ຄໍາວ່າ “ດັກແດ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ
ອະທິບາຍຄໍາວ່າ “ດັກແດ້” ມີຄວາມໝາຍແນວໃດ?
ຄໍາວ່າ “ດັກແດ້” ແມ່ນຊື່ເອີ້ນທົ່ວໄປຂອງແມງໄມ້ຫຼາຍແນວ ທີ່ຢູ່ໄລຍະການຈະເລີນເຕີບໂຕປ່ຽນຈາກເປັນ ໂຕໜອນ ຫຼື ໂຕດ້ວງ ໄປຢູ່ໃນຝັກກ່ອນຈະປ່ຽນແປງຮູບຮ່າງໄປເປັນຢ່າງອື່ນທີ່ມີຮູບຮ່າງໜ້າຕາ ແລະ ຂະໜາດແຕກຕ່າງອອກໄປເຊັ່ນ: ດັກແດ້ໂຕແມງວັນ, ດັກແດ້ໂຕຍຸງ, ດັກແດ້ດ້ວງໝາກພ້າວ, ດັກແດ້ແມງ ກະເບື້ອ, ດັກແດ້ແມງຄາມ, ດັກແດ້ແມງກວ່າງ, ດັກແດ້ແລ້ມ້ອນ (ໂຕມ້ອນ), ດັກແດ້ຈັກຈັ່ນ ເປັນຕົ້ນ.
“ດັກແດ້” ເກີດຂຶ້ນໃນຂະບວນວິວັດຂອງແມງໄມ້, ພາຍຫຼັງທີ່ເປັນໜອນ ຫຼື ດ້ວງສະສົມອາຫານ ແລະ ທາດບໍາລູງແລ້ວກໍຈະເຂົ້າຝັກ ເພື່ອຈໍາສິນບໍ່ກີນຫຍັງໄລຍະນຶ່ງກ່ອນຈະກາຍເປັນແມງໄມ້. ການຈາສິນຂອງ ດັກແດ້ຂອງແມງໄມ້ແຕ່ລະຊະນິດຈະມີໄລຍະເວລາແຕກຕ່າງກັນ ອອກໄປກ່ອນຈະປ່ຽນແປງໄປເປັນແມງ ໄມ້ເຕັມຮູບແບບ ເພື່ອສືບພັນກັນຕໍ່ໄປ. “ດັກແດ້” ຍັງໃຊ້ເອີ້ນຫວ້ານແນວໜຶ່ງຫົວນ້ອຍໆຮູບຮ່າງຄ້າຍດັກ ແດ້ ນອນໃນຈໍາພວກຂະໝີ້ນ.
ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:
ຄຳວ່າ “ດັກແດ້”.
“ດັກແດ້” (1. ຄໍານາມ). ຕົວມ້ອນຢູ່ໃນຝັກຫຼອກ ຊຶ່ງປ່ຽນແປງເພດມາຈາກຮູບຕົວມ້ອນແລ້ວກໍາລັງກາຍ ເປັນບີ້.
ຕົວຢ່າງ:
- ແມ່ຕູ້ສາ ສາວໄໝມ້ອນດ້ວຍການເອົາຝັກແຫຼ້ມ້ອນທີ່ມີດັກແດ້ຢູ່ໃນມາໃສ່ໝໍ້ນໍ້າອຸ່ນ ແລ້ວນໍາເອົາ ໄຍໃໝຝັກໄປກ້ຽວກັບອຸປະກອນການສາວ ແລະ ສາວເອົາໄໝຈົນໝົດ ເຫຼືອດັກແດ້ ເອີ້ນ ແຫຼ້ ມ້ອນ ຊຶ່ງສາມາດນໍາໄປກິນໄດ້.
- ແມງກະເບື້ອປະສົມພັນກັນແລ້ວໄປວາງໄຂ່ໄວ້, ຈາກນັ້ນກໍກາຍເປັນໂຕບົ້ງກ່ອນຈະເຂົ້າຝັກເປັນ ດັກແດ້ໄລຍະນຶ່ງກ່ອນກາຍເປັນກະເບື້ອອີກ.
ສະຫຼຸບ.
ຄໍາວ່າ “ດັກແດ້” ແມ່ນຊື່ເອີ້ນທົ່ວໄປຂອງໜອນ ຫຼື ດ້ວງ ທີ່ເຂົ້າຝັກຈໍາສິນໃນໄລຍະເວລາໃດໜຶ່ງກ່ອນ ທີ່ຈະປ່ຽນແປງ ຫຼື ຈະເລີນພັນ ປ່ຽນຮູບຮ່າງຮູບຮ່າງໜ້າຕາ, ຂະໜາດ, ສີສັນຕ່າງໆອອກໄປຈາກດັກແດ້ ຢ່າງຊິ້ນເຊີງ. “ດັກແດ້” ແມ່ນນຶ່ງໃນຂະບວນການຂອງການເຕີບໂຕຂອງສິ່ງມີຊີວິດນັ້ນເອງ. “ດັກແດ້” ຍັງໃຊ້ເອີ້ນຫວ້ານແນວໜຶ່ງຫົວນ້ອຍໆຮູບຮ່າງຄ້າຍດັກແດ້ ນອນໃນຈໍາພວກຂະໝີ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo