ຄໍາວ່າ ມູນ ແລະ ໝູນມີຄວາມໝາຍແນວໃດໃນພາສາລາວ?
ອະທິບາຍ ຄໍາວ່າ ມູນ ແລະ ໝູນ ຄວາມໝາຍໃນພາສາລາວ?
ຄໍາວ່າ ມູນ ແລະ ໝູນ ມີຫຼາຍຄົນທີ່ຍັງໃຊ້ຫຼົງກັນຢູ່ເລື້ອຍໆ ທັງນີ້ກໍ່ຍ້ອນຄວາມອຸດົມສົມບູນຂອງພາສາລາວ ທີ່ມີຫຼາຍຄໍາສັບຂຽນຕ່າງກັນ, ອ່ານຕ່າງກັນ ແຕ່ຄວາມໝາຍຄືກັນສາມາດໃຊ້ແທນກັນໄດ້ ແລະ ມີຫຼາຍຄໍາທີ່ອ່ານຄ້າຍຄືກັນ, ຂຽນຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນໃຊ້ແທນກັນບໍ່ໄດ້ ຖ້າໃຊ້ບໍ່ຖືກ ຄວາມໝາຍກໍ່ປ່ຽນ ແລະ ຫຼາຍຄັ້ງເຮົາກໍ່ມັກເຫັນການໃຊ້ຄໍາສັບທີ່ບໍ່ຖືກຕ້ອງໃນບົດຂຽນຕ່າງໆ.
ສະນັ້ນ, ໃນບົດຄວາມນີ້ ເຮົາຂໍຍົກເອົາສອງຄໍາດັ່ງກ່າວຂຶ້ນມາເປັນຫົວຂໍ້ແລກປ່ຽນ ໃນການສຶກສາພາສາລາວ ໃຫ້ຖືກຕ້ອງໄປນໍາກັນ. ຈະຂໍອະທິບາຍຄວາມໝາຍ ແລະ ການໃຊ້ຄໍາສັບສອງຄໍານີ້ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໂດຍ ດຣ.ທອງຄໍາ ອ່ອນມະນີສອນ.
ຄຳວ່າ ມູນ.
ຄໍາວ່າ ມູນ ສາມາດໃຊ້ໄດ້ໃນຫຼາຍຮູບໂຄງສ້າງຂອງປະໂຫຍກ ສາມາດໃຊ້ເປັນ ຄໍາບຸບພະບົດ ຫຼື ຄໍານໍາໜ້ານາມ, ຄໍານາມ ແລະ ຄໍາຄຸນນາມ, ເຊິ່ງມີຄວາມໝາຍແຕກຕ່າງກັນດັ່ງນີ້:
ມູນ (ຄໍາບຸບພະບົດ ຫຼື ຄໍານໍາໜ້ານາມ) ມີຄວາມໝາຍວ່າ: ເຫງົ້າ, ກົກ, ເຄົ້າ, ທີ່ຕັ້ງເດີມ.
ຄໍານາມ
ຄວາມໝາຍ 1: ມີຄວາມໝາຍວ່າ: ລາຄາ, ຕົ້ນທຶນ ເຊັ່ນ ສິ່ງຂອງທີ່ມີລາຄາ ເອີ້ນ ມູນຄ່າ.
ຕົວຢ່າງ:
ຂອງຂວັນທີ່ເຮັດດ້ວຍມືເຖິງຈະມີມູນຄ່າບໍ່ສູງ ແຕ່ວ່າມີຄຸນຄ່າທາງຈິດໃຈ.
ຄວາມໝາຍ 2: ມີຄວາມໝາຍວ່າ: ສົມບັດເດີມ, ສົມບັດທີ່ໄດ້ຮັບມາຈາກພໍ່ແມ່.
ຕົວຢ່າງ:
ເຮືອນຫຼັງນີ້ເປັນມູນສິ່ງດຽວທີ່ພໍ່ແມ່ປະໄວ້ໃຫ້ລູກ.
ຄວາມໝາຍ 3: ມີຄວາມໝາຍວ່າ: ອຸດຈະລະ, ຂີ້ ເຊັ່ນ: ຂີ້ຄວາຍ ເອີ້ນວ່າ ມູນຄວາຍ, ຂີ້ງົວ ເອີ້ນວ່າມູນງົວ, ຂີ້ຝອຍ ເອີ້ນວ່າ ມູນຝອຍ.
ຄໍາຄຸນນາມ:
ຄວາມໝາຍທີ່ 1: ມາກ, ຫຼາຍ ຢ່າງວ່າ: ນໍ້າສະໝຸດມູນມາກລົ້ນ ລຶບແຜ່ນທໍລະນີ.
ຄວາມໝາຍ 2: ຮັ່ງ, ມີ ຢ່າງວ່າ: ຝູງໝູ່ຄົນ ຂະໝອດໄຮ້ ດີໄດ້ມັ່ງມູນ.
ຄຳວ່າ ໝູນ.
ຄໍາວ່າ ໝູນ ເປັນຄໍາກໍາມະ ມີຄວາມໝາຍວ່າ ຮອງໄວ້, ຊູຂຶ້ນ, ຄໍ້າໄວ້, ຄໍ້າຄູນ.
ຕົວຢ່າງ:
ຂາໂຕະບໍ່ເທົ່າກັນໃຫ້ຫາແນວມາໝູນໄວ້ບໍ່ໃຫ້ມັນງ່ຽງ.
ເວລາເປັນໄຂ້ຫວັດເວລານອນໃຫ້ໝູນໝອນສູງແດ່ ເພື່ອໃຫ້ຫາຍໃຈສະດວກ.
ສະຫຼຸບ.
ສອງຄໍາສັບດັ່ງກ່າວນີ້ ເຖິງຈະສະກົດຄໍາຄ້າຍຄືກັນ ແຕ່ວ່າມັນມີຄວາມໝາຍທີ່ຕ່າງກັນ, ຄໍາວ່າ ມູນ ໝາຍເຖິງວັດຖຸສິ່ງຂອງທີ່ມີກົກເຄົ້າມາແຕ່ບັນພະບູລຸດ ແລະ ທັງໝາຍເຖິງສິ່ງທີ່ສັດໃຫຍ່ ເຊັ່ນ: ຊ້າງ, ງົວ, ຄວາຍ ຂັບຖ່າຍ ອອກ ກໍ່ເອີ້ນວ່າມູນ, ສ່ວນຄໍາວ່າ ໝູນ ໝາຍເຖິງການເອົາວັດຖຸໜຶ່ງມາຮອງ ຫຼື ຊູ ວັດຖຸໜຶ່ງໄວ້.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo