ປະຫວັດເຈົ້າສຸຂເສີມ ແລະ ພຣະທາດພູກຽວທາດເກົ່າແກ່ຫຼວງພະບາງ
![SA Game](https://doodido.com/wp-content/uploads/2021/12/3-2-1.jpg)
ທ່ອງທ່ຽວ ປະຫວັດສາດ ວັດທະນະທຳ
ມາຮູ້ຈັກກັບເຈົ້າສຸຂະເສີມ ແລະ ພຣະທາດພູກຽວທາດເກົ່າແກ່ ທີ່ຍັງສ້າງບໍ່ແລ້ວມາແຕ່ອະດີດຈົນຮອດປັດຈຸບັນ.
ພຣະທາດພູກຽວ ຕັ້ງຢູ່ ຈອມພູກຽວ ປາກແມ່ນໍ້າເຊືອງ ນະຄອນຫຼວງພຣະບາງ ເບື້ອງເໜືອ ແທ່ນຕີນພຣະທາດດ້ານຫນຶ່ງໆ ຍາວ 19 ມ ສູງ 4,50 ມ, ຕາມການເລົ່າສືບກັນມາວ່າ ທາດພູກຽວ ຫຼວງພະບາງ ສ້າງຂຶ້ນພ້ອມກັບພະທາດພູສີ ຫຼວງພະບາງ ໂດຍມີການແຂ່ງຂັນກັນສ້າງ ຖ້າບ່ອນໃດສ້າງແລ້ວກ່ອນ ຈະໄດ້ເປັນບ້ານເປັນເມືອງກ່ອນ ແຕ່ວ່າການສ້າງພະທາດພູສີສ້າງແລ້ວກ່ອນ ຈຶ່ງເຮັດໃຫ້ທາດພູກຽວ ບໍ່ໄດ້ຮັບການສ້າງຕໍ່ນັບແຕ່ນັ້ນມາເລີຍ.
ປະຫວັດ ເຈົ້າສຸຂເສີມ
ເຈົ້າສຸຂເສີມ ເປັນພຣະຣາຊໂອຣົສ ສົມເດັດພຣະເຈົ້າມັງທາຕຸຣາຊ ເກີດປີຮັບເໝົ້າ ຈ.ສ. 1157 (ຄ.ສ. 1795) ໄດ້ເປັນ ເຈົ້າຣາຊບຸດ ແລະ ເຈົ້າຣາຊວົງສ໌. ສົມເດັດພຣະນັ່ງເກົ້າ (ເຈົ້າຊີວິດຣາຊການທີ່ 3 ຂອງສຍາມ) ຊົງຕັ້ງໃຫ້ເປັນ ພຣະເຈົ້າລ້ານຊ້າງ. ເຖິງເມື່ອປີກັດໃຄ້ ຈ.ສ. 1201 (ຄ.ສ. 1839) ເດືອນ 6 ພຣະອົງໄດ້ຂໍ ພຣະບາງ ມາພ້ອມກັບເບັ້ຽ ໝາກທຸຣຽນ 50 ກົກ, ແຫ່ມາທາງບົກ ຈຶ່ງເອີ້ນວ່າທາງພຣະບາງ ຮອດບ້ານຊຽງແມນ ແລະ ຄົບງັນສລອງຢູ່ດອນຊາຍທ່າຄົກເຮືອ 7 ວັນ 7 ຄືນ ແລ້ວແຫ່ຂ້າມຂອງ ເຂົ້າເມືອງຫລວງພຣະບາງ ອັນເຊີນໄປປະດິສຖານ ໃນພຣະອຸໂປສົຖ ວັດວິຊຸນຫຣາຊສັທທາຣາມ.
![SA Game](https://doodido.com/wp-content/uploads/2021/12/3-2-1.jpg)
ຄັນເຖິງ ວັນອັງຄານ ເດືອນ 9 ຂຶ້ນ 3 ຄໍ່າ ມື້ເປິກເສັດ ຍາມກອງແລງ (ຄ.ສ. 1839) ຊາວເມືອງພາກັນຣາຊາພິເສກຫົດສົງ ພຣະອົງ ຂຶ້ນເປັນພຣະເຈົ້າແຜ່ນດິນ.ພຣະອົງ ສເດັດໄປສ້າງສວນອຸທຍານ ປູກຕົ້ນໝາກທຸຣຽນ ໃສ່ຕີນພູນາງກາງຮີ ເທິງທ່າຄົກເຮືອ ເໜືອບ້ານຊຽງແມນ ແລ້ວຂຸດຄອງເໝືອງ ເອົານໍ້າຫ້ວຍຕານໄຫລມາຕົກໃສ່ສວນນີ້ ສໍາເຣັດແລ້ວ ສເດັດໄປສ້າງ ນາຜາແດງ ຝັ່ງຂວາຂາລ່ອງນໍ້າຂອງ ກົງກັນຂ້າມບ້ານປາກເຊືອງ ເພື່ອສ້າງພຣະທາດພູກຽວ ( ຕັ້ງຢູ່ ຈອມພູກຽວ ປາກນໍ້າເຊືອງ ເບື້ອງເໜືອ ແທ່ນຕີນບ້າງ ດ້ານນຶ່ງໆ ຍາວ 19ມ ສູງ 4,50ມ, ເກື່ອນທະລາຍລົງ ວັນພຸດ ເດືອນ 9 ແຮມ 12 ຄໍ່າ ປີເປິກໃຈ້ ຈ.ສ. 1310 – ຄ.ສ. 1948) ມີຫໍໄຫວ້ພ້ອມ ແລ້ວສ້າງພຣະແທ່ນ ໃສ່ດອນຄູນ.
