ຊົນເຜົ່າບຣູ(ມັງກອງ)ທີ່ເມືອງນອງ ຈະຖືກນຳສະເໜີໃນແບບມີເດຍ
ຖ່າຍທຳ ວິຖີການດຳລົງຊີວິດ ແລະ ວັດທະນະທຳຮີດຄອງປະເພນີ ຂອງຊົນເຜົ່າບຣູ(ມັງກອງ)ທີ່ເມືອງນອງ
ທາງຄະນະ ໂທລະພາບແຫ່ງຊາດລາວຮ່ວມກັບທິມງານ ທ່ານ ພູວົງ ພະມີສິດ, ເຈົ້າຂອງຮ້ານຄຳພູວົງ,ເຈົ້າຂອງສວນພຶກສາ ທັງເປັນກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາກົມຊົນເຜົ່າ ໄດ້ເຄື່ອນໄຫວຖ່າຍທຳສາລະຄະດີ ວິຖີການດຳລົງຊີວິດ, ຮີດຄອງປະເພນີຂອງຊົນເຜົ່າ ມັງກອງ ທີ່ ບ້ານ ປະຈະຕຽນ ເມືອງນອງ ແຂວງສະຫວັນນະເຂດໃນວັນທີ 25 ມັງກອນ 2023 ນີ້.
ຈຸດປະສົງເປົ້າໝາຍຂອງການລົງມາຄັ້ງນີ້ແມ່ນ: ເພື່ອສຶກສາເກັບກຳຂໍ້ມູນທາງດ້ານວັດທະນະທຳຄະນົບທຳນຽມຮີດຄອງປະ ເພນີ ຂອງຊົນເຜົ່າບຣູ(ມັງກອງ) ທີ່ບ້ານ ປະຈະຕຽນເມືອງນອງ ເຊິ່ງເປັນຊົນເຜົ່າໜຶ່ງທີ່ມີເອກກະລັກໂດດເດັ່ນ ແລະ ງົດງາມເປັນຕົ້ນ: ເອກກະລັກລວດລາຍການຈົກສິ້ນລາຍເຜົ່າມັງກອງ,ເສື້ອ, ສົ້ງຂອງເພດຊາຍ ທີ່ບໍ່ຄືໃຜ, ມີຄວາມປານີດ, ຄວາມລະອຽດອ່ອນເຊິ່ງແມ່ນຫົວຄິດປະດິດສ້າງຂອງບັນພະບູລຸດທີ່ມີມາຕັ້ງແຕ່ບູຮານນະການ ແລະ ໄດ້ສະແດງອອກໃສ່ແຜ່ນແພ, ແຜ່ນຜ້າ ຈົນຕົກທອດມາສູ່ຮຸ່ນລູກຫຼານ
ໃນປະຈຸບັນສິ້ນລາຍເຜົ່າມັງກອງແມ່ນກຳລັງເປັນທີ່ຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດມັນໄດ້ສະແດງເຖິງຄວາມເປັນຕົວຕົນຂອງພວກເຂົາບໍ່ວ່າຈະເປັນພິທີກຳການເກີດ, ການເສຍຊີວິດ, ພິທີກຳການກິນ ແລະ ສິ່ງທີ່ໂດດເດັ່ນອີກຢ່າງໜຶ່ງແມ່ນບຸນກິນງະ ຂອງຊົນເຜົ່າບຣູ, ຕາມການໃຫ້ຂໍ້ມູນ ຂອງທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາກົມຊົນເຜົ່າໄດ້ກ່າວວ່າ:
ປະຈຸບັນແມ່ນກຳລັງເຮັດຫ້ອງສະແດງເພື່ອລວບລວມເອົາບັນດາກຸ່ມຊົນເຜົ່າຕ່າງໆໃນປະ ເທດລາວທີ່ເປັນເອກກະລັກເຕົ້າຢູ່ຈຸດດຽວດັ່ງນັ້ນຈຶ່ງໄດ້ລົງມາໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນໂດຍກົງ, ທັງນີ້ກໍ່ເພື່ອເຮັດໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ໄດ້ເຫັນ, ວັດທະນະທຳ ແລະ ຄວາມແຕກຕ່າງຂອງວັດທະນະທຳແຕ່ລະຊົນເຜົ່າ ເພື່ອເອກອ້າງຄວາມເປັນລາວເຮັດໃຫ້ແຂກທາງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມໄດ້ເບິ່ງໄດ້ຊົມຢູ່ໃນຈຸດດຽວ ແລະ ທັງເປັນການອະນຸລັກຮັກສາບໍ່ໃຫ້ຮີດຄອງຂອງລາວສູນຫາຍໄປຕາມການເວລາ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: Media Laos