ຣີສອດສະໜາມກ໊ອຟສາກົນ ພູກິ່ວລົມ ເປີດທົດລອງນຳໃຊ້ສະໜາມ

SA Game

ຂ​ປ​ລ

ເປີດພິທີທົດລອງນຳໃຊ້ສະໜາມຝຶກຊ້ອມຣີສອດສະໜາມກ໊ອຟສາກົນ ພູກິ່ວລົມ

ໃນ ວັນທີ 27 ມັງກອນ 2023 ໄດ້ ມີ​ການ​ຈັດພິທີເປີດທົດລອງນຳໃຊ້ສະໜາມຝຶກຊ້ອມ ຣີສອດສະໜາມກ໊ອຟສາກົນ ພູກິ່ວລົມ  ຢູ່ສະໜາມເຝິກຊ້ອມ ຣີສອດສະໜາມກ໊ອຟສາກົນພູກີ່ວລົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ສົມຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ແລະ ພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຫວາງ ເອີເປົ່າ ປະທານກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ໄດ້ກ່າວວ່າ: ສະໜາມກ໊ອຟ ສາກົນພູກິ່ວລົມ ໄດ້ວາງສີລາລືກການກໍ່ສ້າງໃນເດືອນກັນຍາ 2022 ພາຍໃຕ້ຄວາມເອົາໃຈໃສ່ຂອງພະນັກງງານທີ່ໄດ້ເຮັດວຽກທັງເວັນ, ທັງຄື ແລະ ການຮ່ວມມືຂອງທຸກຂະແໜງການຂອງກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ມາຮອດປັດຈຸບັນສ້າງສຳເລັດແລ້ວຫລາຍກ່າວ 60%. ໃນນີ້, ປະກອບມີ ສະໂມສອນ ແລະ ເດີ່ນສະໜາມຊ້ອມສຳເລັດໂດຍພື້ນຖານ.

SA Game
ຂ​ປ​ລ

ສຳລັບ ສະໜາມກ໊ອຟສາກົນພູກິ່ວລົມ ໄດ້ອອກແບບກໍ່ສ້າງຕາມມາດຕະຖານ 5 ດາວ ເພື່ອສ້າງເປັນສະໜາມກ໊ອບລະດັບສາກົນ. ນອກນັ້ນ ຍັງມີສະໜາມແຂ່ງມ້າສາກົນ, ໂຮງແຮມ, ສະຖານບັນເທີງ ແລະ ການທ່ອງທ່ຽວຄົບວົງຈອນ ເຊິ່ງການກໍ່ສ້າງໄລຍະທີ 1 ລວມມີ 18 ຂຸມ, 72 ໄມ້ ເປັນສະໜາມກ໊ອບແບບມາດຕະຖານເທິງພູ.

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ສະໜາມກ໊ອຟສາກົນພູກິ່ວລົມ ແມ່ນໜຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານສົ່ງເສີມ ໃນສັນຍາສະບັບປັບປຸງ ປີ 2014

ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 133 ເຮັກຕາ, ໄລຍະທີ 1 ຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຢ່າງເປັນທາງການໃນເດືອນພຶດສະພາ 2023, ລວມມູນຄ່າການກໍ່ສ້າງທັງໝົດ 20 ລ້ານໂດລາສະຫະລັດ.

SA Game
ຂ​ປ​ລ

ສ່ວນໄລຍະ 2 ຂອງໂຄງການ ຈະມີການກໍ່ສ້າງສູນພັກຜ່ອນຕາກອາກາດ ຣີສອດນໍ້າອຸ່ນ, ເຮືອນວິນລາ ທີ່ເປັນເອກະລັກສະເພາະຂອງສະໜາມກ໊ອຟ, ໂຮງແຮມ, ອາພາດເມັ້ນ, ບ້ານນ້ອຍທີ່ເປັນເອກະລັກສະເພາະ. ທັງນີ້, ກໍເພື່ອເປັນການສົ່ງເສີມການທ່ອງທ່ຽວ ການບໍລິການ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.