ປະທະກະຖາກ່ຽວກັບ ກົດໝາຍ, ການເມືອງ ການຂະຫຍາຍຢູເລຊຽນ
ຝຶກອົບຮົມ ກ່ຽວກັບ ກົດໝາຍ-ການເມືອງ ແລະ ທ່າຂະຫຍາຍຕົວຂອງສະຫະພັນເສດຖະກິດຢູເລຊຽນ
ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ(ICTC) ໄດ້ຈັດປາຖະ ກະຖາ ພາຍໃຕ້ຫົວຂໍ້: “Law, Politics and Prospects of Eurasian Economic Union” ຫລື “ກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວຂອງສະຫະພັນເສດຖະກິດຢູເລຊຽນ” ຂື້ນໃນວັນທີ 17 ມີນາ 2023 ຜ່ານມາ.
ໂດຍເປັນປະທານ ກ່າວເປີດ ຂອງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຂຶ້ນບັນຍາຍໂດຍ ທ່ານ Mark Entin, ສາສະດາຈານ, ຫົວໜ້າດ້ານກົດໝາຍເອີຣົບ ຂອງ ສະຖາບັນ MGIMO, ອະດີດເອກອັກຄະລັດ ຖະທູດລັດເຊຍ ປະຈໍາ ລຸກຊໍາບວກ
ມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງພາຍໃນກະຊວງການຕ່າງປະເທດ, ຄະ ນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ ແລະ ມະຫາວິທະຍາໄລແຫ່ງຊາດລາວ ເຂົ້າຮ່ວມ ຮັບຟັງ.
ຈຸດປະສົງແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນການທູດ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃຫ້ເປັນ ຮູບປະທໍາ ແລະ ກ້າວເຂົ້າສູ່ລວງເລິກ ແນໃສ່ຮັດແໜ້ນການພົວພັນຮ່ວມມື ລາວ-ຣັດເຊຍ ໂດຍສະເພາະ ລະຫວ່າງ ສອງສະຖາບັນ.
ພ້ອມກັນນັ້ນ, ກໍເພື່ອເປັນການແລກປ່ຽນທັດສະນະ, ຂໍ້ມູນຂ່າວສານທາງດ້ານວິຊາການ ກ່ຽວກັບ ສະພາບການພົ້ນເດັ່ນພາຍໃນພາກພື້ນ ແລະ ສາກົນ ໃຫ້ພະນັກງານການທູດຂອງກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງສູນກາງ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນ.
ໂອກາດນີ້, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງການພົວພັນຮ່ວມມືທີ່ມີມູນເຊື້ອ ອັນດີງາມຕະຫລອດ ໄລຍະ 63 ປີ.
ສໍາລັບໃນຂອບສອງຝ່າຍ, ໄດ້ມີການຊຸກຍູ້, ສົ່ງເສີມ ແລະ ຜັນຂະຫຍາຍໃນ ຫລາຍຂົງເຂດ ເປັນຕົ້ນ ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ-ການລົງທຶນ, ການພັດທະນາຊັບພະ ຍາກອນມະນຸດ, ສາທາລະນະສຸກ, ການເກັບກູ້ລະເບີດຍັງບໍ່ແຕກ ແລະ ອື່ນໆ.
ນອກນັ້ນ, ການຮ່ວມມືໃນຂອບ ຫລາຍຝ່າຍ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ໄວວາ ແລະ ຄາດເດົາໄດ້ຍາກ ລາວ-ຣັດເຊຍ ໄດ້ສືບຕໍ່ແລກປ່ຽນທັດສະນະ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ.
ຄຽງຄູ່ກັນນີ້, ທ່ານ Mark Entin ກໍໄດ້ຕີລາຄາສະພາບການພາກພື້ນ ແລະ ສາກົນ ໃນຍຸກປັດຈຸບັນ ຢ່າງພາວະວິໄສ, ຍົກໃຫ້ເຫັນ ດ້ານກົດໝາຍ, ການເມືອງ ແລະ ທ່າຂະຫຍາຍຕົວສະຫະພັນເສດຖະກິດຢູເລຊຽນ.
ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງມິດຕະພາບ ແລະ ສາຍພົວພັນທີ່ມີມູນເຊື້ອຍາວນານຮ່ວມກັນ ລະຫວ່າງ ລາວ-ຣັດເຊຍ ພ້ອມໄດ້ຕອບຄໍາຖາມຂໍ້ຂ້ອງໃຈຂອງຜູ້ເຂົ້າຮ່ວມ ຢ່າງກົງໄປກົງມາທີ່ມີເນື້ອໃນເລິກເຊິ່ງ ແລະ ດ້ວຍບັນຍາກາດຟົດຟື້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ ກະຊວງການຕ່າງປະເທດ