ພາສາລາວຄຳວ່າ ແຈ້ງ ແລະ ຮຸ່ງ ມີຄວາມໝາຍດຽວກັນບໍ່?
ໄຈ້ແຍກຄວາມໝາຍຂອງ ຄຳວ່າ ແຈ້ງ ແລະ ຮຸ່ງ ໃນພາສາລາວ.
ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ສະກົດຕ່າງກັນ ແຕ່ວ່າຄວາມໝາຍຄ້າຍຄືກັນ ບາງຄັ້ງກໍ່ຈໍາແນກບໍ່ອອກວ່າຄວນໃຊ້ຄໍາສັບໃດດີ, ສາເຫດໜຶ່ງກໍ່ແມ່ນຈາກຄວາມລື້ງເຄີຍຂອງຄົນລາວ ພໍ່ແມ່ພາເວົ້າແນວໃດກໍ່ເວົ້ານໍາກັນມາເລີຍ ຈົນບໍ່ຮູ້ວ່າການໃຊ້ຄໍາສັບນັ້ນໆມັນຖືກຕ້ອງຕາມຮູບປະໂຫຍກແລ້ວ ຫຼືບໍ່.
ຕອນນີ້ເຮົາຈະຍົກເອົາຄຳວ່າ ແຈ້ງ ແລະ ຮຸ່ງ ເຊິ່ງສອງຄໍານີ້ ຄົນສ່ວນຫຼາຍໃຊ້ຫຼົງກັນ, ໃນຄວາມຈິງແລ້ວມັນກໍ່ມີຄວາມໝາຍໃກ້ຄຽງກັນຢູ່ ຖ້າໃຊ້ໃນຮູບແບບຂອງຄໍາຄຸນນາມ ແຕ່ວ່າມັນກໍ່ມີຄວາມແຕກຕ່າງກັນ ຖ້າຫາກໃຊ້ໃນຮູບແບບຄໍາກໍາມະ, ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໃຫ້ຖືກຕ້ອງໄດ້ດັ່ງນີ້:
ຄຳວ່າ ແຈ້ງ.
ແຈ້ງ (ຄໍາກໍາມະ) ມີຄວາມໝາຍວ່າ: ບອກ, ສະແດງໃຫ້ຮູ້.
ຕົວຢ່າງ:
ນັກຮຽນກະລຸນາແຈ້ງລາຍຊື່ຂອງຕົນກອ່ນເຂົ້າຫ້ອງເສັງ.
ລັດຖະບານແຈ້ງການໃຫ້ເຮັດວຽກຢູ່ເຮືອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ covid-19.
ແຈ້ງ (ຄໍາຄຸນນາມ) ມີຄວາມໝາຍວ່າ: ສະຫວ່າງ, ຄັກ, ແນ່
ຕົວຢ່າງ:
ພະອາທິດສະຫວ່າງ ເອີ້ນຕາເວັນແຈ້ງ, ເດືອນສະຫວ່າງ ກໍ່ເອີ້ນວ່າ ເດືອນແຈ້ງ.
ຄໍາສຸພາສິດທີ່ວ່າ: ເດືອນເພັງແຈ້ງ ບໍ່ປານແສງສຸລິເຍດ ແສງກະບອງໝື່ນເຫຼັ້ມ ບໍ່ໃສແຈ້ງດັ່ງພະຈັນ.
ຄຳວ່າ ຮຸ່ງ.
ຮຸ່ງ (ຄໍາກໍາມະ) ມີຄວາມໝາຍວ່າ ຄະນຶງ, ຄຶດເຖິງ ຫຼືເອີ້ນວ່າ ຮຸ່ງຮູ້
ຕົວຢ່າງ:
ໃຈຍິງນີ້ຮຸ່ງຮູ້ຫາຊາຍຜູ້ເປັນທີ່ຮັກສະເໝີບໍ່ວ່າຈະຢູ່ແຫ່ງຫົນໃດ.
ຮຸ່ງ (ຄໍາຄຸນນາມ) ມີຄວາມໝາຍວ່າ ສະຫວ່າງ, ແຈ້ງ, ສ່ອງໃສ, ສຸກໃຈ, ເຫັນຄັກ.
ຕົວຢ່າງ:
ຝົນເຊົາຕົກ ທ້ອງຟ້າກໍ່ຮຸ່ງມາທັນທີ.
ນອກຈາກນັ້ນ, ຄໍາວ່າຮຸ່ງ ເມື່ອປະສົມກັບຄໍາອື່ນໆກໍ່ຈະແປເປັນຫຼາຍຄວາມໝາຍທີ່ແຕກຕ່າງກັນເຊັ່ນ:
ຮຸ່ງຄີງ ໝາຍເຖິງ ຮູ້ສຶກໂຕ
ຮຸ່ງຄໍ່າ ໝາຍເຖິງ ຍາມເຊົ້າ ແລະ ຍາມຄໍ່າ
ຮຸ່ງຈວນ ໝາຍເຖິງເວລາໃຫ້ຮຸ່ງ
ຮຸ່ງເຊົ້າ ໝາຍເຖິງເວລາເຊົ້າ
ຮຸ່ງເຮືອງ ໝາຍເຖິງ ງາມ, ຈະເລີນ, ສ່ອງໃສ
ຮຸ່ງຮ້ອນ ໝາຍເຖິງ ຮ້ອນຮົນ
ສະຫຼຸບ.
ຄໍາວ່າ ແຈ້ງ ແລະ ຮຸ່ງ ມີຄວາມໝາຍຄ້າຍຄືກັນເມື່ອໃຊ້ໃນຮູບແບບຂອງຄໍາຄຸນນາມ ແຕ່ວ່າຄວາມໝາຍມັນຈະປ່ຽນໄປຖ້າໃຊ້ໃນຮູບແບບຂອງຄໍາກໍາມະ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo