ເມືອງລະມາມ ຕັ້ງເປົ້າສ້າງລາຍຮັບໃຫ້ໄດ້ຫລາຍກວ່າ 760 ຕື້ກີບ
ຕັ້ງເປົ້າປີ 2023 ຂອງເມືອງລະມາມ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານ ແລະ ຄຸ້ມຄອງລາຍຈ່າຍ
ວັນທີ 17 ມີນາ ຜ່ານມາ, ຈາກການລາຍງານຈາກ ທ່ານ ຄໍາປານ ພິມມະເສນ ວ່າການຫົວໜ້າຫ້ອງການ-ການເງິນເມືອງລະມາມ ໃນກອງປະຊຸມສະຫລຸບວຽກງານການເງິນທົ່ວເມືອງລະມາມປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023. ການເງິນເມືອງລະມາມ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 7,60 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 29,49 ຕື້ກີບ.
ພ້ອມທັງສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບວຽກງານການເງິນ ດ້ວຍຫລາຍຮູບແບບໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ຫົວໜ່ວຍທຸລະກິດທີ່ມີເງື່ອນ ໄຂໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ; ປັບປຸງກົນໄກການເກັບລາຍຮັບພາສີທີ່ດິນໃຫ້ເໝາະສົມ; ປະຕິ ບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ສ້າງຄວາມເຂັ້ມແຂງ ແລະ ການເພີ່ມຂຶ້ນຂອງລາຍຮັບງົບປະມານແຫ່ງລັດໃຫ້ເປັນຮູບປະທໍາ; ສູ້ຊົນເກັບລາຍຮັບເຂົ້າງົບປະມານຕາມຖານທີ່ມີໃຫ້ຄົບຖ້ວນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ພ້ອມນີ້, ທ່ານຍັງຍົກໃຫ້ເຫັນການເຄື່ອນໄຫວວຽກງານປະຈໍາປີ 2022 ຕິດພັນກັບການປະຕິບັດວາລະແຫ່ງຊາດ, ປະຕິບັດມາດຕະການປະຢັດ-ຕ້ານການຟຸມເຟືອຍ, ຕ້ານການຮົ່ວໄຫລລາຍຮັບງົບປະມານ, ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງສອດຄ່ອງຕາມສາລະບານໂຕເລກແຜນງົບປະມານປະຈໍາປີ; ຊຸກຍູ້ຫົວໜ່ວຍວິສາຫະກິດເຂົ້າໃນລະບົບຄຸ້ມຄອງອາກອນແບບທັນສະໄໝ (Tax Ris)ໄດ້ 397 ຫົວໜ່ວຍ; ນໍາໃຊ້ລະບົບອອກເລກປະຈໍາຕົວຜູ້ເສຍອາກອນບຸກຄົນ (TIN) ເພື່ອເປັນພື້ນຖານໃນການເກັບອາກອນລາຍໄດ້ຈາກບຸກ ຄົນທົ່ວໄປ ແລະ ຈາກທຸລະກໍາດີຈິຕອນໄດ້ 64 ລະຫັດ.
ໃນປີ 2022 ຜ່ມານມາ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 5,02 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 126% ທຽບໃສ່ປີ 2021 ເພີ່ມຂຶ້ນ 10%. ໃນນີ້, ລາຍຮັບຈາກອາກອນປົກກະຕິ 2,75 ຕື້ກີບ ເທົ່າກັບ 135%; ລາຍຮັບທີ່ດິນ 520 ລ້ານກີບ ເທົ່າກັບ 79%; ລາຍຮັບຄ່າທໍານຽມ 60 ລ້ານກີບ ເທົ່າກັບ 75%; ລາຍຮັບຄ່າບໍລິການ 350 ລ້ານກີບ ເທົ່າກັບ 100% ແລະ ລາຍຮັບຈາກການຄຸ້ມຄອງຊັບສິນແຫ່ງລັດ 1,34 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 149%. ສ່ວນລາຍຈ່າຍປະຕິບັດໄດ້ 33,29 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 99% ທຽບໃສ່ປີ 2021 ເພີ່ມຂຶ້ນ 6% ເປັນຕົ້ນ ແມ່ນຈ່າຍເງິນເດືອນ 22,53 ຕື້ກີບ; ເງິນນະໂຍບາຍ 2,19 ຕື້ກີບ; ເງິນບໍລິຫານ 2,49 ຕື້ກີບ; ເງິນດັດສົມສົ່ງເສີມ 1,21 ຕື້ກີບ; ເງິນລົງທຶນ 4,72 ຕື້ກີບ ແລະ ອື່ນໆ 150 ລ້ານກີບ.
ໂອກາດນີ້, ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ແລະ ທ່ານ ຄໍາໄລ ປັນຍາຄູນ ຮອງເຈົ້າເມືອງລະມາມ, ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນເມືອງ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຫລາຍບັນ ຫາໃຫ້ຂະແໜງການເງິນເມືອງ ເອົາໃຈໃສ່ປະຕິບັດ ເປັນຕົ້ນ ສືບຕໍ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ການເຄື່ອນໄຫວວຽກງານໃນປີຜ່ານມາ
ໂດຍຖືເອົາການສຶກສາອົບການເມືອງແນວຄິດ ໃຫ້ສະ ມາຊິກພັກ, ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ, ຕໍ່ເນື່ອງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເພີ່ມທະວີການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ປັບປຸງກົນໄກການເຮັດວຽກ, ອັດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບ, ເກັບລາຍຮັບເຂົ້າງົບປະມານໄດ້ຕາມເປົ້າໝາຍ ແລະ ແຜນການທີ່ວາງໄວ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂປລ