ກະຊວງການເງິນເປີດກອງ​ປະ​ຊຸມພິ​ທີຮັບສະມາຊິກພັກສົມບູນ

SA Game

ຂ​ປລ

ກະຊວງການເງິນຈັດ​ພິ​ທີ່​ຮັບສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກສົມບູນ

ກະ​ຊວງ​ການ​ເງິນ ຄະນະພັກຮາກຖານຫ້ອງການໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 3 ສະຫາຍ ຕາມມະຕິຕົກລົງສະບັບລກທີ 067/ຄປຈ.ກງ, ວັນທີ 05 ພຶດສະພາ 2022 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ

ໂດຍມີ ສະຫາຍສົມບູນ ອິນທະປັດຖາ ຄະນະປະຈຳພັກກະຊວງ, ເລຂາຄະນະພັກຮາກຖານຫ້ອງການກະຊວງ, ຫົວໜ້າຫ້ອງການະຊວງການເງິນ, ມີຕາງໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ສົມບູນ ອິນທະປັດຖາ ໄດ້ສະແແດງຄວາມຊົມເຊີຍທີ່ໄດ້ຮັບການຕົກລົງຈາກຄະນະພັກຂັ້ນເທິງ ໃຫ້ເລື່ອນຈາກສະມາຊິກພັກສຳຮອງຂຶ້ນເປັນສົມບູນ ເຊິ່ງເປັນຜົນແຫ່ງຂະບວນການຝຶກຝົນຫລໍ່ຫລອມຕົນເອງ ຢ່າງຕໍ່ເນື່ອງຂອງພວກສະຫາຍ ໃນຄັ້ງນີ້

SA Game
ກະຊວງການເງິນ

ໂດຍສະເພາະການຖືສຳຄັນວຽກງານເຊື່ອມຊຶມການເມືອງແນວຄິດ,ສິນທຳປະຕິວັດ, ຄວາມອຸ່ນອຽນທຸ່ນທ່ຽງ ແລະ ທັດສະນະຊົນຊັ້ນກຳມະກອນອັນຖືກ ຕ້ອງຕາມທິດສັງຄົມນິຍົມ ໄປພ້ອມກັບການກໍ່ສ້າງ ແລະ ເສີມຂະຫຍາຍຄວາມຮູ້ຄວາມສາມາດ.

ພ້ອມນີ້, ໃຫ້ບັນດາສະຫາຍ ພ້ອມກັນເປັນເຈົ້າການ, ເຊື່ອມຊຶມ, ບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆທີ່ພັກວາງອອກໃຫ້ເລິກ ເຊິ່ງ ເຖິງວ່າຈະກາຍເປັນສະມາຊິກພັກສົມບູນແລ້ວ ແຕ່ຂໍໃຫ້ສືບຕໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງຢ່າງຕໍ່ເນື່ອງ, ທັງດ້ານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ເພື່ອເຮັດແນວໃດໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ແລະ ເປັນກຳລັງແຮງໃຫ້ແກ່ໜ່ວຍພັກໃນຕໍ່ໜ້າ

SA Game
ກະຊວງການເງິນ

ຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍຂອງພັກ ວາງອອກແຕ່ລະໄລຍະ ໃຫ້ເປັນຮູບປະທໍາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະ ເທດຊາດໃນໄລຍະໃໝ່ ກໍຄື ປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກຮາກຖານຫ້ອງການກະຊວງ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໃຫ້ເປັນແບບຢ່າງນຳໜ້າແກ່ມະຫາຊົນ, ພ້ອມທັງປະກອບສ່ວນເຂົ້າໃນການສ້າງແລະ ພັດທະນາມະຫາຊົນ ເພື່ອເຮັດໃຫ້ໜ່ວຍພັກຄະນະພັກຮາກຖານ ຫ້ອງການກະຊວງ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