ພຣະຣາຊທານນາມຍົສ ໃຫ້ ຈານບຸສດີ ບ້ານປາກເຊືອງ ເປັນພຣະຍາໝື່ນໜ້າ ຮັກສາພຣະທາດພູກຽວ ພຣະແທ່ນດອນຄູນ ນາຜາແດງ ແລະ ຂ້າແກ້ງຕ້ອງ. ຄັ້ນເຖິງລະດູປີໃໝ່ ເດືອນ 5 ສເດັດໂດຍ ພຍຸຫະຊ້າງມ້າຍາຕຣາ ທາງສຖົລມາຄ ນໍາເອົານໍ້າທ່ຽງ ( ນໍ້າບໍຣິສຸດ ຈາກຖໍ້ານາງອັ່ນ ຢູ່ເຂດບ້ານໂສມ ບ້ານນາ ຕາແສງຊຽງແມນ ) ໄປສົງພຣະບາງ ທີ່ວັດວິຊຸນ ພຣະພຸທຮູບ ວັດຊຽງທອງ ແລະ ວັດສວັນເທວະໂລກຊຽງດົງ ແລ້ວກໍສເດັດ ໂດຍພຍຸຫະຍາຕຣາ ທາງຊົລມາຄ ພັກສເວີຍ ພຣະກາຍາຫາຣ ທີ່ທ່າບ້ານດ່ານ ແລ້ວເມືອໄຫວ້ ພຣະທາດພູກຽວ ລົງມາຊົງປະທັບ ທີ່ພຣະແທ່ນດອນຄູນ ໃຫ້ຣາສດອນຕາແສງປາກເຊືອງ ຫົດສົງ ແລ້ວເມືອສົງພຣະພຸທຮູບຖໍ້າຕິ່ງ ແລະ ວັດປາກອູ ຊົງປະທັບແຮມທີ່ ພັບພາບ້ານປາກອູ ຣາຕຣີນຶ່ງ ຈຶ່ງສເດັດກັບສູ່ພຣະນະຄອນ.
![SA Game](https://doodido.com/wp-content/uploads/2021/12/2-3-1.jpg)
ພຣະອົງຢູ່ໃນຣາຊສົມບັດ 11 ປີ ສິຣິພຣະຊົນພັນສາ 55 ປີ ສວັນຄົດຍາມແຖ ໃກ້ທ່ຽງ ວັນຈັນ ເດືອນ 10 ແຮມ 2 ຄໍ່າ ປີ ກົດເສັດ ຈ.ສ. 1212 ທີ່ຫໍໄຊສວນອຸທຍານຊຽງແມນ. ຄັນເຖິງເດືອນຈຽງ ແຮມ 3 ຄໍ່າ ເຈົ້າອຸປຣາຊອຸ່ນແກ້ວ ທິວົງຄົດ ກັບກຸງເທບ ເຈົ້າຣາຊວົງ ເຈົ້າຣາຊບຸດ ເສນາອາມາດ ແລະ ຣາສດອນ ພ້ອມກັນປົງພຣະບໍຣົມສົພ ພຣະເຈົ້າສຸຂເສີມ ທີ່ດອນຊາຍຄົກເຮືອ ເດືອນ 4 ຂຶ້ນ 6 ຄໍ່າ ປີຮວງໃຄ້ ຈ.ສ. 1213 ແລ້ວຖວາຍພຣະນາມວ່າ ເຈົ້າມະຫາຊີວິດຫລວງ ຊຽງແມນ ໄດ້ເອົາພຣະອັດຖິແຫ່ເມືອ ບັນຈຸໄວ້ທາດພູກຽວ.
ພຣະທາດພູກຽວ ຮູບຖ່າຍເມື່ອປີ 2020 ພຣະທາດພູກຽວ ຕັ້ງຢູ່ຈອມພູກຽວ ທີ່ປາກແມ່ນ້ຳເຊື່ອງ ນະຄອນຫຼວງພຣະບາງ ພຣະທາດພູກຽວ ຕັ້ງຢູ່ ຈອມພູກຽວ ປາກແມ່ນໍ້າເຊືອງ ນະຄອນຫຼວງພຣະບາງ ເບື້ອງເໜືອ ແທ່ນຕີນພຣະທາດດ້ານຫນຶ່ງໆ ຍາວ 19 ມ ສູງ 4,50 ມ ສ້າງໂດຍ ເຈົ້າສຸຂເສີມ ເມື່ອປີ ຄ.ສ 1839 ແລະ ພຣະອັດຖິ ຂອງພຣະອົງ ກໍ່ບັນຈຸໄວ້ ພຣະທາດພູກຽວ ແຫ່ງນີ້
ຄັດຈາກ ພົງສາວະດານຊາຕິລາວ
ຂອງ ເຈົ້າຄໍາໝັ້ນ ວົງກົຕຣັຕນະ
ເຈົ້າເມືອງບໍາເໜັຈ ພ.ສ. 2504
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: Laos Journey.