ທູດມາເລເຊຍ ປະຈຳ ສປປ ລາວ ຢ້ຽມ​ຂ່ຳ​ນັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ

SA Game

ຂປລ.

​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ຕ້ອນຮັບການ​ຢ້ຽມ​ຂ່ຳ​ນັບ​ຂອງທູດມາເລເຊຍ ປະຈຳ ສປປ ລາວ

 ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແອດີ ອີວານ ບິນ ມາມູດ (Edi Irwan Bin Mahmud), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວໃນວັນທີ 16 ມີນາ 2023 ຜ່ານ​ມາ, ທີ່ ກະຊວງການຕ່າງປະເທດ.

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ທ່ານ ແອດີ ອີວານ ບິນ ມາມູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະເປັນຂົວຕໍ່ທີ່ດີໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ສືບຕໍ່ເພີ່ມທະວີ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ນັບແຕ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 1 ກໍລະກົດ 1966 ເປັນຕົ້ນມາ, ເຊິ່ງປີນີ້ກໍ ຄົບຮອບ 57 ປີ.

SA Game
ຂປລ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ການຊ່ວຍເຫລືອເພື່ອການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ຜ່ານໂຄງການຮ່ວມມືທາງດ້ານເຕັກນິກຂອງມາເລເຊຍ (MTCP)

ການຊ່ວຍເຫລືອວັກຊິນ ແລະ ອຸປະກອນການແພດຈໍານວນໜຶ່ງ ແລະ ການສະໜັບສະໜູນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2004 ແລະ 2016 ແລະ ຫວັງວ່າຈະສືບຕໍ່ໃຫ້ການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ພ້ອມທັງສະເໜີຝ່າຍ ມາເລເຊຍ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນຂະແໜງກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການທ່ອງທ່ຽວ, ລວມເຖິງການຊຸກຍູ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະ ຊາຊົນສອງຊາດ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ແອດີ ອີວານ ບິນ ມາມູດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ຍັງໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ກວ້າງຂວາງກວ່າເກົ່າ ໃນຊຸມປີຕໍ່ໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.