ຄໍາວ່າ ພວງມະໄລ ແລະ ພວງມະລາ ມີຄວາມໝາຍແນວໃດ?

SA Game

DooDiDo

ອະທິບາຍຄົນໝາຍຂອງຄໍາວ່າ ພວງມະໄລ ແລະ ພວງມະລາ.

ຄໍາວ່າ ພວງມະໄລ ແລະ ພວງມະລາ ຫລາຍຄົນບໍ່ເຂົ້າໃຈຍ້ອນ ພາສາລາວມີຫຼາກຫຼາຍຄໍາສັບທີ່ແຕກຕ່າງກັນໄປ ມີທັງຄໍາຄືກັນ ແລະ ຕ່າງກັນ, ບາງຄໍາສັບສະກົດຄືກັນ ແຕ່ວ່າ ຄວາມໝາຍຕ່າງກັນ, ບາງຄໍາສັບສະກົດຕ່າງກັນ ອ່ານຕ່າງກັນ ແຕ່ວ່າມີຄວາມໝາຍຄືກັນ ແລະ ສາມາດໃຊ້ແທນກັນໄດ້, ການຈໍາແນກຄວາມໝາຍຂອງຄໍາສັບຍັງມີຄວາມສັບສົນພໍສົມຄວນ.

ຍ້ອນຄວາມຫຼາກຫຼາຍຂອງພາສາລາວ ຈຶ່ງເຮັດໃຫ້ການນໍາໃຊ້ຄໍາສັບຂອງຄົນລາວບໍ່ທັນຄົບຖ້ວນ ສ່ວນຫຼາຍແມ່ນອາໄສຄວາມລື້ງເຄີຍ ເຄີຍເວົ້າຄໍາໃດກໍ່ໃຊ້ແຕ່ຄໍານັ້ນຢູ່ເລື້ອຍໆ. ໃນພາສາລາວຍັງມີຫຼາຍຄໍາສັບທີ່ຄົນລາວເອງກໍ່ຍັງນໍາໃຊ້ບໍ່ໝົດ ແລະ ໃຊ້ບໍ່ຖືກຕ້ອງ, ເຊິ່ງແນ່ນອນວ່າຖ້າຫາກໃຊ້ຜິດຄໍາສັບ ຄວາມໝາຍກໍ່ຈະປ່ຽນໄປ ເຮັດໃຫ້ມີຄວາມເຂົ້າໃຈຜິດກັນໃນການສົນທະນາ.

SA Game
DooDiDo

ສະນັ້ນ ເພື່ອຄວາມກະຈ່າງແຈ້ງໃນການນໍາໃຊ້ຄໍາສັບພາສາລາວ ເຮົາຈຶ່ງຍົກເອົາບາງຄໍາສັບຂຶ້ນມາແລກປ່ຽນ, ເຊິ່ງໃນບົດຄວາມນີ້ ເຮົາຈະເວົ້າກ່ຽວກັບຄໍາວ່າ ພວງມະໄລ ແລະ ພວງມະລາ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍແທ້ໆຂອງມັນ.

ໂດຍອີງຕາມຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໄດ້ດັ່ງນີ້:

ພວງມະໄລ.

ເປັນຄໍານາມ ໝາຍເຖິງຮວາດດອກໄມ້, ດອກໄມ້ທີ່ຮ້ອຍເປັນວົງປະດິດປະດອຍຢ່າງສວຍງາມ, ດອກໄມ້ທີ່ນິຍົມມາຮ້ອຍພວງມະໄລມີຫຼາຍຊະນິດເຊັ່ນ: ດອກມະລິ ຫຼືດອກຊ້ອນ, ດອກດາວເຮືອງ, ດອກຮັກ, ດອກພຸດເພື່ອມອບໃຫ້ແກ່ຜູ້ນໍາ, ແຂກຜູ້ມີກຽດ ຫຼືມອບໃຫ້ແກ່ຄົນຮັກ ໃນເທດສະການຕ່າງໆ. ນອກຈາກນັ້ນຊາວພຸດຍັງນິຍົມໃຊ້ພວງມາໄລເພື່ອບູຊາພຣະ ຫຼືສິ່ງສັກສິດ ທຸກໆວັນສິນ 8 ຄໍ່າ ແລະ 15 ຄໍ່າ.

ພວງມາລາ.

ສ່ວນ ພວງມາລາ ເປັນຄໍານາມ ໝາຍເຖິງຮວາດດອກໄມ້, ດອກໄມ້ທີ່ຮ້ອຍໃສ່ກັນແລ້ວຜູກເປັນວົງມົນ ຫຼື ວົງຮີຂະໜາດໃຫຍ່ ຈັດແຕ່ງດ້ວຍດອກໄມ້ສີຂາວ ເປັນສ່ວນຫຼາຍ ໃຊ້ເພື່ອໄວ້ອາໄລສົບຄົນຕາຍ.

ສະຫຼຸບ.

ຄໍາວ່າ ພວງມະໄລ ແລະ ພວງມາລາ ມີຄວາມໝາຍທີ່ແຕກຕ່າງ ເຊິ່ງສາມາດຈໍາແນກໄດ້ຄື: ພວງມະໄລ ແມ່ນພວງດອກໄມ້ ທີ່ໃຊ້ເນື່ອງໃນໂອກາດທີ່ເປັນສິິມຸງຄຸນ, ສ່ວນ ພວງມາລາ ແມ່ນພວງດອກໄມ້ທີ່ໃຊ້ເພື່ອໄວ້ອາໄລຜູ້ທີ່ລ່ວງລັບໄປແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo