ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ຊົນ​ເຜົ່າ​ພູ​ນ້ອຍ​ ​ໃນ​ດິນ​ແດນ​ທະ​ເລ​ໝອກ

SA Game

ສະມາຄົມພູນ້ອຍ ເພື່ອການພັດທະນາ

ຊົນ​ເຜົ່າພູນ້ອຍ ວົງສາຄະນະຍາດແຫ່ງຊາດລາວ ​ທີ່ແຂວງຜົ້ງສາລີ ​ດິນ​ແດນ​ທະ​ເລ​ໝອກ.

ເຜົ່າພູນ້ອຍມີຖິ່ນຖານເດີ່ມ ຢູ່ໃນປະເທດມົງໂກລີ ແລະ ມີການເຄື່ອນຍ້າຍລົງມາປະເທດຈີນ,ຜ່ານເຂດສາຍພູຕີເບດ ເຊີ່ງເປັນເຂດແດນຈີນ-ພະມ້າ ແລ້ວເຂົ້າມາລາວ ຕາມການຄົ້ນຄ້ວາຂອງທ່ານ ຊູບຣາຍ ໄດ້ເວົ້າວ່າ ຢູ່ຈີນໄດ້ມີກຸ່ມຊົນເຜົ່າໜຶ່ງຊື່ວ່າ ລາວປິນ ຫຼື ລາວມຽນ ເຊີ່ງເປັນຊົນເຜົ່າໜຶ່ງ ຢູ່ໃນກຸ່ມຊົນເຜົ່າພູນ້ອຍ ຢູ່ລາວໝາຍຄວາມວ່າ ກຸ່ມໝວດພາສາ ຈີນ-ຕີເບດ (ຄຳພັນ ສິດທິລັດ 2008:12-15) ຖ້າເຮົາປຽບທຽບ ຊື່ລະຫວ່າງເຜົ່າລາວປິນ ຫຼື ລາວມຽນ ຢູ່ຈີນ ກັບລາວ-ໄຕ ແມ່ນເຂົາເຈົ້າມີຄຳວ່າ “ລາວ” ຢູ່ໜ້າຄໍານາມ ແຕ່ກົງກັນຂ້າມ ກຸ່ມຄົນລາວປິນ-ລາວມຽນ ແລະ ເຜົ່າພູນ້ອຍແມ່ນນອນຢູ່ໃນໝວດກຸ່ມພາສາ ຈີນ-ຕີເບດ.

ເນື່ອງຈາກວ່າປະຫວັດສາດໃນເມື່ອກ່ອນນັ້ນ ແນ່ນອນວ່າ ກຸ່ມໝວດພາສາ ຈີນ-ຕີເບດ ໂດຍຜ່ານຂະບວນວິວັດ ວິຖີຊີວິດ ໄລຍະໃດໜຶ່ງແລ້ວ ແມ່ນເຂົາເຈົ້າໄດ້ຮັບອິດທິພົນ ທາງດ້ານວັດທະນະທຳ ຈາກກຸ່ມພາສາລາວ-ໄຕ ເຊິ່ງເປັນຊຸມຊົນໃຫຍ່ທີ່ອາໄສຢູ່ໃນປະເທດຈີນຕອນໃຕ້ ບາງເທື່ອກ່ອນການເຄື່ອນຍ້າຍ ລົງມາຕາມລ່ອງແມ່ນ້ຳຂອງ ແມ່ນເຂົາເຈົ້າຫວັງກໍ່ຕັ້ງອານາຈັກລາວລ້ານຊ້າງ ແລະ ອານາຈັກລ້ານນາ ໃນໄລຍະຕໍ່ມາ?.

SA Game
ສະມາຄົມພູນ້ອຍ ເພື່ອການພັດທະນາ

ຫຼັງຈາກນັ້ນກຸ່ມໝວດພາສາຈີນ-ຕີເບສດ ດັ່ງກ່າວໄດ້ແຕກແຍກອອກເປັນຫຼາຍໆສາຂາ ຍ້ອນສະພາບແວດລ້ວມປະຫວັດສາດໃດໜຶ່ງ. ແຕ່ອິດທິພົນການປະສົມປະສານກັບກຸ່ມກຸນໝວດພາສາ ລາວ-ໄຕ ທີ່ກ່າວມາຂ້າງເທິ່ງນັ້ນ ໄດ້ປະບາງຈຸດພິເສດໄວ້ ທີ່ມີຊື່ວ່າ ລາວປິນ ຫຼື ລາວມຽນ ທີ່ມາຈາກຈີນ ຍັງອີກກຸ່ມອື່ນໄດ້ເຄື່ອນຍ້າຍ ມາທາງທິດຕາເວັນອອກສຽງໃຕ້ ເຂົ້າສູ່ປະເທດພະມ້າ ໄດ້ກັບກາຍມາເປັນເຜົ່າພູນ້ອຍໃນປະຈຸບັນ.

ການເຄື່ອນຍ້າຍຂອງເຜົ່າພູນ້ອຍຈາກພະມ້າເຂົ້າມາລາວ ໄດ້ປະກົດມາແຕ່ສັດຕະວັດທີ່ XVI ແລະ ເຂົາເຈົ້າກໍອາໄສຢູ່ແຂວງຜົ້ງສາລີໃນປະຈຸບັນ.

ແຕ່ໃນໄລຍະໜຶ່ງ ກໍມີເລື່ອງເລົ່າກັນວ່າ ພູຟ້າໜ່ວຍທີ່ໜຶ່ງ ຊົນເຜົ່າພູນ້ອຍໄດ້ມາຕັ້ງຖິ່ນຖານເມືອປະມານ ປີ 1700-1800 ນັ້ນມັນບໍ່ແມ່ນແຕ່ເຜົ່າດຽວເທົ່ານັ້ນ ມັນປະກອບດ້ວຍບາງກຸ່ມເຜົ່າ ທີ່ມີພາສາຄ້າຍຄືກັນ ແຕ່ວ່າກັນຮຽກຊື່ຕ່າງກັນ ຕົວຢ່າງ ກຸ່ມທີ່ມາໃຫມ່ທຳອິດ ນັ້ນເອີ້ນວ່າ ກຸ່ມຕົງຊື່ ແລະ ກຸ່ມເຜົ່າທີ່ມາສຸດທ້າຍແມ່ນກຸ່ມເຜົ່າ ຕ່ອງຊາມ

ພວກນີ້ມາຈາກ ທິດບຸນໃຕ້ ແລະ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ເຂດສາມລັງ ເມື່ອມີພົນລະເມືອງເພີ່ມຂື້ນທຸກໆປີ ເຂົາເຈົ້າກໍແຍກຍ້າຍກັນໄປຕັ້ງບ້ານໃຫມ່ ເລື້ອຍໆ ຈົນຮອດເຂດພູຟ້າ ເພື່ອຢູ່ທຳມາຫາກີນ ເພື່ອລ້ຽງຊິບ ຢູ່ດິນແດນເຂດສະຫງົບນີ້ ໃນເວລານີ້ໄດ້ມີບາງກຸ່ມນ້ອຍ ທີມີພາສາປາກເວົ້າຄ້າຍຄືກັບເຜົ່ມພູນ້ອຍ ທີ່ເອີ້ນຕົນວ່າ ອົງຍາວບາ ແຕ່ຍ້ອນມີການຍາດແຍ່ງດິນແດນ ຈຶ່ງມີສົງຄາມລະຫວ່າງກຸ່ມດ້ວຍກັນ ແຕ່ໃນທີ່ສຸດ ກຸ່ມອົງຍາວບາ ຖືກປະລາໄຊ ແລະ ໄດ້ຫຼົບໜີໄປທາງທິດບຸນເໜຶອ.

