ປະ​ເພ​ນີບຸນກິນຈຽງຂອງເຜົ່າມົ້ງ ບ້ານ ປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ

SA Game

ຖວທ ເມືອໃໝ່

ພິທີສະເຫຼີມສະຫຼອງງານບຸນກິນຈຽງຂອງເຜົ່າມົ້ງ ປະຈຳປີ 2023 ບ້ານ ປາງຫົກ ເມືອງໃໝ່

ໃນວັນທີ 23 ມັງກອນ 2023ນີ້ ຢູ່ທີ່ເດີ່ນບ້ານປາງຫົກ ໄດ້ຈັດພິທີສະຫຼອງງານບຸນກິນຈຽງຂອງເຜົ່າມົ້ງ ປະຈຳປີ 2023 ເນື້ອງໃນໂອກາດສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 ທີໄດ້ໝູນວຽນມາບັນຈົບອີກວາລະໜຶ່ງນັ້ນ

ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ມີທ່ານ ສອນສະໜຸກ ສີສຸລາດ ເລຂາພັກເມືອງ ຮັກສາການເຈົ້າເມືອງໆໃໝ່ ມີບັນດາຄະນະປະຈຳພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ຮອງຫົວໜ້າຫ້ອງການ, ພະນັກງານລັດທະກອນ, ນັກທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວຫຼາຍ.

ໃນພິທີດັ່ງກ່າວ ທ່ານ ຕົວຊົງ ເລຂາພັກບ້ານ ນາຍບ້ານປາງຫົກໄດ້ຂື້ນມີຄຳເຫັນ ພ້ອມທັງກ່າວເປີດພິທີຢ່າງທາງການ ຫຼັງຈາກນັ້ນ ທ່ານ ຈັນແກ້ວ ທໍ ຮອງເລຂາ ຮອງນາຍບ້ານ ປາງຫົກ ກໍໄດ້ຂື້ນຜ່ານ ບົດສະຫຼຸບປະຈຳປີ 2022 ເຊິງໃຫ້ຮູ້ວ່າ: ບ້ານປາງຫົກ ຫ່າງຈາກເທດສະບານເມືອງ 24 ກິໂລແມັດ ມີທັງໝົດ159 ຫຼັງຄາ, ມີ 196 ຄອບຄົວ, ພົນລະເມືອງທັງໝົດ 1062 ຄົນ ຍິງ 512 ຄົນ.

SA Game
ຖວທ ເມືອໃໝ່

ບ້ານມີເນື້ອທີ່ທັງໝົດ 11,131 ແຮັກຕາ, ດິນປູຝັງມີ 1344 ແຮັກຕາ, ມີເຮືອນຖາວອນ 29 ຫຼັງ, ເຄິ່ງຖ້າວອນ 105 ຫຼັງ, ໃນການຈັດບຸນປະເພນີໃນຄັ້ງນີ້ກໍເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ເຊິ່ງເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ເພື່ອເຮັດພິທີກຳລະນຶກເຖິ່ງບັນທະບູລຸດ ເຈົ້າກົກເຈົ້າເລົ່າທີໄດ້ນຳພາຊາວເຜົ່າມົ້ງຈັດງານບຸນກິນຈຽງມາແຕ່ດົນນານ ແລະ ສ່ອງແສງເຖິງຮີດຄອງປະເພນີ ວັດທະນະທຳອັນດີງາມຂອງເຜົ່າ ເຊິ່ງມີເອກະລັກສະເພາະ ຄຽງຄູ່ກັບການຫຼິນກິລາພື້ນບ້ານເຊັ່ນ: ກິລາໝາກຄ່າງ, ໂຍນໝາກຄອນ, ຍິງໜ້າເກັກ, ຊົນງົວ ແລະ ກິລາປະເພດອຶ່ນໆ ພ້ອມດຽວກັນນັ້ນແຂກເຂົ້າຮ່ວມຍັງໄດ້ຮັບຊົມການສະແດງວັນນະດີຈາກສະຫະພັນບ້ານ ແລະ ຫຼານນ້ອຍນັກຮຽນ ເຊິ່ງເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ມ.

SA Game
ຖວທ ເມືອໃໝ່

ໃນຕອນທ້າຍ ທ່ານ ທອງສະຫວັນ ທຳມະວົງ ກໍໄດ້ຂື້ນມີຄຳເຫັນ ພ້ອມທັງຮຽບຮອງມາຍັງອົງການຈັດຕັ້ງບ້ານຈົ່ງເພີມທະວີຄວາມສາມັກຄີປອງດອງພາຍໃນພາຍນອກ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມສະຫງົບ, ເອົາໃຈໃສ່ພັດທະນາເສດຖະກິດຄອບຄົວ ຂອງບ້ານໃຫ້ດີຂື້ນ ແລະ ຈົ່ງພ້ອມກັນອະນຸລັກປົກປັກຮັກສາຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄະຫຼອດໄປ.

ນອກຈາກນັ້ນກໍຍັງໄດ້ຈັດພິທີມອບ-ຮັບຂອງຂວັນ ໃຫ້ອົງການຈັດຕັ້ງບ້ານ ແລະ ເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຖວທ ເມືອໃໝ່