຍເຫລືອຈາກລັດຖະບານສະຫະລັດອາເມລິກາ ຜ່ານໂຄງການ COVAX Facility, ການຈັດສັນວັກຊິນກັນພະຍາດໂຄວິດ-19 ຄັ້ງນີ້, ເປັນຊຸດທີສອງໃນຈຳນວນທັງໝົດປະມານ 1,7 ລ້ານໂດສ ຈາກລັດ ຖະບານສະຫະລັດອາເມລິກາ ມອບໃຫ້ແກ່ ສປປ ລາວ.
ການຂົນສົ່ງຄັ້ງນີ້, ປະກອບດ້ວຍວັກຊິນ Pfizer BioNTech ຈຳນວນ 899.730 ໂດສ, ຊຶ່ງເປັນຄັ້ງທີ 2, ສ່ວນການຂົນສົ່ງຄັ້ງທຳອິດ ມີຈຳນວນ 799.110 ໂດສ ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022. ລວມຍອດການຈັດສົ່ງທັງໝົດໃນປີນີ້ແມ່ນ 1.698.840 ໂດສ.
ໃນໂອກາດັ່ງກ່າວ, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ວ່າການກະຊວງສາທາ ລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊິນ ດັ່ງກ່າວ ທີ່ສະໜາມບິນສາກົນວັດໄຕ ຮ່ວມກັບ ທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ໄມໂຄ ຮອນນີ້ງ (Mr. Michael Ronning), ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ທ່ານ ນາງ ບີອາເຕ້ ດັສເທວ (Ms. Beate Dastel), ຮັກສາການຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຢູ ລີ ປາກ (Dr. Yu Lee Park), ຮັກສາການຫ້ອງການ ອົງການອະນາ ໄມໂລກ ປະຈຳ ສປປ ລາວ.
ເຊິ່ງພິທີມອບ-ຮັບ ການຊ່ວຍເຫລືອວັກຊີນ Pfizer BioNTech ຂອງທັງສອງຄັ້ງຢ່າງເປັນທາງການລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານສະຫະລັດອາເມລິກາ ຈະໄດ້ຂື້ນໃນ ວັນທີ 26 ມັງກອນ 2022 ທີ່ ກະຊວງສາທາລະນະສຸກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ຂປລ.