ກຽມເຊືອມທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ຫາ ທ່າບົກທ່ານາແລ້ງ
ກຽມເຊື່ອມສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ເພື່ອຂົນສົ່ງສິນຄ້າໃນກາງປີນີ້.
ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ສື່ມວນຊົນທີ່ເຂົ້າຮ່ວມການສຳພາດຕາມທາງລົດໄຟລາວ-ຈີນ ພາຍໃຕ້ຫົວຂໍ້:
“ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ”, ໜັງສືພິມຢຸນນານ ແຫ່ງ ສປ ຈີນ ໃນວັນທິ 23 ພຶດສະພາ 2022 ວ່າ: ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ.
ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ:
ເພື່ອເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກສະບາຍກວ່າເກົ່າ, ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ລົງທຶນດ້ວຍຕົນເອງໃນການກໍ່ສ້າງທາງລົດໄຟຈາກສະຖານີລາວໄທ ຫາ ທ່າບົກທ່ານາແລ້ງ ໄລຍະທາງ 1,2 ກິໂລແມັດ ແລະ ບໍລິສັດລົດໄຟ ລາວ-ຈີນ ໄດ້ລົງທຶນກໍ່ສ້າງທາງລົດໄຟຈາກສະຖານີວຽງຈັນໃຕ້ ຫາ ທ່າບົກທ່ານາແລ້ງໄລຍະທາງ 2,8 ກິໂລແມັດ.
ທັງສອງເສັ້ນ ທາງລົດໄຟ ຕາມແຜນການທີ່ກໍານົດໄວ້ ແມ່ນໃຫ້ຈະສໍາເລັດ ແລະ ເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ 26 ມິຖຸນາ 2022 ເຊີ່ງຈະກາຍເປັນຈຸດຄ່ຽນຖ່າຍສິນຄ້າຢູ່ທ່າບົກທ່ານາແລ້ງທີ່ມີຂະໜາດຄວາມກວ້າງຂອງລາງແຕກຕ່າງກັນຢູ່ທ່າບົດທ່ານາແລ້ງ ເພາະລົດໄຟລາວ-ຈີນ ມີຄວາມກວ້າງຂອງລາງ 1,435 ແມັດ, ສ່ວນລົດໄຟໄທ ມີຄວາມກວ້າງຂອງລາງ 1 ແມັດ.
ຢ່າງໃດກໍຕາມ, ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງໃນຄັ້ງນີ້ ແມ່ນໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ ເພາະໄລຍະຜ່ານມາ ລົດໄຟລາວ-ຈີນ ແມ່ນສິ້ນສຸດຢູ່ສະຖານີວຽງຈັນໃຕ້ ຈາກນັ້ນ ໄດ້ໃຊ້ລົດບັນທຸກຂົນສົ່ງສິນຄ້າໄປຫາທ່າບົກທ່ານາແລ້ງ ເພື່ອຂົນສົ່ງຕໍ່ໄປໄທ ແລະ ປະເທດອື່ນໆ
ດັ່ງນັ້ນ, ເມື່ອການເຊື່ອມທາງລົດໄຟດັ່ງກ່າວສໍາເລັດ ຈະເຮັດໃຫ້ການຂົນສົ່ງສິນຄ້າຜ່ານທ່າບົກທ່ານາງແລ້ງຈາກຈີນໄປໄທ, ຈາກໄທໄປຈີນ ຫລື ຈາກຈີນໄປປະເທດອື່ນ ແລະ ຈາກປະເທດອື່ນໄປຈີນ ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.