ເມື່ອປະມານ ປີ 1800 ໄດ້ມີກອງປູ້ນຈາາກ ພວກເຈືອງກວາງມາລ່ອງມາ ຕາມສາຍນນ້ຳອູ່ ຮອດ ຫລວງພະບາງ ເຂົາເຈົ້າໄດ້ປົ້ນສະດົມເອົາເຄືອງຕາມສາຍນ້ຳອູອີກ ຍ້ອນເຫດການ ດັ່ງກ່າວ ເກິດຂື້ນຄືແນວນັ້ນ ຈືື່ງເຮັດໃຫ້ເຈົ້າຫລວງພະບາງ ຈຳຕອງໄດ້ແປງເຂດ ປົກຄອງໃຫ້ແກ່ບ່າງກຸ່ມນ້ອຍຮັບຜິດຊອບໂດຍກົງເຊັ່ັ: ກຸ່ມພູມົນ, ກຸ່ມຜົ້ງແຊກ, ກຸ່ມລາວປານ, ກຸ່ມຈູໂຣ, ກຸ່ລາວແຊງ, ກຸ່ມລາວາ, ກຸ່ມພູຖິ່ນ, ໄຕເຫຼັກ ແລະ ອື່ນໆ.

ພ້ອມນັ້ນເຈົ້າຊີວິດໄດ້ມອບປຶ້ມ ເປັນນາມມະຍົດເຊິ່ງຮຽກກັນວ່າແສນ (ແສນໝາຍເຖິງນາຍບ້ານ) ຕົວຢ່າງແສນສີ, ແສນອິນ, ແສນສະລີ ແລະ ອື່ນໆ. ໃນນີ້ເຂດພາກນ້ຳອູ່ ແຕ່ລະບ້ານກໍ່ມີປຶ້ມ ກົງຕາດິນ ເພາະວ່າກູ່ມທີ່ມາຕາມຫຼັງ ກູ່ມອື່ນບ້ານຍັງບໍ່ໄດ້ຂະຫຍາຍອອກເປັນຫຼາຍບ້ານເທື່ອ. ເມື່ອເຂົາເຈົ້າດຳລົງຊີວິດຢູ່ຜົ້ງສາລີ, ເຂົາເຈົ້າພັດຖືກສັດຕູພາຍນອກເຊັ່ນ ເສິກຫໍ້ ແລະ ເສິກລື້ ເຂົ້າມາກໍ່ກວນທຳລາຍ ແລະຍຶດເອົາດິນແດນ, ເຜົ່າພູນ້ອຍໃຕ້ການນຳພາຂອງເຜົ່າແຕ່ລະສະໄໜຄື: ສຸລິຍະວົງ, ແສນຜົ້ງສີ່ໝື່ນ, ນາງໄລ ແລະ ສິງສິລິ… ເຂົາເຈົ້າໄດ້ສາມັກຄີກັນຕ້ານກັບເສສິກຫໍ້ ແລະ ເສິກລື້.

SA Game
ສະມາຄົມພູນ້ອຍ ເພື່ອການພັດທະນາ

ເມື່ອເປັນຄືແນວນັ້ນ, ອີງໃສ່ເອກະສານຂ້າງເທິງນັ້ນ ພວກເຮົາສາມາດເຫັນແຈ້ງວ່າ ເຜົ່າພູນ້ອຍກ່ອນຈະອາໄສຢູ່ຜົ້ງສາລີ ທຳອິດແມ່ນມາຈາກປະເທກພະມ້າ, ຫຼັງຈາກນັ້ນໄດ້ມາອາໄສຢູ່ແຂວງຫຼວງນ້ຳທາເປັນສອງຈຸດຄື: ວຽງພູຄາ ແລະ ວຽງສາມໝື່ນໝອນມ້າ, ຈາກບ່ອນນີ້ເຂົາເຈົ້າໄດ້ເຄື່ອນຍ້າຍໄປຢູ່ຜົ້ງສາລີ, ຍ້ອນມີຄວາມຍຸ້ງຍາກຂອງເສິກສົງຄາມ ການເຄື່ອນຍ້າຍຈຶ່ງເກີດຂຶ້ນຫຼາຍເທື່ອ ມີຫຼາຍກຸ່ມໄດ້ແບ່ງອອກເປັນທິດ: ທິດທີ່ໜຶ່ງໄປຕາມເສັ້ນທາງຂຶ້ນຊື່ ໄປທາງທິດຕາເວັນຕົກສ່ຽງເໜືອເຂົ້າສູ່ຜົ້ງສາລີ, ແລະ ທິດທີ່ສອງ ໄດ້ລົງໄປຕາມທິດຕາເວັນຕົກສ່ຽງໃຕ້ ໄປຊຳເໜືອຫຼັງຈາກນັ້ນຈິ່ງກັບຄືນຫຼວງພະບາງແລ້ວເດີນໄປຕາມສາຍນ້ຳອູເຂົ້າສູ່ຜົ້ງສາລີ.

ໃນບັນດາກຸ່ມເຄື່ອນຍ້າຍນັ້ນມີບາງກຸ່ມໄດ້ເຄື່ອນຍ້າຍໄປຕາມເຊື້ອສາຍ ເຊື້ອສາຍຢາວບາ ແມ່ນເຊື້ອສາຍທຳອິດທີ່ໄປອາໄສຢູ່ຜົ້ງສາລີ ແລະ ກາຍເປັນຄົນພື້ນເມືອງ ແລະ ເກົ່າແກ່ທີ່ສຸດທີ່ອາໄສຢູ່ຕີນພູຟ້າ ຊາວຜົ້ງສາລີມີຄວາມເຊື່ອວ່າອົງຢາວບາເປັນຄົນທີ່ມາບຸກເບີກອາໄສຢູ່ທຳອິດໃນຂົງເຂດນີ້.

ພວກເຮົາສາມາດສະຫຼຸບໄດ້ວ່າ ເມື່ອປະມານສັດຕະວັດທີ່ XVI

ເຜົ່າພູນ້ອຍ ທີ່ອາໄສຢູ່ແຂວງຜົ້ງສາລີ ໄດ້ເຄື່ອນຍ້າຍມາຈາກປະເທດພະມ້າ ເຂົ້າມາລາວ ເຊິ່ງມີຫຼັກຖານທາງປະຫວັດສາດ ຢູ່ວັດບ້ານວຽງ ແຂວງຫຼວງນ້ຳທາ ບັນດາຫຼັກຖານດັ່ງກ່າວ ໄດ້ສະແດງເຖິ່ງການຄົງຕົວ ແລະ ດຳລົງຊີວິດຢູ່ ໃນຂົງເຂດນີ້ຂອງເຜົ່າພູນ້ອຍມາແຕ່ດົນນານ.

ຕົ້ນສັດຕະວັດທີ່ XVIII

ຍ້ອນສະພາບ ເສິກສົງຂາມ ແລະ ສັດຕູຂົມຂູ່ຂອງສັດຕູ ເຂົາເຈົ້າຈຶ່ງໄດ້ປະວາງບ້ານເກີດເມືອງນອນ ເຄື່ອນຍ້າຍໄປຢູ່ຂົງເຂດ ຜົງສາລີ ຜ່ານຂະບວນການວິວັດອັນແສນສະຫັດ ອົດທົນ ຂອງເຜົ່າພູນ້ອຍ ກັບມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານ ເຂົາເຈົ້າໄດ້ຕີເອົາໄຊຊະນະ ຈາກສັດຕູພາຍນອກ ຈົນສາມາດຮັກສາດິນດອນຕອນຫຍ້າ ຊິ່ງເປັນຂົງເຂດທີ່ເຂົາເຈົ້າໄດ້ບຸກເບິກ ມາແຕ່ກ່ອນຈົນຮອດປະຈຸບັນເກຶອບສອງສັດຕະວັດ ແລະ ໝັ້ນຄົງຕະຫຼອດມາ.

ໃນດ້ານອື່ນກໍສາມາດຢັ້ງຢືນໄດ້ວ່າ ຜົ້ງສາລີໃນປະຈຸບັນ ເປັນສູນກາງທີ່ຢູ່ອາໄສ ຂອງເຜົ່າພູນ້ອຍ ຢູ່ໃນ ສ.ປ.ປ ລາວ. ໃນລະຫວ່າງປີ 1894 – 1916 ເຈົ້າຊີວິດຫຼວງພຣະບາງ ໄດ້ເຕົ້າໂຮມບັນດາເຂດປົກຄອງ ຂອງແຕ່ລະກຸ່ມ ໃຫ້ເປັນເຂດໃຫຍ່ ເພື່ອແບ່ງເຂດແດນ ນັບຕັ້ງແຕ່ນັ້ນມາຈຶ່ງໄດ້ແບ່ງພະຍາຂື້ນປົກຄອງ ແລະ ແບ່ງເປັນສີ່ກຸ່ມ ໃຫຍ່ຄື: ເຂດດິນແດນຂອງພະຍາສຸລິຍະ ມີບ້ານສຸລິຍະ,ບ້ານຕົງປີ, ບ້ານກິ່ວປອກ,ບ້ານທ້າວດົ່ງ – ຊີລູ້ບາ,ບ້ານຜັນສາດ,ບ້ານຈ່າຄຳລື,ບ້ານແສນອິນ,ບ້ານມຶງທອງ,ບ້ານກັງກິວ,ບ້ານສາມຫຼັງ,ບ້ານລັງແນ ແລະ ບ້ານນໍ້າແລງ.

SA Game
ສະມາຄົມພູນ້ອຍ ເພື່ອການພັດທະນາ

ເຂດດິນແດນຂອງພະຍາສຸລິນ ບ້ານແສນຜົ້ງ,ບ້ານແຕດແຕ,ບ້ານແສນອິນຕາ,ບ້ານນໍ້າມັງ,ບ້ານບາກາລວງ, ບ້ານບາການ້ອຍ,ບ້ານ ບ້ານສາລາເອເບ,ບ້ານຈິໂຈະ,ບ້ານຕູ້ມຄ້ອງ,ບ້ານແສນນາມ,ບ້ານອຸມມັງ. ເຂດດິນແດນຂອງພະຍາສີ ມີບ້ານພະຍາສີອຸມແທ່,ບ້ານກໍແມ່ນ ລ້ອງຈິງ,ບ້ານຈາຟູ,ບ້ານພູຊຸມ,ບ້ານກໍ ແດງຈໍສາແນ໋. ເຂດແດນຂອງພະຍາເພຍອິນ ມີບ້ານຕາປາດ,ບ້ານຂຸນໜຸ່ມຫຼວງ,ບ້ານຂຸນໜຸ່ມນ້ອຍ,ບ້ານຕັ້ງ,ບ້ານນໍ້າລອງ,ບ້ານພາລາ,ບ້ານປຳປົມ.

ເຈົ້າຊີວິດໄດ້ແຕ່ງຕັ້ງໃຫ້ມີພະຍາສີ່ຄົນຄື: ພະຍາສຸລິນ, ພະຍາສູລິຍະ ຕໍ່ມາໄດ້ແຕ່ງຕັ້ງສອງພະຍາຂື້ນອີກຄື: ພະຍາສີ ແລະ ພະຍາເພຍອິນ ແຕ່ງຕັ້ງໃຫ້ມີເມືອງກຸ່ມນ້ອຍໃນເຂດນີ້ ເມື່ອເວົ້າເຖິງວັດທະນະທຳ-ສັງຄົມ ຂອງບັນດາກຸ່ມນ້ອຍນີ້ ສ່ວນຫຼາຍແມ່ນມີພາສາປາກເວົ້າ,ຮິດຄອງປະເພນີ ຄ້າຍຄືກັນ ຍ້ອນສາຍເຫດດັ່ງກ່າວ ຈຶ່ງເຮັດໃຫ້ບັນດາເຜົ່າທີ່ຳຢູ່ໃກ້ຄຽວເຊັ່ນ: ເຜົ່າລາວ,ເຜົ່າລື້ ຮັບຮູ້ ແລະ ເຂົ້າໃຈດີວ່າ ເປັນເມືອງຂອງຊົນເຜົ່າພູນ້ອຍ.

ແຕ່ຍ້ອນການກົດຂີ່ຂູດຮີດຈາກສັກດີນາສະຫຍາມ ເຂົາເຈົ້າໄດ້ແບ່ງຊັ້ນວັນນະໃນການປົກຄອງ ເພາະວ່າໄດ້ແບ່ງອອກເປັນສີ່ເຂດຊົນເຜົ່າທີ່ອາໄສຢູ່ເຂດພູດອຍນັ້ນ. ຕໍ່ມາສະໄໝຝຣັງ ເຂົ້າປົກຄອງໄດ້ແຕ່ງຕັ້ງ ໃຫ້ມີພະຍາໃນລັດສະການທີ່ຫ້າ ໃນເວລານີ້ມີພະຍາ ເພຍຄຳ, ພະຍາເພຍຈັນທະຄັດ ເພື່ອປົກຄອງ ບັນດາບ້ານ ເຊັ່ນ: ບ້ານແສນສະລີ, ບ້ານລຸ່ມ,ບ້ານສົມບູນ(ຫໍ້),ບ້ານສາລາ,ບ້ານສາເປົ່າ,ບ້ານແກ່ນ,ບ້ານໄຊ,ບ້ານວົງວຶງ, ບ້ານໂອກາດ,ບ້ານໃຫມ່,ບ້ານມົງຈ່າວຫຼວງ,ບ້ານບໍ່ກຸ້ງ,ບ້ານນໍ້າປຸງ,ບ້ານຢ່າປຸງ,ບ້ານປັ່ງຊໍ,ບ້ານຈານຕານດັ່ງນີ້ເປັນຕົ້ນ.

ນອກຈາກນີ້ຍັງມີບ້ານຢູ່ຟາກນ້ຳອູ ຈຳນວນໜຶ່ງບໍ່ໄດ້ເຂົ້າຮ່ວມ ຢູ່ໃນຈຳນວນສີ່ຝາເຄົ້າເຊັ່ນ ບ້ານພູດອກຈຳ ບ້ານນ້ຳເຂືອ ບ້ານກິ້ວ ບ້ານນ້ຳອຸງບ້ານຫ້ວຍຊຶງ ບ້ານຫ້ວຍລູ່ ບ້ານອຸດົມ ບ້ານນ້ຳຂຸ່ນ ບ້ານຫ້ວຍແຕ ບ້ານສົບກັ່ງ ບ້ານພູຊອງ ບ້ານມຶງວ່າ ບ້ານວ່າໃຕ້ ແລະ ບ້ານນ້ຳຊາ ເຂົາເຈົ້າບໍ່ໄດ້ຂຶ້ນກັບການປົກຄອງຂອງເມືອງເຜົ່າພູນ້ອຍນັ້ນດ້ວຍສາເຫດເປັນຫຍັງ? ບາງທ່ານອາດຄິດວ່າ ເຜົ່າພູນ້ອຍ ແຕ່ເນື້ອແທ້ໃນ ສີ່ເຂດກໍຄືສີ່ຝາເຄົ້າ ກໍອາດແມ່ນເຜົ່າພູນ້ອຍເຊັ່ນດຽວກັນ ເພາະວ່າການປົກຄອງດັ່ງກ່າວຕ້ອງໄປຂຶ້ນກັບເຈົ້າຊີວິດຫຼວງພຣະບາງໂດຍກົງ. ຂອບໃຈຈາກເພຈ ລູກຜູ້ນ້ອຍ ແລະ ສະມາຄົມ ຊົນເຜົ່າພູນ້ອຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Art and Culture of Laos