ຄໍາວ່າ ຊົດ ແລະ ໂຊດ ຄືກັນ ຫຼື ຕ່າງກັນ, ສາມາດໃຊ້ແທນກັນໄດ້ບໍ່?

SA Game

DooDiDo

ພາສາລາວ ຄໍາວ່າ ຊົດ ແລະ ໂຊດ ກັບຄວາມໝາຍຂອງມັນ?

ເປັນຄຳທີ່​ຫລາຍໆ​ຄົນ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ແຕ່ພາສາລາວບາງຄັ້ງຄຳທີ່ອອກສຽງຄ້າຍຄືກັນບາງຄັ້ງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ບາງຄັ້ງກໍ່ແຕກຕ່າງກັນ, ສ່ວນເວ​ລາ​ນຳ​ໄປ​ໃຊ້ ສໍານຽງສຽງເວົ້າກໍ່ອາດຟັງຍາກຂື້ນກັບຄົນຢູ່ແຕ່​ລະ​ເຂດ, ໂດຍສະເພາະ​ຄົນຊົນ​ເຜົ່າ ເວ​ລາ​ເວົ້າ​ອອກ​ສຽງ​ຜິດ​ພາດ​ໄປ​ເລັກ​ນ້ອຍ​ກໍ​ຈະ​ກາຍ​ເປັນ​ຄວາມໝາຍອື່ນ.

ສະນັ້ນ, ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຊົດ ແລະ ໂຊດ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າສະກົດຕ່າງກັນຢູ່ ແຕ່ຖ້າເປັນການເວົ້າແມ່ນມີຄວາມຜິດພາດທາງດ້ານການອອກສຽງເປັນສ່ວນຫຼາຍ ແລະ ຄວາມໝາຍມັນກໍ່ຈະປ່ຽນຖ້າຫາກອອກສຽງບໍ່ຖືກຕ້ອງ.

ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:

SA Game
DooDiDo
ຄຳວ່າ ຊົດ.

ຊົດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາບ່ວງຕັກນໍ້າແກງໃສ່ປາກແລ້ວດູດເຂົ້າ.

ຕົວຢ່າງ:

ລູກເອີ້ຍ! ເວລາກິນເຂົ້າຮ່ວມພາກັບຜູ້ໃຫຍ່ຢ່າຊົດນໍ້າແກງແຮງຫຼາຍ ມັນບໍ່ສຸພາບ.

ຄຳວ່າ ໂຊດ.

ໂຊດ ເປັນທັງຄໍານາມ ແລະ ຄໍາຄຸນນາມ ເຊິ່ງມີຄວາມແຕກຕ່າງກັນເຊັ່ນ:
ໂຊດ (ຄໍານາມ): ເປັນຊື່ເອີ້ນຟານຕົວໃຫຍ່ກວ່າໝູ່ ເອີ້ນຟານໂຊດ.

ຕົວຢ່າງ:

ເມື່ອຄາວຍັງນ້ອຍຂ້ອຍໄປຍ່າງປ່າກັບພໍ່ ຂ້ອຍໄດ້ແນມເຫັນຟານໂຊດໂຕໜຶ່ງ ຖືວ່າເປັນບຸນຕາຂອງຂ້ອຍຫຼາຍ ເພາະສະໄໝນີ້ມັນຫາເບິ່ງໄປຍາກແລ້ວ.

ໂຊດ (ຄໍາຄຸນນາມ): ມີຄວາມໝາຍວ່າ ເລີຍ, ອີ່ຫຼີ, ເລີຍແລ້ວ, ໂຊດແລ້ວ.

ຕົວຢ່າງ:

ໝູ່ຍືມເງິນໄປ ບອກວ່າ 3 ມື້ຈະເອົາມາສົ່ງຄືນ, ໂຊດຮອດ 3 ປີຍັງມິດຈີ່ລີ່.

ນອກຈາກນີ້ ຖ້າປະສົມກັບຄໍາອື່ນກໍ່ຈະມີຄວາມໝາຍຕ່າງອອກໄປ ເຊັ່ນ ຄໍາວ່າ: ໂຊດໂລດ ໝາຍເຖິງສິ່ງຂອງທີ່ມີລັກສະນະນ້ອຍ ແລະ ສູງ ເຊັ່ນຕົ້ນໄມ້ໄຜ່ລໍານ້ອຍ ເອີ້ນວ່າ ສູງໂຊດໂລດ, ຖ້າຍາວເອີ້ນວ່າຍາວໂຊດໂລດ.

ສະຫຼຸບ.

ສອງຄໍາສັບນີ້ເຖິງຈະອອກສຽງຄ້າຍຄືກັນ ແຕ່ວ່າຄວາມໝາຍຂອງມັນຕ່າງກັນ, ຄໍາວ່າ ຊົດ ໝາຍເຖິງການດູດນໍ້າແກງເຂົ້າປາກ ເຊິ່ງເຮົາມັກເວົ້າທົ່ວໄປວ່າ ຊົດນໍ້າແກງ, ສ່ວນຄໍາວ່າ ໂຊດ ແມ່ນເປັນຊື່ເອີ້ນຂອງຟານຊະນິດໜຶ່ງ ແລະ ອີກຄວາມ ໝາຍໜຶ່ງກໍ່ແປວ່າ ອີ່ຫຼີ, ແລ້ວເລີຍ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo